ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ແລະປະທານາທິບໍດີ ສຫລ ເສັດສິ້ນ ກອງປະຊຸມສອງວັນ (ວີດິໂອ)


ປະທານປະເທດຈິນ ທ່ານ ຊີ ຈິນຜິງ (ຊ້າຍ) ແລະທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ
ປະທານປະເທດຈິນ ທ່ານ ຊີ ຈິນຜິງ (ຊ້າຍ) ແລະທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ຄູ່​ຕໍາ​
ແໜ່​ງຝ່າຍຈີນ​ຂອງ​ທ່ານ ຄື​ທ່ານ ຊີ ຈິນຜິ​ງ ​ໄດ້ເສັດສິ້ນກອງ​ປະ
ຊຸມ​ຢ່າງ​ບໍ່ເປັນ​ທາ​ງ ການ​ສອງ​ວັນ ທີ່​ໄດ້ເວົ້າ​ເຖິງ​ບັນຫາ​ຕ່າງໆ​
ໂຮ​ມທັງ​ຄວາມ​ໝັ້ນຄົງທາງ​ອິນ​ເທີ​ເນັດ ​ເກົາຫຼີ​ເໜືອ ​ແລະການ
ປ່ຽນ​ແປງຂອງດິນ​ຟ້າ​ອາກາດ​.

ທ່ານ Tom Donilon ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະ
ລັດ ບອກ​ພວກ​ນັກ​ຂ່າວ​ວ່າ ຜູ້​ນໍາ​ທັງ​ສອງ​ໄດ້ເຫັນ​ພ້ອມ​ກັນ​ວ່າ
ການ​ແກ້​ໄຂ​ບັນຫາ​ຄວາມ​ແຕກ​ຕ່າງ​ກັນ ​ໃນ​ເ​ລື້​ອງ​ຄວາມ​ໝັ້ນ
ຄົງທາງ​ອິນ​ເທີ​ເນັດ ຫຼື cyber security ນັ້ນ​ແມ່ນຈະມີ​ຄວາມ
ສໍາຄັນ ​ຕໍ່​ອະນາຄົດຂອງ​ຄວາມສໍາພັນ​ສອງ​ຝ່າຍ. ທ່ານ
Donilon ຍັງ​ເວົ້າ​ອີກ​ວ່າ ຜູ້​ນໍາ​ທັງ​ສອງ​ເຫັນ​ພ້ອມ​ກັນ​ວ່າ​ ເກົາຫຼີ​ເໜືອ​ຈະ​ຕ້ອງ​ປະລະ​ໂຄງ
ການ​ອາວຸດ​ນີວ​ເຄຼຍຂອງ​ຕົນ​.

​ທ່ານ Donilon ກ່າວ​ໃນ​ຕອນ​ນຶ່ງ​ວ່າ: “ຖ້າ​ຫາກ​ວ່າ​ບັນຫາ​ຄວາມ​ໝັ້ນຄົງ​ ທາງ​ອິນ​ເທີ​
ເນັດ​ບໍ່​ຖືກ​ແກ້​ໄຂ​ ​ແລະ​ການ​ລັກຂະ​ໂມ​ຍຊັບ​ສິນ​ຂອງ​ສະຫະລັດ​ໂດຍ​ກົງ​ນັ້ນ ຍັງມີ​
ສືບ​ຕໍ່​ໄປ ມັນ​ກໍຈະ​ມີ​ບັນຫາ​ທີ່​ຍາກ​ທີ່​ສຸດ​ຕໍ່​ຄວາມ​ສໍາພັນ​ທາງ​ເສດຖະກິດ​ ທີ່​ກໍາລັງ​
ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້.”


ທັງ​ທ່ານ Donilon ​ແລະ​ທ່ານ Yang Jiechi ທີ່​ປຶກສາ​ລັດ​ຖະບານຈີນ ​ເວົ້າ​ວ່າ ປະທານ
ຊີ ຈິນຜິ​ງ ​ໄດ້​ບອກ​ທ່ານ​ໂອ​ບາ​ມາ​ວ່າ ປັກ​ກິ່ງ​ແລະ​ວໍ​ຊິງ​ຕັນແມ່ນ​ເຫັນ​ພ້ອມກັນ​ ​ໃນ​ເລື້ອງ​
ບັນ​ຫານີວ​ເຄຼຍຂອງ​ເກົາຫຼີ​ເໜືອ ​ແລະ​ວ່າ​ທັງ​ສະຫະລັດ​ແລະຈີນ ​ຈະ​ບໍ່​ຮັບ​ເອົາ​ເກົາຫຼີ​
ເໜືອ ​ໃນ​ຖານະ​ປະ​ເທດທີ່​ມີ​ນີວ​ເຄຼຍ.

​ເກົາຫຼີ​ເໜືອ​ເປັນ​ປະ​ເທດ​ທີ່​ເພິ່ງ​ພາ​ຈີນຫຼາຍທີ່​ສຸດສໍາລັບດ້ານ​ການ​ຊ່ວຍ​ເຫຼືອ​ແລະການ​ຄ້າ ​ແລະ​ປັກ​ກິ່ງ​ຍັງ​ຮັກສາ​ຄວາມ​ສໍາພັນ​ອັນ​ໃກ້ຊິດ​ກັບ​ພຽງ​ຢາງ​ຢູ່​ຕະຫຼອດມາ. ​ແຕ່​ຢ່າງ​ໃດ​ກໍ​ດີ ຈາກ​ສໍານວນ​ໂວຫານ​ຫາ​ເລຶ່ອງ​ເກາະ​ຜິດ ຂອງ​ເກົາຫຼີ​ເໜືອເມື່ອບໍ່​ດົນ​ມາ​ນີ້ ​ໂຮມ​ທັງ​ການ​ຂົ່ມ​ຂູ່ວ່າ​ຈະ​ໂຈມ​ຕີ​ສະຫະລັດ​ດ້ວຍ​ອາວຸດ​ນີວ​ເຄຼຍ ​ແລະ​ພັນ​ທະ​ມິດ​ອື່ນໆ​ຂອງ​ເກົາຫຼີ​ໃຕ້​ນັ້ນ ​ແມ່ນ​ໄດ້ເຮັດ​ໃຫ້​ຄວາມ​ສໍາພັນ​ລະຫວ່າງ​ຈີນ​ກັບ​ເກົາ​ເໜືອ ​ເຢັນ​ຊາ​ລົງ​ໄປ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ.

ເບິ່ງວີດີໂອ:

ທ່ານ ໂອບາມາ ປະຊຸມກັບປະທານປະເທດຈີນ
please wait

No media source currently available

0:00 0:00:43 0:00
XS
SM
MD
LG