ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ດ້ານ​ການທະ​ຫານ ຂອງ​ ສ​ຫລ ແລະ ຈີນ ພົບ​ປະ​ກັນ ເພື່ອ​ຫາ​ທາງ ປັບ​ປຸງ ສາຍ​ພົວ​ພັນ ໃຫ້​ດີ​ຂຶ້ນ


ທ່ານ ຈິມ ແມັດຕິສ (Jim Mattis) ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ຈັບ​ມື​ກັບ ນາຍພົນ ເວ ເຟັງເຮ ຂອງຈີນ ຊຶ່ງ​ເປັນຄູ່ຕຳແໜ່ງຂອງ​ທ່ານ ທີ່​ສິງ​ກະ​ໂປ​ໃນ​ວັນ​ທີ 18 ຕຸ​ລາ, 2018
ທ່ານ ຈິມ ແມັດຕິສ (Jim Mattis) ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ຈັບ​ມື​ກັບ ນາຍພົນ ເວ ເຟັງເຮ ຂອງຈີນ ຊຶ່ງ​ເປັນຄູ່ຕຳແໜ່ງຂອງ​ທ່ານ ທີ່​ສິງ​ກະ​ໂປ​ໃນ​ວັນ​ທີ 18 ຕຸ​ລາ, 2018

ທ່ານ ຈິມ ແມັດ​ຕິ​ສ (Jim Mattis) ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ
ກ່າວ​ຕໍ່ຄູ່​ຕຳ​ແໜ່ງ​ຝ່າຍ​ຈີນ​ວ່າ ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ດັບ​ສູງ ​ລະ​ຫວ່າງສອງ
​ປະ​ເທດ​ດັ່ງ​ກ່າວ ຈະ​ຫລຸດ​ການສ່ຽງ​ທີ່​ຈະ​ເກີດ​ການ​ຂັດ​ແຍ້ງ​ກັນ​ແບບ ບໍ່ຕັ້ງ​ໃຈ​ນັ້ນໄດ້.

ທ່ານ​ແມັດ​ຕິ​ສ ແລະ​ນາຍ​ພົນເວ ເຟັງ​ເຮ (Wei Fenghe) ຂອງ​ຈີນໄດ້​ພົບ​ປະ​ກັນ ຢູ່
ນອກກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ຂົງ​ເຂດ​ເອ​ເຊຍຢູ່​ໃນ​ສິງ​ກະ​ໂປ ໃນ​ການດ​ຳ​
ເນີນຄວາມ​ພະ​ຍາ​ຍາມ​ ທີ່​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ທາງ​ທະ​ຫານ ມີ​ຄວາມ​ເປັນ​ປົກ​ກະ​
ຕິຂຶ້ນ. ພາຍ​ຫລັງ​ທີ່​ມີ​ການ​ພົບ​ປະ​ກັນ​ນັ້ນ​ແລ້ວ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດເວົ້າ​ວ່າ
ພວກ​ທ່ານ​ຮູ້​ສຶກ​ໄດ້​ວ່າການ​ພົວ​ພັນ​ທາງ​ທະ​ຫານ​ກັບ​ຈີນ ແມ່ນ​ມີ​ສະ​ຖຽນ​ລະ​ພາບຂຶ້ນ
ເຖິງ​ແມ່ນ​ວ່າ ການ​ພົບ​ປະ​ດັ່ງ​ກ່າວ​ຈະ​ບໍ່​ໄດ້​ພາ​ໃຫ້​ມີ​ການ​ເຊັນ​ສັນ​ຍາ​ໃໝ່​ແຕ່​ຢ່າງໃດ​
ກໍ​ຕາມ.

ການ​ພົວ​ພັນ​ທາງ​ທະ​ຫານລະ​ຫວ່າງວໍ​ຊິງ​ຕັນ ​ກັບປັກ​ກິ່ງ ໄດ້​ເຊື່ອມ​ໂຊມ​ລົງ ໃນ​ຊຸມ
ອາ​ທິດມໍ່ໆມານີ້ ຍ້ອນ​ສົງ​ຄາມ​ທາງ​ການ​ຄ້າ, ການ​ລົງ​ໂທດ​ຂອງສະ​ຫະ​ລັດຕໍ່​ກອງ​ທັບ
​ຈີນທີ່​ຊື້​ອາ​ວຸດ​ຈາກຣັດ​ເຊຍ, ແລະ​ການ​ສ້າງຄ້າຍ​ທະ​ຫານຂອງ​ຈີນ​ຫຼາຍ​ແຫ່ງຢູ່​ໃນ​
ທະ​ເລ​ຈີນ​ໃຕ້.

ທ່ານ ແຣນ​ດາ​ລ ຊ​ຄ​ຣາຍ​ເວີ (Randall Schriver) ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຂອງທຳນຽບ
​ຫ້າ​ແຈກ່າວ​ຕໍ່ ​ພວກ​ນັກ​ຂ່າວ ພາຍ​ຫລັງ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ດຳ​ເນີນ​ໄປ​ 90
ນາ​ທີ ຊຶ່ງ​ດົນ​ກວ່າ​ເວ​ລາ​ທີ່​ຄາດ​ຄິດ​ໄວ້ນັ້ນວ່າທ່ານ​ແມັດ​ຕິ​ສ "ໄດ້​ກ່າວ​ຢ້ຳ​ແລ້ວ ຢ້ຳ​ອີກ
ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ​ ທີ່​ຢາກ​ມີ​ສາຍ​ສຳ​ພັນ ທີ່​ຍືນ​ນານ ຊຶ່ງ​ເປັນ​ກຳ​
ລັງທີ່​ມີ​ສະ​ຖຽນ​ລະ​ພາບ ຢູ່​ໃນສາຍ​ສຳ​ພັນ​ໂດ​ຍ​ລວມ."

ທ່ານ​ແມັດ​ຕິ​ສມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ທ່ານ ເວ ເຟັງ​ເຮ (Wei Fenghe) ຢູ່​ປັກ​ກິ່ງ
​ໃນ​ສອງ​ສາມ​ອາ​ທິດ​ຜ່ານ​ມານີ້ ແຕ່​ວ່າ ພວກ​ເຈົ້າ​ໜ້າ​ທີ່ຂອງ​ຈີນເວົ້າ​ວ່າ ທ່ານ ເວ
(Wei) ບໍ່​ຫວ່າງ, ຊຶ່ງ​ເປັນ​ສິ່ງ​ສໍ້​ສະ​ແດງ​ໃຫ້​ເຫັນ​ເຖິງການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ
ແລະ​ຈີນທີ່​ມີ​ຄວາມ​ເຄັ່ງ​ຕຶງນັ້ນ ໄດ້​ແຜ່​ລາມ​ໄປ​ເຖິງ​ຊົງ​ເຂດ​ທະ​ຫານ​ອີກ​ດ້ວຍ. ການ​ປະ​
ຕິ​ເສດ​ດັ່ງ​ກ່າວ​ຂອງ​ຈີນ ແມ່ນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້
ຕໍ່​ການລົງ​ໂທດ​ຂອງ​ສະ​ຫະ​ລັດ​ຢ່າງໂກດ​ເຄືອງນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG