ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະຈີນ​ ເຊັນ​ສັນຍາ ການ​ຄ້າ ທີ່ກວມ​ເອົາ ໝົດທຸກຢ່າງ​


ທ່ານດໍ​ໂນ​ລ ທຣໍາ ​ແລະທ່ານຊີ ຈິິ້ນ​ຜີ​ງໄດ້ຖ່າຍຮູບຮ່ວມກັນ ທີ່​ບ້ານ​ພັກ​ຕາກ​ອາກາດ Mar-a-Lago ​ຂອງ​ທ່ານທຣໍາ ​​ຢູ່ Palm Beach, ລັດ Florida ​ໃນ​ທີ 7 ​ເມສາ​ທີ່​ຜ່ານ​ມາ.
ທ່ານດໍ​ໂນ​ລ ທຣໍາ ​ແລະທ່ານຊີ ຈິິ້ນ​ຜີ​ງໄດ້ຖ່າຍຮູບຮ່ວມກັນ ທີ່​ບ້ານ​ພັກ​ຕາກ​ອາກາດ Mar-a-Lago ​ຂອງ​ທ່ານທຣໍາ ​​ຢູ່ Palm Beach, ລັດ Florida ​ໃນ​ທີ 7 ​ເມສາ​ທີ່​ຜ່ານ​ມາ.

ກະຊວງ​ການ​ຄ້າ​ສະຫະລັດປະກາດໃນ​ວັນ​ພະຫັດວານ​ນີ້ວ່າ ​ວໍ​ຊິງ​ຕັນ ​ແລະ​ປັກ​ກິ່ງ​ໄດ້​
ເຊັນ​ສັນຍາການ​ຄ້ານໍາ​ກັນ ທີ່ກວມ​ເອົາໝົດທຸກຢ່າງ​ນັບ​ແຕ່ ດ້ານການ​ທະນາຄານ
​ຕະຫລອດ​ຮອດ​ຊີ້ນງົວ.

ທ່ານ Wilbur Ross, ລັດຖະມົນຕີ​ກະຊວງ​ການ​ຄ້າ​ສະຫະລັດ​ເວົ້າວ່າ "ສັນຍານີ້ ນັບ
​ວ່າ​ເປັນຜົນສໍາ​ເລັດ​ທີ່​ໄດ້​ມາ​ດ້ວຍ​ຄວາມ​ຍາກ​ລໍາບາກຫລາຍ​ກວ່າ​ຈະ​ຕົກລົງ​ກັນ​ໄດ້.
ຜົນ​ສໍາ​ເລັດນີ້​ແມ່ນ​ຫຼາຍ​ກວ່າ​ເທົ່າ​ທີ່​ເຄີຍ​ໄດ້​ເຮັດ​ມາ​ໃນ​ປະຫວັດສາດ​ຂອງ​ການ​ພົວພັນ​
ການ​ຄ້າ​ລະຫວ່າງ ສະຫະລັດກັບ​ຈີນ."

ການບັນລຸ​ຂໍ້ຕົກລົງ​ນີ້​ໄດ້ ​ແມ່ນ​ເປັນຜົນ​ເນື່ອງ​ມາ​ຈາກ​ສັນຍາ​ທີ່​ເຊັນ​ກັນ​ລະຫວ່າງ​ປະ
ທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ​ແລະ​ປະທານ​ປະ​ເທດ​ຈີນ ທ່ານ ຊີ ຈິິ້ນ​ຜີ​ງ
ຢູ່​ໃນ​ກອງ​ປະຊຸມ ທີ່​ບ້ານ​ພັກ​ຕາກ​ອາກາດ Mar-a-Lago ​ຂອງ​ທ່ານທຣໍາ ຢູ່​ເມືອງ
Palm Beach, ລັດ Florida ​ໃນ​ວັນ​ທີ 6 ​ເມສາ​ທີ່​ຜ່ານ​ມາ.

ທ່ານ​ Ross ​ເວົ້າວ່າ ນັບ​ແຕ່​ນັ້ນມາ ທ່ານທຣໍາ “ກໍ​ໄດ້​ຟັງລາຍ​ງານ​ຫຍໍ້ ​ບໍ່ຫລາຍ​ກໍໜ້ອຍ
ກ່ຽວກັບ​ຄວາມ​ຄືບໜ້າຂອງການ​ເຈລະຈາ ​ໃນ​ແຕ່​ລະມື້.”

ທ່ານ​ຍັງ​ໄດ້​ກ່າວ​ຕໍ່ນັກ​ຂ່າວ​ທີ່​ທໍານຽບຂາວ​ວ່າ ຫລັງ​ຈາກ​ການ "ປຶກສາ​ຫາລື​ກັນ​ທາງ​
ດ້ານ​ເຕັກ ນິກ" ທີ່​ສອດຄ່ອງ​ກັບ​ມາດຕະຖານ​ສາກົນກ່ຽວກັບ​ຄວາມ​ປອດ​ໄພດ້ານ​ອາ​
ຫານ ​ແລະ​ສັດ ອີກ​ນຶ່ງ​ຮອບ ຈີນ​ກໍ​ຈະຕົກລົງໃຫ້​ມີ​ການ​ນໍາ​ຊີ້ນງົວ​ເຂົ້າຈີນ​ໄດ້ ບໍ່​ເກີນ​
ວັນ​ທີ 16 ກໍລະ​ກົດທີ່​ຈະ​ມາ​ເຖິງ​ນີ້.

ສະມາຄົມຄົນ​ລ້ຽງງົວ​ຂອງ​ສະຫະລັດ ໄດ້​ຍ້ອງຍໍ​ຕໍ່ສັນຍາ​ດັ່ງກ່າວ ​ໂດຍ​ໄດ້​ກ່າວ​ວ່າ
ການ​ເຂົ້າຫາ​ຕະຫລາດ​ຈີນ​ໄດ້ ​ແມ່ນສໍາຄັນ​ຫລາຍ​ສໍາລັບ​ສະມາຊິກ​ຂອງ​ສະມາຄົມ.

ທ່ານ Kenny Graner ປະທານ​ສະມາຄົມ​ດັ່ງກ່າວ ​ໄດ້​ບອກກັບນັກ​ຂ່າວ VOA ວ່າ
"ຜົນ​ສໍາ​ເລັດ​ໃນ​ຂົງ​ເຂດ​ນີ້ ຈະ​ພັກ​ດັນໃຫ້​ຕະຫລາດ​ຊີ້ນງົວ​ຂອງ​ສະຫະລັດຂະຫຍາຍ
ຕົວ ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຊີ້ນງົວ"​ ໃນ​ຕະຫລາດຈີ​ນ​ເພີ້ມຂຶ້ນ.

​ອີງ​ຕາມກະຊວງ​ການ​ຄ້າ​ສະຫະລັດ ເພື່ອ​ເປັນ​ການ​ແລກປ່ຽນກັນ ​ວໍ​ຊິງ​ຕັນ ​ແລະ​ປັກ​
ກິ່ງຍັງ​ຈະ​ໄດ້​ແກ້​ໄຂ​ບັນຫາ​ທີ່​ຄ້າງ​ຄາ​ນໍາ​ກັນ ທີ່​ຈະອຳນວຍໃຫ້ມີການ​ນໍາ​ເອົາສັດ​ປີກ
ທີ່​ສຸກ​ແລ້ວຈາກ​ຈີນ ​ເຂົ້າມາ​ໃນສະ​ຫະລັດ ​ໂດຍ "​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG