ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​ພົນ​ເຮືອ​ເອກຈີນ ເອີ້ນການກໍ່ສ້າງ ຢູ່ໝູ່ເກາະວ່າ “ສົມ​ເຫດ ສົມຜົນ ຖືກຕ້ອງຕາມ​ກົດໝາຍ ​ແລະ ​ເໝາະ​ສົມ​ແລ້ວ”


ພົນ​ເຮືອ​ເອກ​ Sun Jianguo ຊຶ່ງ​ເປັນຮອງ​ເສນາ​ທິການ​ກອງທັບປົດປ່ອຍປະຊາຊົນ​ຈີນ ຕອບຄຳຖາມຕ່າງໆ ຈາກບັນດາແຂກເຂົ້າຮ່ວມໃນກອງປະຊຸມສຸດຍອດ
ຄວາມ​ໝັ້ນຄົງ ເອເຊຍ ຂອງສະຖາບັນນານາຊາດ ເພື່ອການສຶກສາຍຸດທະສາດ ຄັ້ງທີ 14th ຫຼື IISS Shangri-la Dialogue, ວັນທີ 31 ພຶດສະພາ 2015, ໃນປະເທດ ສິງກະໂປ.
ພົນ​ເຮືອ​ເອກ​ Sun Jianguo ຊຶ່ງ​ເປັນຮອງ​ເສນາ​ທິການ​ກອງທັບປົດປ່ອຍປະຊາຊົນ​ຈີນ ຕອບຄຳຖາມຕ່າງໆ ຈາກບັນດາແຂກເຂົ້າຮ່ວມໃນກອງປະຊຸມສຸດຍອດ ຄວາມ​ໝັ້ນຄົງ ເອເຊຍ ຂອງສະຖາບັນນານາຊາດ ເພື່ອການສຶກສາຍຸດທະສາດ ຄັ້ງທີ 14th ຫຼື IISS Shangri-la Dialogue, ວັນທີ 31 ພຶດສະພາ 2015, ໃນປະເທດ ສິງກະໂປ.

ຈີນໄດ້​ປະຕິ​ເສດ​ຢ່າງ​ແຂງຂັນ ຕໍ່​ການ​ຕຳ​ນິຕິ​ຕຽນ​ຂອງ​ສະຫະລັດ
ກ່ຽວ​ກັບ ກິດຈະ​ກຳ​ຕ່າງໆ​ໃນການ​ຖົມ​ໝູ່ເກາະ ຢູ່​ໃນ​ທະ​ເລຈີນ​ໃຕ້.

ພົນ​ເຮືອ​ເອກ​ຈີນ ທ່ານ Sun Jianguo ກ່າວ​ຕໍ່​ກອງ​ປະຊຸມ
ສຸດຍອດ ຄວາມ​ໝັ້ນຄົງ ​ຢູ່​ທີ່​ສິງກະ​ໂປ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ
ວຽກງານ​ການ​ກໍ່ສ້າງ​ນັ້ນ ​ແມ່ນ “ສົມ​ເຫດສົມຜົນ ຖືກຕ້ອງຕາມ
​ກົດໝາຍ ​ແລະເໝາະ​ສົມ​ແລ້ວ”
​ແລະວ່າ ​ໂຄງການ​ຕ່າງໆ
​ແມ່ນເພື່ອ​ຈຸດປະສົງໃນການສະໜອງ​ “ການ​ບໍລິການ​
ສາທາ​ລະນະ​ສາກົນ.”

ພົນ​ເຮືອ​ເອກ​ Sun ຊຶ່ງ​ເປັນຮອງ​ເສນາ​ທິການ​ກອງທັບປົດປ່ອຍ
​ປະຊາຊົນ​ຈີນ ​ໄດ້​ກ່າວ​ຢ້ຳວ່າ “ບໍ່​ມີ​ການ​ປ່ຽນ​ແປງໃດໆ ໃນ​ການ​ອ້າງເອົາກຳມະສິດ​
ຂອງ​ຈີນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້”
ແລະ​ກ່າວ​ຕື່ມ​ອີກ​ວ່າ “ຫຼື ບໍ່ມີ​ການປ່ຽນ​ແປງ​ໃດໆ ​ໃນ​
ທ່າ​ທີ​ຂອງ​ຈີນ ກ່ຽວ​ກັບ​ການ​ແກ້ໄຂບັນຫາຂັດແຍ້ງຕ່າງໆ ດ້ວຍສັນຕິວິທີ ​ໂດຍ​ຜ່ານ​
ການ​ເຈລະຈາ ​ແລະການ​ປຶກສາ​ຫາລື.”

ພວກກ່ຳປັ່ນດູດຊາຍຂອງຈີນ ແມ່ນເຫັນກັນເປັນທີ່ຈະແຈ້ງ ໃນທະເລ ອ້ອມຫາດ Mischief Reef ໃນບໍລິເວນໝູ່ເກາະ Spratly ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ຈາກພາບຂອງວີດີໂອ ທີ່ໄດ້ບັນທຶກໄວ້ ໂດຍເຮືອບິນສອດແນມສະຫະລັດ P-8A Poseidon ທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.
ພວກກ່ຳປັ່ນດູດຊາຍຂອງຈີນ ແມ່ນເຫັນກັນເປັນທີ່ຈະແຈ້ງ ໃນທະເລ ອ້ອມຫາດ Mischief Reef ໃນບໍລິເວນໝູ່ເກາະ Spratly ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ຈາກພາບຂອງວີດີໂອ ທີ່ໄດ້ບັນທຶກໄວ້ ໂດຍເຮືອບິນສອດແນມສະຫະລັດ P-8A Poseidon ທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.

ພົນ​ເຮືອ​ເອກ Sun ​ໄດ້​ຖືກ​ຊັກ​ຖາມ​ຢ່າງ​ໜັກ ຈາກພວກນາຍ​ທະຫານ ນັກ​ການ​ທູດ
ນັກວິຊາການ ​ແລະ ນັກ​ຂ່າວ​ຕ່າງໆ ​ທີ່ຍັງ​ມີ​ຂໍ້ສົງ​ໄສຢູ່ນັ້ນ. ​ແຕ່​ນາຍ​ທະຫານອະວຸໂສ
ຂອງຈີນທ່ານນີ້ ​ໄດ້​ຢືນ​ຢັດກັບບົດ​ປາ ໄສຂອງ​ທ່ານ ​ທີ່​ໄດ້​ກ່າວ​ໄປ​ແລ້ວນັ້ນ ​ໂດຍ​ບໍ່​ໄດ້​ໃຫ້​
ຄວາມ​ກະຈ່າງ​ແຈ້ງ​ເລີຍ​.

ຄຳ​ຖະ​ແຫລ​ງຂອງ​ພົນ​ເຮືອ​ເອກ​ຈີນທ່ານນີ້ ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ທີ່​ລັດ ຖະມົນຕີປ້ອງ​ກັນ​
ສະຫະລັດ ທ່ານ Ashton Carter ​ໄດ້​ກ່າວ​ຕິຕຽນຢ່າງກົງ​ໄປກົງ​ມາ ຕໍ່ການ​ທີ່​ຈີນປະຕິບັດ
ຂັດຕໍ່ຫລັກການຂອງ​ນານາ​ຊາດ ທ່າມກາງ​ການ​ຖົມ​ເກາະ​ຖົມດອນ ໃນ​ລະດັບ​ທີ່​ບໍ່​ເຄີຍມີ
ມາ​ກ່ອນ ທີ່​ວ່າ “ມັນ​ເປັນ​ທີ່ບໍ່​ຈະ​ແຈ້ງວ່າ ຈີນ​ຈະ​ທຳ​ເຊັ່ນ​ນັ້ນ ຕື່ມອີກຫຼາຍສ່ຳ​ໃດ.”

US China
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG