ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຈີນ ຈະ ເຈລະຈາກັນຄືນ ກ່ຽວ​ກັບ ສົນທິສັນຍາ ລົງທຶນສອງຝ່າຍ (ວີດິໂອ)


ເງິນຢວນ ຂອງຈີນ ແລະ ໂດລ່າສະຫະລັດ
ເງິນຢວນ ຂອງຈີນ ແລະ ໂດລ່າສະຫະລັດ
ສະຫະລັດແລະຈີນ ໄດ້ຕົກລົງກັນທີ່ຈະກັບ​ຄືນ​ໄປເຈລະຈາກັນ
ອີກກ່ຽວ​ກັບ ສົນທິສັນຍາການລົງທຶນສອງຝ່າຍ ທີ່ອາດສາມາດ
ເສີມຂະຫຍາຍການເຂົ້າຫາຕະຫຼາດຈີນໄດ້ ສໍາລັບພວກນັກລົງ
ທຶນອາເມຣິກັນ. ຂໍ້ຕົກລົງກັນດັ່ງກ່າວນີ້ ມີຂຶ້ນໃນລະຫວ່າງ ການ ເຈລະຈາເມື່ອອາທິດຜ່ານມາ ລະຫວ່າງ ເຈົ້າໜ້າທີ່ອາວຸໂສຈີນ ແລະສະຫະລັດທີ່ນະຄອນຫຼວງວໍຊິງຕັນ ​ເມື່ອ​ໄວໆ​ມາ​ນີ້. Scott
Stearn ຜູ້ສື່ຂ່າວວີໂອເອ ປະຈໍາກະຊວງຕ່າງປະເທດສະຫະລັດ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານ
ໃນ ອັນດັບຕໍ່ໄປ

ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບລາຍງານນີ້:

ລິງໂດຍກົງ

ເທື່ອນີ້ບໍ່ແມ່ນເປັນເທື່ອທໍາອິດ ທີ່ຈີນໄດ້ຕົກລົງຈະເຈລະຈາກ່ຽວກັບສົນທິສັນຍາວ່າດ້ວຍ
ການລົງທຶນຂອງຕ່າງປະເທດ ໃນພາກສ່ວນທັງໝົດຂອງ ເສດຖະກິດຂອງຕົນ. ທ່ານ
Jacob Lew ລັດຖະມົນຕີກະຊວງການເງິນສະຫະລັດ ເວົ້າວ່າ ການເຄື່ອນໄຫວດັ່ງກ່າວ
ນີ້ ສະແດງໃຫ້ເຫັນວ່າຄະນະຜູ້ນໍາຊຸດໃໝ່ຂອງຈີນຮັບຮູ້ວ່າ ການເຕີບໂຕໃນອະນາຄົດ ນັ້ນ ຈະບໍ່ບັນລຸໄດ້ ຖ້າ​ໃຊ້ລະບົບທີ່ເຄີຍໃຊ້ກັນມາໃນອະດີດ.

ທ່ານ Jacob Lew ເວົ້າວ່າ: “ພວກເຂົາເຈົ້າຮູ້ວ່າ ເສດຖະກິດຂອງເຂົາເຈົ້າຕ້ອງ ການຄຸນສົມບົດທີ່ເນັ້ນໃສ່ຕະຫຼາດຫຼາຍຂຶ້ນ ພວກເຂົາເຈົ້າແລະພວກເຮົາຕ່າງ​ກໍຕ້ອງການຕະຫຼາດທີ່ເປີດກວ້າງໃຫ້ກັນແລະກັນ. ພວກເຮົາຍິນດີນໍາການ
ລົງທຶນຂອງຈີນໃນສະຫະລັດ. ແລະພວກເຮົາກໍຍິນດີກັບໂອກາດ ສໍາລັບ ການລົງທຶນຂອງສະຫະລັດໃນຈີນ.”


ທ່ານ ຫວັງ ຢັງ ຮອງນາຍົກລັດຖະມົນຕີຈີນ ເວົ້າວ່າ: ປັກກິ່ງ ແລະວໍຊິງຕັນ ຕົກລົງກັນທີ່ ຈະ ເພີ່ມການຮ່ວມມືກັນດ້ານກົດລະບຽບທາງການເງິນ ການບັງຄັບກົດໝາຍ ແລະມາດ
ຕະຖານການບັນຊີ ຊຶ່ງ​ທັງ​ໝົດ​ນັ້ນ​ແມ່ນ ບາດກ້າວໄປໜ້າທີ່ສໍາຄັນ.

ທ່ານ ຢັງ ເວົ້າວ່າ: “ສະຫະລັດຍິນດີນໍາການ​ທີ່ສະຖາບັນການເງິນທັງຫຼາຍຂອງ
ຈີນ ເຂົ້າ​ມາລົງທຶນໃນຕະຫຼາດຂອງສະຫະລັດ. ຄວາມເຂົ້າໃຈແລະຄວາມເຊື່ອ
ໃຈ ຊຶ່ງກັນແລະກັນນັ້ນ ​ແມ່ນເປັນເງື່ອນໄຂລ່ວງໜ້າທີ່ສໍາຄັນຢ່າງນຶ່ງ ສໍາລັບ ການຮ່ວມມືກັນທີ່ມີແຕ່ຈະນໍາຜົນປະໂຫຍດ ມາ​ໃຫ້ສອງປະເທດ ທີ່ຍິ່ງໃຫຍ່ ຂອງພວກເຮົາ.”


ດ້ວຍການຄ້າສອງທາງ ທີ່ມີມູນຄ່າ​ເກື​ອບ 500 ພັນລ້ານໂດລ່າ ເມື່ອປີ ຜ່ານມາ ການ​ມີ​ສົນທິສັນຍາ​ວ່າ​ດ້ວຍການລົງທຶນສອງຝ່າຍ ຈຶ່ງໝາຍເຖິງ ຜົນຮັບອັນໃຫຍ່ຫຼວງ ສໍາລັບ ເສດຖະກິດທັງສອງປະເທດ ແຕ່ວ່າ​ສົນທິສັນຍາ​ນີ້ ຈະຕ້ອງໄດ້ຮັບການອະນຸມັດ ໂດຍ ສຽງສະໜັບສະໜຸນຈາກສອງສ່ວນ ສາມຂອງສະພາສູງສະຫະລັດ ເສຍກ່ອນ.

​ແລະສະມາຊິກສະພາສູງຫຼາຍຄົນກໍຕໍາໜິຕິຕຽນຈີນ ສໍາລັບ​ເລື້ອງການ ຈາລະກໍາທາງ ອິນ ເທີເນັດ ຊຶ່ງບັນດາຊ່ຽວຊານເວົ້າວ່າ ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ສະຫະລັດ ໃນມູນ ຄ່າ ຫຼາຍຮ້ອຍພັນລ້ານໂດລ່າຕໍ່ປີ. ທ່ານ Bill Burns ຮອງລັດຖະມົນຕີຕ່າງປະເທດສະ ຫະລັດ ກ່າວວ່າ:

ທ່ານ Burns ເວົ້າວ່າ: “ສາຍ​ພົວພັນກັນດ້ານເທັກໂນໂລຈີ່ ທີ່ຜູກມັດພວກ ເຮົາ ດ້ວຍ ກັນນັ້ນ ຍັງນໍາ​ເອົາການທ້າທາຍ​ແບບໃໝ່ມາສູ່ຄວາມສໍາພັນສອງ ຝ່າຍ ຂອງພວກເຮົາ. ​ແລະໃນລະຫວ່າງການສົນທະນາຫາລື​ກັນຂອງພວກ ເຮົາ ໃນ ອາທິດຜ່ານມານີ້ ທາງ​ເຮົາກໍໄດ້ເນັ້ນຢໍ້າວ່າການລັກຂະໂມຍທາງ ອິນເທີເນັດ ​ເອົາຄວາມລັບດ້ານການຄ້າ ດ້ານຊັບສິນທາງປັນຍາ ແລະຂໍ້ມູນລັບທາງທຸລະ ກິດເປັນພຶດຕິກໍາທີ່ຮັບເອົາບໍ່ໄດ້.”

ຈີນ​ໄດ້ປະຕິເສດຂໍ້ກ່າວຫາລັກຂະ​ໂມ​ຍທາງອິນເທີເນັດ ແລະ​ໄດ້ກ້າປາກ ກ້າເວົ້າອອກ ມາ ຫຼາຍຂຶ້ນກ່ຽວກັບບັນຫານີ້ ລຸນ​ຫລັງການປ່ອຍຄວາມລັບ ໂດຍອະດີດນັກວິເຄາະ ການສືບລັບຂອງສະຫະລັດ ທ້າວ Edward Snowden ທີ່ເປີດເຜີຍ​ໃຫ້​ຮູ້​ວ່າ ສະຫະ ລັດ ທໍາການສອດແນມເປົ້າໝາຍ ຕ່າງໆຂອງຈີນ ຢ່າງກວ້າງຂວາງ. ທ່ານ Yang Jiechi ທີ່ປຶກສາລັດຖະ ບານ ກ່າວວ່າ:

ທ່ານ ຢາງ Jiechi ເວົ້າວ່າ: “ຈີນກໍເປັນ​ເຫຍື່ອຂອງການໂຈມຕີລັກເອົາຂໍ້ ມູນທາງ ອິນເທີເນັດ. ທັດສະນະຂອງຈີນກໍແມ່ນວ່າ ສະຫະ​ປະຊາ​ຊາດ​ຄວນ​ຈະ​ຮ່າງກົດ ເກນບັງຄັບລະບົບອິນເທີເນັດສາກົນ ທີ່ຖືກຕ້ອງນັ້ນຂຶ້ນມາ ເພື່ອຊ່ວຍຍົກລະດັບ ຄວາມໝັ້ນຄົງຂອງອິນເທີເນັດ ໃນໝົດທຸກປະເທດ.”

ກ່ຽວກັບການຍາດແຍ່ງກັນອ້າງເອົາດິນ​ດອນໃນເຂດທະເລຈີນໃຕ້ ແລະ ທະເລຈີນຕາ ເວັນອອກນັ້ນ ທ່ານ Yang ກ່າວ​ວ່າ ຈີນຫວັງວ່າ ສະຫະລັດ ຈະສະໜັບສະໜຸນຄວາມ ພະຍາຍາມຕ່າງໆເພື່ອແກ້ໄຂຂໍ້ຂັດແຍ້ງກັນນີ້ ໂດຍຜ່ານການໂອ້ລົມສົນທະນາກັນ.

ທ່ານ Yang Jiechi ເວົ້າວ່າ: “ທັງສອງຝ່າຍມີຄວາມ​ເຫັນວ່າ ຄວາມພະຍາ ຍາມ ເພື່ອສ້າງສາຕົວແບບໃໝ່ ຂອງຄວາມສໍາພັນລະຫວ່າງປະເທດ ມະຫາ ອໍານາດ ນັ້ນ ຄວນເລີ່ມຕົ້ນຂຶ້ນຢູ່ໃນຂົງເຂດເອເຊຍ-ປາຊິຟິກ. ທັງສອງຝ່າຍຕົກລົງກັນ ທີ່ຈະຈັດການປຶກສາຫາລືກ່ຽວ​ກັບຂົງເຂດເອເຊຍ-ແປຊິຟິກ ຮອບຕໍ່ໄປ ໃນ ທ້າຍປີນີ້ ແລະຮ່ວມກັນຍຶດໝັ້ນຕໍ່ສັນຕິພາບ ສະຖຽນລະພາບ ແລະການພັດທະ ນາ ໃນຂົງເຂດເອເຊຍ-ແປຊິຟິກ.”

ໃນລະຫວ່າງການເຈລະຈາຢູ່​ທີ່​ວໍ​ຊິງ​ຕັນ​ຄັ້ງ​ນີ້ ທັງບັນດາເຈົ້າໜ້າທີ່ສະຫະລັດ ແລະຈີນ ຍັງໄດ້ປຶກສາຫາລືກັນກ່ຽວກັບ​ເລື້ອງສົງຄາມໃນຊີເຣຍ ເລື້ອງການ ຖອນທະຫານນານາ ຊາດອອກຈາກອັຟການີສຖານ ແລະໂຄງການນີວເຄຼຍ ຂອງອິຣ່ານແລະເກົາຫຼີເໜືອ ນັ້ນນໍາ.
XS
SM
MD
LG