ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນບໍ່ພໍໃຈຢ່າງແຮງ ນໍາຈຸດຢືນຂອງສະຫະລັດ ກ່ຽວກັບເລື້ອງໝູ່ເກາະ ໃນທະເລຈີນຕາເວັນອອກ


Saat diserang dengan tembakan senapan mesin dari penjaga pertahanan maritim Jerman, tentara Amerika turun dari kapal penjaga pantai AS dalam operasi pendaratan Sekutu di Normandia, Perancis, 6 Juni 1944.
Saat diserang dengan tembakan senapan mesin dari penjaga pertahanan maritim Jerman, tentara Amerika turun dari kapal penjaga pantai AS dalam operasi pendaratan Sekutu di Normandia, Perancis, 6 Juni 1944.
ຈີນວ່າ ຕົນບໍ່ພໍໃຈຢ່າງແຮງ ນໍາຄໍາເຫັນຂອງລັດຖະມົນຕີກະຊວງ
ການຕ່າງ ປະເທດສະຫະລັດ ທ່ານນາງ Hillary Clinton ກ່ຽວ
ກັບໝູ່ເກາະ ທີ່ເປັນ ບັນຫາຂັດແຍ້ງກັນ ທີ່ທັງຈີນແລະຍີ່ປຸ່ນຕ່າງ
ກໍອ້າງເອົາກໍາມະສິດນັ້ນ.

ກະຊວງການຕ່າງປະເທດຈີນກ່າວໃນວັນຈັນມື້ນີ້ວ່າ ຕົນ “ຄັດ
ຄ້ານຢ່າງ ເດັດຂາດ” ຕໍ່ຈຸດຢືນຂອງສະຫະລັດ ແລະເຕືອນສະ
ຫະລັດວ່າ ໃຫ້ “ລະມັດ ລະວັງໃນຄໍາເວົ້າ ແລະໃຫ້ມີຄວາມ
ຮອບຄອບໃນການກະທໍາ.”

ທ່ານນາງ Clinton ໄດ້ກ່າວ ລຸນຫລັງທີ່ໄດ້ພົບປະກັບລັດຖະ
ມົນຕີການຕ່າງ ປະເທດຍີ່ປຸ່ນ ທ່ານ Fumio Kishida ໃນ
ວັນສຸກຜ່ານມານີ້ ທີ່ວໍຊິງຕັນວ່າ ສະຫະລັດຄັດຄ້ານຕໍ່ການ
ດຳເນີນການຕາມລຳພັງໃດໆ ກໍຕາມ ທີ່ຈະເປັນການ ບ່ອນທຳລາຍການປົກຄອງໝູ່ ເກາະດັ່ງກ່າວຂອງຍີ່ປຸ່ນ. ແຕ່ທ່ານ ນາງກໍບໍ່ໄດ້ເອີ່ຍອ້າງເຖິງຈີນໂດຍກົງແຕ່ຢ່າງໃດ.

ມີສົນທິສັນຍາທີ່ຜູກມັດສະຫະລັດ ໃຫ້ຊ່ວຍຍີ່ປຸ່ນ ຖ້າຫາກໝູ່ເກາະດັ່ງກ່າວຖືກ ຂົ່ມຂູ່.

ຍີ່ປຸ່ນເອີ້ນໝູ່ເກາະດັ່ງກ່າວວ່າ Senkaku ໃນຂະນະທີ່ຈີນເອີ້ນມັນວ່າ Diaoyu. ສະຫະ ລັດໄດ້ຍຶດເອົາໝູ່ເກາະດັ່ງກ່າວໃນສະໄໝສົງຄາມໂລກຄັ້ງ ທີ II ແລະ ໄດ້ມອບໂອນເກາະ ເຫລົ່ານັ້ນໃຫ້ແກ່ຍີ່ປຸ່ນ ໃນປີ 1972. ໝູ່ເກາະເຫລົ່ານັ້ນບໍ່ມີ ຄົນຢູ່ອາໄສ ແຕ່ວ່າເຂດນ່ານ ນໍ້າຢູ່ອ້ອມແອ້ມເກາະເຫລົ່ານັ້ນ ແມ່ນອຸດົມຮັ່ງມີ ໄປດ້ວຍຊັບພະຍາກອນທໍາມະຊາດ.
XS
SM
MD
LG