ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ຈີນ ພະຍາຍາມຄວບຄຸມ ແລະຄອບງໍາການສົນທະນາກ່ຽວກັບແຂວງຊິນຈຽງ


ຜູ້ປະທ້ວງຄົນນຶ່ງ ຢືນຖືປ້າຍ ເຊິ່ງນາງໄດ້ເຂົ້າຮ່ວມໃນການໂຮມຊຸມນຸມຂະໜາດນ້ອຍ ເພື່ອຕໍ່ຕ້ານການເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປະຈໍາປີ 2022 ໃນປະເທດຈີນ, ຢູ່ທີ່ໂຮງລະຄອນສັດ Piccadilly ໃນນະຄອນຫຼວງລອນດອນ, ເມື່ອວັນທີ 3 ກຸມພາ 2022.
ຜູ້ປະທ້ວງຄົນນຶ່ງ ຢືນຖືປ້າຍ ເຊິ່ງນາງໄດ້ເຂົ້າຮ່ວມໃນການໂຮມຊຸມນຸມຂະໜາດນ້ອຍ ເພື່ອຕໍ່ຕ້ານການເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປະຈໍາປີ 2022 ໃນປະເທດຈີນ, ຢູ່ທີ່ໂຮງລະຄອນສັດ Piccadilly ໃນນະຄອນຫຼວງລອນດອນ, ເມື່ອວັນທີ 3 ກຸມພາ 2022.

ສະຫະລັດກ່າວຢູ່ລາຍງານໃນວັນພຸດວານນີ້ວ່າ ຈີນພະຍາຍາມທີ່ຈະ “ຄວບຄຸມ ແລະ​ຄອບ​ງຳການສົນທະນາທີ່ສໍາຄັນ ຢູ່ໃນທົ່ວໂລກກ່ຽວກັບຊິນຈຽງ ແລະທໍາລາຍແຫຼ່ງຂ່າວອິດສະຫຼະທີ່ລາຍງານການຂ້າລ້າງເຜົ່າພັນ, ການ​ກໍ່ອາຊະຍາກໍາຕ້ານມະນຸດຊາດ ເຊິ່ງໄດ້ປະຕິບັດຕໍ່ຊາວມຸສລິມວີເກີເປັນສ່ວນຫຼາຍ” ພ້ອມທັງຊົນກຸ່ມນ້ອຍອື່ນໆອີກ.

ລາຍງານຂອງກະຊວງການຕ່າງປະເທດສະຫະລັດເປີດເຜີຍວ່າ ວິທີການຕ່າງໆຂອງຈີນ ລວມມີ ການປາບປາມການລາຍງານກ່ຽວກັບຄວາມໂຫດຮ້າຍທາລຸນ ແລະສ້າງຂໍ້ມູນທີ່ບໍ່ຖືກຕ້ອງໃນສື່ສັງຄົມອອນລາຍດ້ວຍເລື້ອງຕ່າງໆໃນທາງບວກກ່ຽວກັບຊິນຈຽງ ທີ່ບໍ່ໜ້າເຊື່ອຖືໄດ້.

ວິທີການອື່ນໆທີ່ໄດ້ລະບຸເອົາໄວ້ຢູ່ໃນລາຍງານນີ້ ກໍຄືໃຊ້ການໂຄສະນາແບບຂີ້ຕົວະ ໂດຍມີເປົ້າໝາຍເພື່ອແນໃສ່ເຮັດໃຫ້ນັກວິຈານມິດງຽບ ເຊິ່ງລວມທັງການ​ຂົ່ມຂູ່​ທີ່​ຈະ​ສັງ​ຫານ ແລະທໍາຮ້າຍຮ່າງກາຍ, ການໂຈມຕີທາງໄຊເບີ້ ພ້ອມທັງວິທີການລ່ວງລະເມີດທາງດ້ານຕ່າງໆ.

ກະຊວງການຕ່າງປະເທດຖະແຫຼງວ່າ ຄະນະກໍາມາທິການທາງ​ດ້ານໄຊເບີ້ແລະ ກົມໂຄສະນາຊວນເຊື່ອສູນ​ກາງຂອງຈີນ ມີພະນັກງານ ແລະອາສາສະໝັກຫຼາຍລ້ານຄົນ ທີ່ປະຕິບັດງານກ່ຽວກັບດ້ານນີ້, ເປົ້າໝາຍແມ່ນປະຊາຊົນຈີນທີ່ຢູ່ພາຍໃນປະເທດ ແລະຄົນຈີນ ທີ່ອາໄສຢູ່ໃນຕ່າງແດນ.

ໃນອາທິດແລ້ວນີ້, ຜູ້ຊ່ຽວຊານຂັ້ນສູງກ່ຽວກັບຄວາມເປັນທາດ ຂອງອົງການສະ ຫະປະຊາຊາດ ໄດ້ເປີດເຜີຍລາຍງານທີ່ກ່າວວ່າ “ມີເຫດຜົນທີ່ສາມາດສະຫຼຸບໄດ້ວ່າ ມີການບັງຄັບໃຊ້ແຮງງານໃນໝູ່ຊົນກຸ່ມນ້ອຍຊາວວີເກີ, ຊາວກາຊັກສະ​ຖານ ແລະຊົນກຸ່ມນ້ອຍເຜົ່າອື່ນໆໃນພາກສ່ວນຕ່າງໆເຊັ່ນວ່າ ພາກການກະເສດ ແລະພາກໂຮງງານ ແມ່ນໄດ້ເກີດຂຶ້ນຢູ່ໃນແຂວງຊິນຈຽງຂອງຊາວວີເກີ ເຊິ່ງເປັນຂົງ ເຂດປົກຄອງຕົນເອງຂອງຈີນ.”

ຈີນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆກ່ຽວກັບການລ່ວງລະເມີດຕໍ່ຊາວວີເກີຢູ່ໃນແຂວງຊິນຈຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG