ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນມ້ວນທ້າຍ ການຢ້ຽມຢາມ ສຫລ


ປະທານປະເທດຈີນ ທ່ານຫູຈິນເຖົາ ກ່າວຄຳປາໄສ ໃນງານລ້ຽງຮັບຮອງ ອາຫານຄໍ່າ ຈັດຂຶ້ນເປັນກຽດແກ່ທ່ານ ທີ່ນະຄອນ Chicago ໃນຕອນແລງ ວັນທີ 20 ມັງກອນ 2011
ປະທານປະເທດຈີນ ທ່ານຫູຈິນເຖົາ ກ່າວຄຳປາໄສ ໃນງານລ້ຽງຮັບຮອງ ອາຫານຄໍ່າ ຈັດຂຶ້ນເປັນກຽດແກ່ທ່ານ ທີ່ນະຄອນ Chicago ໃນຕອນແລງ ວັນທີ 20 ມັງກອນ 2011

ປະທານປະເທດຈີນ ທ່ານຫູຈີນເຖົາ ໄດ້ມ້ວນທ້າຍການ
ຢ້ຽມຢາມສະຫະລັດຢ່າງເປັນທາງການເປັນເວລາ 4 ມື້
ດ້ວຍການໄປຢ້ຽມ ໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ທີ່
ນະຄອນ Chicago ໃນວັນສຸກມື້ນີ້.

ທ່ານຫູ ຈະໄປຢ້ຽມພວກນັກຮຽນ ທີ່ພວມພາກັນຮຽນ
ພາສາແລະວັດທະນະທຳຈີນຢູ່ທີ່ໂຮງຮຽນດັ່ງກ່າວແລະ
ຫຼັງຈາກນັ້ນ ກໍຈະພົບປະກັບພວກຜູ້ນຳທຸລະກິດທີ່ໂຮງ
ງານເຄື່ອງອາໄຫຼ່ລົດແຫ່ງນຶ່ງ ທີ່ຈີນເປັນເຈົ້າຂອງ.

ຜູ້ນຳຂອງຈີນ ໄດ້ເດີນທາງໄປເຖິງນະຄອນ Chicago
ບ່ອນທີ່ປະທານາທິບໍດີບາຣັກ ໂອບາມາ ຖືວ່າເປັນບ່ອນ
ເຕີບໃຫຍ່ຂອງທ່ານ ໃນວັນພະຫັດວານນີ້ ຊຶ່ງທ່ານຫູໄດ້
ເປັນແຂກຮັບເຊີນໄປຮ່ວມໃນງານລ້ຽງອາຫານຄໍ່າທີ່ມີ
ພວກຜູ້ນຳທາງການເມືອງ ແລະທຸລະກິດທ້ອງຖິ່ນເຂົ້າ
ຮ່ວມນັ້ນ. ທ່ານໄດ້ກ່າວຊົມເຊີຍນະຄອນ Chicago ວ່າ
ເປັນໂຕແບບຂອງຈິດໃຈໃນການກ້າເຮັດກ້າທຳແລະການລິເລີ່ມທີ່ຊ່ອຍເຮັດໃຫ້ສະຫະລັດ
ເປັນມະຫາອຳນາດຂອງໂລກ.

ງານລ້ຽງອາຫານຄໍ່າດັ່ງກ່າວແມ່ນເປັນສັນຍາລັກໃນການດຳເນີນຄວາມພະຍາຍາມຂອງເຈົ້າ
ຄອງກຳແພງນະຄອນທ່ານ Richard Daley ໃນການດຶງດູດເອົາທຸລະກິດຕ່າງໆຂອງຈີນ
ມາຍັງນະຄອນ Chicago ແລະບໍລິເວນອ້ອມແອ້ມແລະໄດ້ເສີມຂະຫຍາຍຄວາມສຳພັນ
ທາງດ້ານວັດທະນະທຳໃຫ້ມີຄວາມເຂັ້ມແຂງ ລະຫວ່າງປະເທດທີ່ມີເສດຖະກິດໃຫຍ່ເປັນ
ອັນດັບ 2 ຂອງໂລກ ກັບຫົວເມືອງໃຫຍ່ທີ່ອັນດັບ 3 ຂອງສະຫະລັດ.

ທີ່ກຸງວໍຊິງຕັນ ທ່ານຫູໄດ້ເຈລະຈາຫາລືກ່ຽວກັບບັນຫາ ທີ່ຫຼໍ່ແຫຼມສຳຄັນຫຼາຍໆເລື່ອງຮວມ
ທັງເລື່ອງສິດທິມະນຸດ ເສດຖະກິດແລະເກົາຫຼີເໜືອ. ທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບ
ປະທານາທິບໍດີໂອບາມາໃນມື້ວັນພຸດຜ່ານມານັ້ນທ່ານຫູຍອມຮັບວ່າຈີນຈຳເປັນຈະຕ້ອງໄດ້
ປັບປຸງປະວັດໃນການເຄົາລົບນັບຖືສິດທິມະນຸດຂອງຕົນ.

XS
SM
MD
LG