ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ປະທານປະເທດຈີນ ສືບຕໍ່ ການຢ້ຽມຢາມ ສຫລ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະ ປະທານປະເທດຈີນ ທ່ານ ຫູ ຈິນເຖົາ ໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວຮ່ວມ ທີ່ທຳນຽບຂາວ (19 ມັງກອນ 2011)

ນຶ່ງມື້ ຫຼັງຈາກໄດ້ຮັບ​ການຕ້ອນຮັບຢ່າງສົມກຽດ ໃນງານ
ລ້ຽງອາຫານຄໍ່າຢ່າງເປັນທາງການ ທີ່ທຳນຽບຂາວນັ້ນໃນ
ວັນພະຫັດມື້ນີ້ປະທານປະເທດຈີນທ່ານຫູຈິນເຖົາມີ​ກໍານົດ
ຈະໄປຢ້ຽມລັດຖະສະພາຂອງສະຫະລັດ ບ່ອນທີ່ທ່ານຈະ
ໄດ້ພົບປະແບບເຊິ່ງໜ້າກັບສະມາຊິກລັດຖະສະພາອະເມ
ຣິກັນຈຳນວນນຶ່ງທີ່ຕຳໜິຕິຕຽນທ່ານຢ່າງຮຸນແຮງນັ້ນ.

ສອງເຈົ້າໜ້າທີ່ຂັ້ນສູງສຸດຂອງລັດຖະສະພາສະຫະລັດຄືຜູ້
ນຳສຽງສ່ວນຫຼາຍໃນສະພາສູງທ່ານ Harry Reid ແລະ
ປະທານສະພາຕໍ່າທ່ານ John Boeh-ner ຕ່າງກໍໄດ້ປະ
ຕິເສດການເຊື້ອເຊີນໄປຮ່ວມງານລ້ຽງອາຫານຄໍ່າທີ່ທຳນຽບ
ຂາວໃນຄືນວັນພຸດ ຊຶ່ງມີພວກດາລາທີ່ມີຊື່ສຽງຂອງສະຫະ
ລັດ ພວກນັກການເມືອງແລະນັກດົນຕີໄປຮ່ວມນັ້ນ.

ທັງສອງທ່ານຕ່າງກໍກ່າວວ່າ ພວກທ່ານຈະລໍພົບປະກັບທ່ານຫູໃນວັນພະຫັດມື້ນີ້ ແຕ່ຢູ່ທີ່ລັດ
ຖະສະພາສະຫະລັດ ກໍາລັງມີຄວາມໂກດແຄ້ນເປັນຢ່າງໜັກ ຕໍ່ນະໂຍບາຍການເງິນຂອງຈີນ
ຊຶ່ງຫຼາຍໆຄົນເຊື່ອວ່າ ເຮັດໃຫ້ຊາວອະເມຣິກັນສູນເສຍວຽກເຮັດງານທຳນັ້ນ ແລະປະວັດໃນ
ການນັບຖືສິດທິມະນຸດຂອງຈີນ.

ໃນມື້ວັນພຸດວານນີ້ ທ່ານຫູໄດ້ທຳການຍອມຮັບ ແບບທີ່ບໍ່ຄ່ອຍເຫັນກັນກ່ຽວກັບເລື່ອງສິດ
ທິມະນຸດ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມກັບປະທານາທິບໍດີ ບາຣັກໂອບາມາ. ຄຶຫຼັງຈາກທີ່ປະທານາທິບໍດີສະຫະລັດ ໄດ້ຮຽກຮ້ອງຢ່າງເປີດເຜີຍໃຫ້ຈີນສະໜັບສະໜຸນສິດ
ທິສາກົນຂອງມະນຸດແລ້ວ ທ່ານຫູ​ໄດ້ຍອມຮັບວ່າຕ້ອງໄດ້ມີການດຳເນີນການອີກຢ່າງຫຼວງ
ຫຼາຍ ເພື່ອປັບປຸງສິດທິມະນຸດຢູ່ໃນປະເທດຂອງທ່ານ.

XS
SM
MD
LG