ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຫູ ຈີນເຖົາສິ້ນສຸດ ການຢ້ຽມຢາມສະຫະລັດ


ທ່ານ ຫູ ຈີນເຖົາ ໄປຢ້ຽມຢາມແລະພົບປະໂອ້ລົມກັບພວກຜູ້ນໍາ ທຸລະກິດຢູ່ໃນໂຮງງານຜະລິດເຄື່ອງອາໄຫລ່ລົດຂອງຈີນແຫ່ງນຶ່ງ ທີ່ນະຄອນ Chicago ໃນວັນສຸກ ທີ 21, 2011, ມື້ສຸດທ້າຍ ຂອງ ການຢ້ຽມຢາມ ສະຫະລັດຢ່າງເປັນທາງການ ເປັນເວລາ 4 ວັນ.
ທ່ານ ຫູ ຈີນເຖົາ ໄປຢ້ຽມຢາມແລະພົບປະໂອ້ລົມກັບພວກຜູ້ນໍາ ທຸລະກິດຢູ່ໃນໂຮງງານຜະລິດເຄື່ອງອາໄຫລ່ລົດຂອງຈີນແຫ່ງນຶ່ງ ທີ່ນະຄອນ Chicago ໃນວັນສຸກ ທີ 21, 2011, ມື້ສຸດທ້າຍ ຂອງ ການຢ້ຽມຢາມ ສະຫະລັດຢ່າງເປັນທາງການ ເປັນເວລາ 4 ວັນ.

ປະທານປະເທດຈີນ ທ່ານຫູຈີນເຖົາ ໄດ້ສິ້ນສຸດການຢ້ຽມ
ຢາມສະຫະລັດ ຢ່າງເປັນທາງການທີ່​ດຳ​ເນີນ​ມາເປັນເວ
ລາ 4 ມື້ນັ້ນ​ແລ້ວ ຊຶ່ງ​ໃນ​ລະຫວ່າງນັ້ນທ່ານ​ໄດ້ພະຍາຍາມ
ເສີມ​ຂະຫຍາຍສາຍ​ພົວພັນ​ທາງ​ເສດຖະກິດກັບ​ສະຫະລັດ
ແຕ່​ໃນຂະນະ​ດຽວກັນ ທ່ານ​ໄດ້​ຖືກ​ຖັກຖາມ​ຫລາຍ​ຢ່າງ
ກ່ຽວກັບເລື້ອງສິດທິ​ມະນຸດ.

ທ່ານຫູ​ໄດ້ມ້ວນທ້າຍການຢ້ຽມຢາມດັ່ງກ່າວ ດ້ວຍການ​ໄປ​ພົບ​ປະ​ໂອ້​ລົມ​ກັບພວກ​ຜູ້ນຳ​ທາງທຸລະກິດຢູ່​ໃນ​ໂຮງງານ​ຜະລິດ​ເຄື່ອງ​ອາ​ໄຫລ່​ລົດຂອງ​ຈີນແຫ່ງນຶ່ງທີ່ ນະຄອນ Chicago ໃນວັນສຸກວານນີ້.

ເຈົ້າຄອງກຳແພງນະຄອນ Chicago ທ່ານ Richard
Daley ​ໄດ້ພະຍາຍາມດຶງດູດເອົາທຸລະກິດຕ່າງໆຂອງ
ຈີນມາຍັງນະຄອນຂອງ​ທ່ານ ​ແລະ​ກໍ​ໄດ້ຮັບຕ້ອນທ່ານຫູ
ໂດຍ​ການຈັດງານລ້ຽງອາຫານຄໍ່າຢ່າງ​ເປັນ​ທາງ​ການ​ນຶ່ງ
ຄືນກ່ອນທີ່​ທ່ານ​ຫູ​ ສິ້ນສຸດ​ການ​ຢ້ຽມຢາມສະຫະລັດ​ຄັ້ງນີ້.

ນອກ​ນັ້ນ ທ່ານປະທານຫູ ຍັງ​ໄດ້​ໃຊ້​ເວລາສອງ​ມື້ຢ້ຽມຢາມ​ນະຄອນຫລວງ​ວໍ​ຊິງຕັນ ບ່ອນ​ທີ່​ທ່ານ​ໄດ້​ຖືກ​ຕ້ອນຮັບ​ດ້ວຍ​ງານລ້ຽງອາຫານຄໍ່າ​ ແລະ​ພິທີທີ່​ຈັດ​ຂຶ້ນທີ່ທຳນຽບຂາວ ​ເຖິງແມ່ນ
ວ່າ​ໄດ້​ມີ​ການປະ​ທ້ວງຂອງ​ພວກ​ນັກ​ເຄື່ອນໄຫວ​ ແລະ​ສະມາຊິກລັດຖະ​ສະພາ​ບາງ​ຄົນກ່ຽວກັບ
ເລື້ອງສິດທິມະນຸດກໍ​ຕາມ.

ການ​ຕ້ອນຮັບ​ທີ່ໃຫຍ່​ໂຕ​ແມ່ນ​ເປັນ​ການ​ປ່ຽນ​ແປງ​ໄປ​ຈາກ​ການ​ຕ້ອນຮັບທີ່​ໜ້ອຍກວ່າ ຫລືບໍ່
ອົບ​ອຸ່ນ​ປານ​ໃດເມື່ອ 5 ປີ​ ກ່ອນ​ທີ່​ທ່ານ​ໄດ້ຮັບຈາກປະທານາທິບໍດີ George W. Bush
ໃນເວລາ​ນັ້ນ.

ຢ່າງ​ໃດກໍ​ຕາມ, ຜູ້ນຳຂັ້ນສູງສຸດຂອງລັດຖະສະພາສະຫະລັດ 3 ທ່ານ ກໍໄດ້ປະຕິເສດການ
ເຊື້ອເຊີນໄປຮ່ວມງານລ້ຽງອາຫານຄໍ່າທີ່ຈັດຢ່າງ​ເປັນ​ທາງ​ການ​ເພື່ອ​ເປັນກຽດ​ໃຫ້​ແກ່​ທ່ານ
ຫູ ທີ່ທຳນຽບຂາວ.

ບັນດາສະມາຊິກລັດຖະສະພາສະຫະລັດ ໄດ້​ຕຳໜິ​ປະວັດໃນການນັບຖືສິດທິມະນຸດຂອງຈີນ
ແລະທັງ​ຍັງ​ໂກດ​ແຄ້ນ​ເປັນ​ຢ່າ​ງໜັກຕໍ່ນະໂຍບາຍການເງິນ ​ແລະເສດຖະກິດຂອງຈີນຊຶ່ງ
ຫຼາຍໆ ຄົນເຊື່ອວ່າເຮັດໃຫ້ຊາວອະເມຣິກັນສູນເສຍ ວຽກເຮັດງານທຳ​ໃນ​ຂະ​ແໜງການ
ຜະລິດອຸດ​ສະຫະ​ກຳນັ້ນ.

ມີ​ການ​ນຳ​ສະ​ເໜີຮ່າງກົດໝາຍໃນລັດຖະສະພາສະຫະລັດ​ທີ່ຮຽກຮ້ອງ​ໃຫ້​ເກັບ​ພາສີ​ຂາ​ເຂົ້າຕໍ່ສິນຄ້າ​ທີ່​ມາ​ຈາກ​ຈີນ ຖ້າ​ຈີນ​ຫາກ​ຍັງ​ສືບຕໍ່ຮັກສາ​ຄ່າ​ເງິນ​ຂອງ​ຕົນ ຕໍ່າກວ່າ​ລາຄາ​ຕົວ​ຈິງ​ໃນ​ຕະຫລາດ.

ປະທານາທິບໍດີ ບາຣັກ ໂອບາມາ ​ໄດ້ກ່າວ​ຕໍ່ພວກ​ກຳມະກອນທີ່​ໂຮງງານ ຜະລິດ​ອຸປະກອນ​
ໄຟຟ້າ General Electric ຫລື GE ທີ່ New York ​ໃນວັນ​ສຸກ​ວານນີ້ວ່າ ການ​ຄ້າ​ກັບ​
ຈີນຄວນ​ຈະເປັນ​ການ​ຄ້າ​ສອງ​ທາງ ບໍ່​ແມ່ນ​ແຕ່ທາງ​ດຽວ.

XS
SM
MD
LG