ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ປະຕິເສດ ຕໍ່ການເຈລະຈາ ຮອບໃໝ່ ກັບ ສຫລ ເພື່ອແກ້ໄຂ ຂໍ້ຂັດແຍ້ງ ດ້ານການຄ້າ


ເກີບຂອງເດັກນ້ອຍ ທີ່ມີຮູບທຸງຊາດຂອງຈີນ ແລະ ສະຫະລັດ ທີ່ຜະລິດໂດຍຈີນ ໄດ້ຖືກວາງສະແດງ ເພື່ອການຈຳໜ່າຍ ຢູ່ທີ່ຮ້ານຄ້າແຫ່ງນຶ່ງ ໃນ ນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 13 ກໍລະກົດ 2018.
ເກີບຂອງເດັກນ້ອຍ ທີ່ມີຮູບທຸງຊາດຂອງຈີນ ແລະ ສະຫະລັດ ທີ່ຜະລິດໂດຍຈີນ ໄດ້ຖືກວາງສະແດງ ເພື່ອການຈຳໜ່າຍ ຢູ່ທີ່ຮ້ານຄ້າແຫ່ງນຶ່ງ ໃນ ນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 13 ກໍລະກົດ 2018.

ຈີນ ກ່າວວ່າ ມັນເປັນໄປບໍ່ໄດ້ທີ່ຈະຈັດກອງປະຊຸມເຈລະຈາດ້ານການຄ້າ ໃນເມື່ອ
ສະຫະລັດ ໄດ້ວາງມາດຕະການເກັບພາສີຊຸດໃໝ່.

ສະຫະລັດ ໄດ້ວາງມາດຕະການເກັບພາສີ ຕໍ່ສິນຄ້າຂອງຈີນຫຼາຍຢ່າງ ມູນຄ່າ 200 ຕື້
ໂດລາ ແລະກໍມີການຕອບໂຕ້ຄືນ ດ້ວຍມາດຕະການເກັບພາສີຊຸດນຶ່ງ ໂດຍປັກກິ່ງ
ມູນຄ່າ 60 ຕື້ໂດລາ ຕໍ່ສິນຄ້າຕ່າງໆ ຂອງສະຫະລັດ ເຊິ່ງມີຜົນບັງຄັບໃຊ້ ໃນວັນຈັນ
ວານນີ້ ເຊັ່ນກັນ.

ຮອງລັດຖະມົນຕີ ກະຊວງການຄ້າ ຂອງຈີນ ທ່ານ ວັງ ຊູເວັນ ໄດ້ຖາມບັນດານັກຂ່າວ
ໃນນະຄອນຫຼວງປັກກິ່ງ ໃນວັນອັງຄານມື້ນີ້ ວ່າ ການເຈລະຈາໃດໆ ຈະດຳເນີນໄປໄດ້
ແນວໃດ ໃນເມື່ອດຽວນີ້ ຄະນະລັດຖະບານທ່ານທຣຳ ໄດ້ນຳໃຊ້ “ການຈຳກັດຂະໜາດ
ໃຫຍ່”
ເຊັ່ນນັ້ນ ເຊິ່ງທ່ານໄດ້ ກ່າວວ່າເປັນຄືກັນກັບວ່າ “ການເອົາມີດຈີ້ໃສ່ຄໍຫອຍຂອງ
ຜູ້ໃດຜູ້ນຶ່ງ.”
ທ່ານ ວັງ ໄດ້ນຳພາຄະນະຜູ້ແທນຂອງຈີນ ເດີນທາງມາຍັງ ສະຫະລັດ ເພື່ອ
ການເຈລະຈາ ຮອບສຸດທ້າຍ ລະຫວ່າງ ທັງສອງຝ່າຍ ໃນເດືອນສິງຫາຜ່ານມາ.

ອັດ​ຕາພາ​ສີ​ໃໝ່​ຂອງ​ສະ​ຫະ​ລັດ ແມ່ນກວາມ​ເອົາ​ສິນ​ຄ້າ​ຂອງ​ຈີນ ຫລາຍ​ພັນ​ຊະ​ໜິດ ຊຶ່ງ
​ລວມ​ມີເຄື່ອງ​ເອ​ເລັກ​ໂທ​ຣ​ນິກ, ອາ​ຫານ, ເຄື່ອງ​ມື ແລະ​ເຄື່ອງ​ໃຊ້​ໃນ​ເຮືອນ. ການເກັບ
ພາສີ​ຊຸດໃໝ່ນີ້ ເລີ້ມ​ຕົ້ນ​ແຕ່ອັດ​ຕາ 10 ເປີ​ເຊັນ ຈາກນັ້ນ ກໍ​ຈະ​ເພີ້ມຂຶ້ນ ​ເຖິງ 25 ເປີ​ເຊັນ​
ໃນ​ວັນ​ທີ 1 ມັ​ງກອນ, 2019. ສິນຄ້າຕ່າງໆ ລວມຢູ່ໃນການເກັບພາສີຊຸດໃໝ່ ຂອງຈີນ
ຕໍ່ຜະລິດຕະພັນ ຂອງສະຫະລັດ ຍັງມີ ແກັສທຳມະຊາແຫຼວ ນຳດ້ວຍ.

ຄະນະລັດຖະບານທ່ານທຣຳ ໄດ້ຖົກຖຽງວ່າ ການເກັບພາສີຕໍ່ສິນຄ້າຂອງຈີນ ຈະກົດດັນ
ໃຫ້ຈີນເຮັດການຄ້າກັບສະຫະລັດ ທີ່ອຳນວຍໃຫ້ມີລັກສະນະທີ່ດີຂຶ້ນ.

ສະຫະລັດ ໄດ້ຮຽກຮ້ອງໃຫ້ຈີນປົກປ້ອງຊັບສິນທາງດ້ານສະຕິປັນຍາ ຂອງອາເມຣິກາ
ໃຫ້ດີຂຶ້ນກວ່າເກົ່າ ໂດຍລວມທັງ ຍຸຕິການກະທຳໃນດ້ານການລັກຂະໂມຍທາງໄຊເບີ້
ຫຼື ອິນເຕີເນັດ. ຄະນະລັດຖະບານທ່ານທຣຳ ຍັງໄດ້ຮຽກຮ້ອງໃຫ້ຈີນ ອະນຸຍາດໃຫ້
ບໍລິສັດທັງຫຼາຍ ຂອງສະຫະລັດ ເຂົ້າຫາຕະຫຼາດຂອງຈີນໄດ້ຫຼາຍຂຶ້ນ ແລະ ໃຫ້ຫລຸດ
ຜ່ອນການໄດ້​ປຽບດຸນການຄ້າຂອງຕົນ ກັບສະຫະລັດ.

ສະຫະລັດ ໄດ້ວາງມາດຕະການເກັບພາສີ ຕໍ່ສິນຄ້າຂອງຈີນ ໄປແລ້ວ ມູນຄ່າ 50 ຕື້
ໂດລາ ແລະ ຈີນ ກໍໄດ້ຕອບໂຕ້ຄືນ ດ້ວຍການເກັບພາສີຕໍ່ສິນຄ້າຂອງສະຫະລັດ ມູນຄ່າ
ເທົ່າທຽມກັນ. ແລະ ປະທານາທິບໍດີ ດໍໂນລ ທຣຳ ກໍໄດ້ຂົ່ມຂູ່ວ່າ ຈະເກັບພາສີຕໍ່ສິນຄ້າ
ຂອງຈີນຫຼາຍຂຶ້ນຕື່ມອີກ ມູນຄ່າ 267 ຕື້ໂດລາ ທີ່ກວມເອົາສິນຄ້າເກືອບທຸງສິ່ງທຸກຢ່າງ
ຂອງຈີນ ທີ່ນຳເຂົ້າມາໃນສະຫະລັດ.

ບັນດານັກພະຍາກອນດ້ານເສດຖະກິດ ກ່າວວ່າ ການຕອບໂຕ້ກັນໄປມາ ໃນດ້ານ
ການຄ້າ ລະຫວ່າງ ສອງເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ອາດຈະເຮັດໃຫ້ການຂະ
ຫຍາຍໂຕຂອງເສດຖະກິດໂລກ ຊ້າລົງຕະຫຼອດໄລຍະ ປີ 2020 ກໍເປັນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG