ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ລັດຖະມົນຕີ ​ການ​ເງິນ ​ເວົ້າວ່າ ສຫລ ​ກໍາລັງ​ເຈລະຈາ ​ດ້ານການຄ້າ ກັບ​ຈີນ​


ທ່ານ​ສະຕີ​​ເວັນ ມະນຸດຈິນ (ກາງ) ລັດຖະມົນຕີກະຊວງ​ການ​ເງິນ​ຂອງ​ສະຫະລັດ ໂບກມືໃສ່ນັກຂ່າວ ໃນຂະນະທີ່ທ່ານ ໄປເຖິງໂຮງແຮມຂອງທ່ານ ພາຍຫລັງທີ່ ສິ້ນສຸດການເຈລະຈາ ກັບເຈົ້າໜ້າທີ່ຈີນ ຢູ່ນະຄອນປັກກິ່ງ ໃນວັນທີ 3 ພຶດສະພາ, 2018
ທ່ານ​ສະຕີ​​ເວັນ ມະນຸດຈິນ (ກາງ) ລັດຖະມົນຕີກະຊວງ​ການ​ເງິນ​ຂອງ​ສະຫະລັດ ໂບກມືໃສ່ນັກຂ່າວ ໃນຂະນະທີ່ທ່ານ ໄປເຖິງໂຮງແຮມຂອງທ່ານ ພາຍຫລັງທີ່ ສິ້ນສຸດການເຈລະຈາ ກັບເຈົ້າໜ້າທີ່ຈີນ ຢູ່ນະຄອນປັກກິ່ງ ໃນວັນທີ 3 ພຶດສະພາ, 2018

ທ່ານ​ສະຕີເວັນ ມະນຸດຈິນ (Steven Mnuchin) ລັດຖະມົນຕີກະຊວງ​ການ​ເງິນ​ຂອງ​ສະ
ຫະລັດ​ເວົ້າ​ໃນ​ວັນ​ສຸກ​ມື້ນີ້ວ່າ ຄະນະ​ຜູ້​ແທນ​ທີ່​ທ່ານ​ເປັນ​ຜູ້​ນໍາພາ​ໄປ ນັ້ນ ​ແມ່ນ​ກໍາລັງ​ມີ​
ການ​ພົບ​ປະ​ທີ່​ດີ​ກັບ​ພວກ​ເຈົ້າໜ້າທີ່​ຈີນ​ໃນ​ນະຄອນຫລວງ​ປັກ​ກິ່ງ ​ແຕ່​ທ່ານ​ກໍ​ບໍ່​ໄດ້ໃຫ້​
ລາຍ​ລະອຽດ​ເພີ້ມ​ເຕີມ​ແຕ່​ຢ່າງ​ໃດ ​ໃນ​ຂະນະ​ທີ່​ທ່ານ​ອອກ​ຈາກ​ໂຮງ​ແຮ​ມ​ຂອງ​ທ່ານ​ເພື່ອ​
ໄປ​ຮ່ວມ​ການເຈລະຈາເປັນ​ມື້ທີ 2.

ຄາດກັນ​ວ່າ ການ​ສົນທະນາ​ທີ່​ນໍາພາ​ໂດຍ​ທ່ານມະນຸດ​ຈິນ ​ແລະ​ຮອງ​ນາຍົກລັດຖະມົນຕີ
ຈີນ, ທ່ານຫລີ​ວ ​ເຮ (Liu He) ຊຶ່ງ​ເປັນ​ທີ່​ປຶກສາ​ສູງ​ສຸດ​ຂອງ​ປະທານ ປະເທດສີ ​ຈິ້ນຜິ​ງຈະ
​ກວ​ມ​ເອົາ​ເລື່ອງ​ຕ່າງໆ ທີ່ສະຫະລັດ​ບໍ່ພໍ​ໃຈກ່ຽວກັບວິທີ​ການ​ເຮັດ​ການ​ຄ້າ​ຂອງ​ຈີນ ນັບແຕ່
​ການ​ໂອນ​ເທັກ​ໂນໂລ​ຈີ, ​ໂດຍ​ສະ​ເພາະ​ແມ່ນສານ​ເຄິ່ງນໍາ​ຕົວຫລື semiconductors ເປັນ
ຕົ້ນ​ໄປ ຈົນ​ເຖິງ​ການ​ໃຫ້​ເງິນ​ເກື້ອກຸນ​ຂອງ​ລັດຖະບານ​ແກ່​ການ​ພັດທະນາ​ເທັກ​ໂນ​ໂລ​ຈີ.

ຄະນະຜູ້​ແທນ​ຂອງ​ສະຫະລັດ ແມ່ນ​ລວມມີ ລັດຖະມົນຕີ​ກະຊວງ​ການ​ຄ້າ ທ່ານວີລ​ເບີ
ຣັອສ, ຫົວໜ້າຫ້ອງການ​ຜູ້ຕາງໜ້າທາງ​ການ​ຄ້າ, ທ່ານ ​ໂຣ​ເບີດ ​ໄລ​ໄທ​ເຊີ (Robert
Lighthizer) ​ແລະ​ທີ່​ປຶກສາ​ດ້ານ​ການ​ຄ້າ ​ແລະ​ການ​ຜະລິດ​ຂອງ​ທໍານຽບຂາວ, ທ່ານພີ​ເຕີ
ນາວາ​ໂຣ (Peter Navarro).

U.S.-China Trade
please wait
Embed

No media source currently available

0:00 0:00:31 0:00


ສໍາລັບກອງປະຊຸມ​ທີ່​ດໍາ​ເນີນ​ໄປ​ເປັນ​ເວລາ​ສອງ​ວັນ​ດັ່ງກ່າວນີ້ ບາງ​ຄົນກໍມອງວ່າ ​ມັນເປັນ​
ບາດກ້າວ​ອັນ​ດີ ​ໃນ​ຂະນະ​ທີ່​ທັງ​ສອງ​ຝ່າຍ ​ພະຍາຍາມ​ຫາທາງ​ຫລີກ​ລ້ຽງບໍ່​ໃຫ້ເກີດສົງຄາມ
​ການ​ຄ້າຂຶ້ນ. ​ສ່ວນພວກ​ວິ​ເຄາະ​ເຫດການ​ເວົ້າວ່າ​ເບິ່ງ​ຊົງ​ຄວາມ ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​
ລະຫວ່າງ​ສອງ​ຝ່າຍ​ຈະ​ບໍ່ສາມາດ​ແກ້​ໄຂ​ໄດ້​ ໃນ​ຂະນະ​ທີ່​ມີ​ການ​ປະຊຸມ​ກັນ​ຢູ່​ນັ້ນ ​ແຕ່​ການ​
ຕັດ​ສິນ​ໃຈ ​ທີ່​ຈະ​ສືບຕໍ່ພົບ​ປະກັນ​ຈະ​ເປັນຄວາມ ກ້າວໜ້າທີ່​ໜ້າຍິນ​ດີ​ເປັນ​ຢ່າງ​ຍິ່ງ.

ທ່ານ​ດໍ​ໂນ​ລ ທຣໍາ, ປະທານາທິບໍດີ​ສະຫະລັດ ກ່າວ​ໂດຍຂຽນຢູ່​ໃນ​ທວີ​ດ​ເຕີວ່າ ​ພວກເຈົ້າ
ໜ້າທີ່​ສະຫະລັດ "ກໍາລັງ​ເຈລະຈາ​ກ່ຽວກັບ​ລະດັບບົດ​ບາດຂອງ​ຕົນຢູ່​ໃນ​ເວທີການ​ຄ້າ.”

ທ່ານ ​ເຣມອນ ​ເຢີ​ງ (Raymond Yeung) ນັກ​ເສດຖະສາດ​ລະດັບ​ສູງສໍາລັບ ຈີນ​ແຜ່ນ
ດິນ​ໃຫຍ່ ຢູ່​ໃນ​ກຸ່ມ​ທະນາຄານ​ຂອງ​ອອສ​ເຕຣ​ເຍ ​ແລະ​ນີວຊີ​ແລນ ​ເວົ້າວ່າ ຖ້າ​ຫາກ​ສອງ​
ຝ່າຍ​ສາມາດ​ທີ່​ຈະ​ຢ່າງໜ້ອຍຕົກລົງ​ກັນໄດ້​ວ່າ​ຈະ​ສືບຕໍ່ພົບ​ປະ​ເຈລະຈາ​ກັນ​ກັນກໍ​ຖື​ໄດ້ວ່າ
ເປັນຄວາມ​ກ້າວໜ້າອັນ​ໃຫຍ່​ຫລວງແລ້ວ.

ທ່ານ​ເຢີ​ງກ່າວ​ດັ່ງນີ້ "ຂ້າພະ​ເຈົ້າຄິດ​ວ່າ​ມັນ​ຈະ​ເປັນ​ການ​ຮຽກຮ້ອງ​ຫລາຍ​ເກີນ​ໄປ​ໂພດ
ທີ່​ຈະ​ຄາດ​ຫວັງ ​ໃຫ້​ທັງ​ສອງ​ຝ່າຍ​ມີ​ຂໍ້​ຕົກລົງກັນ ຫລື​ມີ​ການ​ປະກາດອັນ​ໃດ​ອັນ​ນຶ່ງຂຶ້ນ
ມາ ຫລືວ່າ​ເຊັນ​ຂໍ້​ຕົກລົງ​ອັນ​ນຶ່ງ​ໄດ້. ​ແຕ່​ວ່າຖ້າ​ຫາກ​ພວກ​ເພິ່ນສາມາດ ​ທີ່​ຈະ​ສັນຍາ​ກັນ
ວ່າ ພວກ​ເພິ່ນຍິນ​ດີ​ທີ່​ຈະ​ສືບຕໍ່ທໍາ​ການ​ໂອ້​ລົມ​ກັນ ​ແລະ​ພະຍາ ຍາມ ​ແລະ​ແກ້​ໄຂ​
ຄວາມຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ແລ້ວ, ຢ່າງໜ້ອຍການ​ເຮັດ​ເຊັ່ນ​ນັ້ນຈະ​ເປັນ​ສັນຍານ​ບົ່ງ​
ບອກ​ໃຫ້​ເຫັນ​ວ່າ ສາຍ​ພົວພັນ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ​ກໍາລັງ​ດີ​ຂຶ້ນ."

ເບິ່ງຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG