ຮຸ້ນຂອງເອເຊຍ ໄດ້ຫັນປ່ຽນທິດທາງໃນວັນຈັນ ມື້ນີ້ ໄປຕາມຂ່າວທີ່ວ່າ ສະຫະລັດ
ກັບຈີນ ສອງປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ວ່າຈະບໍ່ເພີ້ມພາສີໃໝ່
ເຂົ້າໃສ່ສິນຄ້າ ໃນຮອບ 90 ມື້ ໃນຊ່ວງທີ່ສອງຝ່າຍຈະເຈລະຈາ ຕໍ່ລອງກັນກ່ຽວກັບ
ລາຍລະອຽດຕ່າງໆ.
ໃນການແລກປ່ຽນຕະຫຼາດຮຸ້ນຂອງຈີນ ດັດຊະນີຫຼັກໃນວັນຈັນມື້ນີ້ໄດ້ໂດດຂຶ້ນສູງ
2.7 ເປີເຊັນ ແລະຕະຫຼາດ Hang Seng ຂອງຮົງກົງ ໄດ້ເພີ້ມ 2.8 ເປີເຊັນ.
ຕະຫຼາດຮຸ້ນ Neikei ຂອງຍີ່ປຸ່ນໄດ້ເພີ້ນຂຶ້ນ 1.4 ເປີເຊັນ.
ຕະຫຼາດຮຸ້ນສະຫະລັດ ກ່ອນເປີດຕະຫຼາດ Down and S&P ກ່ອນສັນຍາໃໝ່ແມ່ນ
ມີອັດຕາ 1.9 ເປີເຊັນ ແລະ 1.8 ເປີເຊັນ ສູງກວ່າ ຕາມລຳດັບ ທີ່ເປັນຂີດໝາຍຂອງ
ການເປີດຕະຫຼາດຮຸ້ນຢ່າງແຂງແຮງ ໃນ Wall Street ໃນນິວ ຢອກ ເມື່ອເລີ້ມເປີດ
ການຊື້ຂາຍ ເວລາ 9:30 ຕອນເຊົ້າ ຕາມເວລາພາກຕາເວັນອອກຂອງສະຫະລັດ.
ສະຫະລັດ ກັບຈີນ ໄດ້ເຮັດສັນຍາສະງົບນ້ອຍໆດ້ານການຄ້າ ວ່າຈະບໍ່ພາກັນຂຶ້ນ
ພາສີຫຼັງຈາກການພົບປະກັນ ລະຫວ່າງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
ກັບປະທານປະເທດຈີນ ສີ ຈິ້ນ ຜິງ ລຸນຫຼັງກອງປະຊຸມສຸດຍອດ G-20.
ທ່ານທຣຳ ໄດ້ກ່າວຕໍ່ພວກນັກຂ່າວ ໃນເຮືອບິນປະຈຳປະທານາທິບໍດີ Air Force One
ຫຼັງຈາກທີ່ເຮືອບິນ ໄດ້ເດີນທາງອອກຈາກອາເຈັນຕີນາແລ້ວວ່າ ຂໍ້ຕົກລົງທີ່ໄດ້ຕໍ່ລອງກັນ
ໃນເວລາຮັບປະທານາອາຫານຄ່ຳ ກັບທ່ານສີ ຈະເປັນ “ເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດ
ທີ່ເຄີຍໄດ້ມີມາ ແລະມັນຈະເປັນຜົນກະທົບໃນທາງບວກຕໍ່ຊາວກະສິກອນ ນັ້ນໝາຍ
ຄວາມວ່າການກະສິກຳ, ການອຸດສາຫະກຳ ທາງດ້ານຄອມພິວເຕີ ແລະການຜະລິດ
ຫຼາຍຢ່າງຫຼາຍແນວ.”
“ຈີນ ໄດ້ຕົກລົງທີ່ຈະຫຼຸດແລະຍົກເລີກການເພີ້ມພາສີ ໃສ່ລົດຍົນ ທີ່ຈະນຳເຂົ້າໄປ
ຍັງຈີນຈາກສະຫະລັດ ຊຶ່ງໃນປັດຈຸບັນນີ້ ພາສີນຳເຂົາແມ່ນ 40 ເປີເຊັນ,” ຊຶ່ງທ່ານທຣຳ
ໄດ້ຂຽນລົງໃນທວິດເຕີ ໃນແລງວັນອາທິດວານນີ້.
ໃນວັນຈັນມື້ນີ້ ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວວ່າ ປະທານປະເທດຈີນ
ແລະປະທານາທິບໍດີສະຫະລັດ ໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນ ໃນການຍົກເລີກພາສີ
ທັງໝົດ.
ທ່ານທຣຳ ໄດ້ຕົກລົງ ວ່າ ທ່ານຈະປະໄວ້ ພາສີສິນຄ້າທີ່ມີມູນຄ່າ 200 ພັນລ້ານໂດລາ
ຂອງຈີນ ໃຫ້ຢູ່ໃນລະດັບ 10 ເປີເຊັນຄືເກົ່າ ແລະ ຈະບໍ່ເພີ້ມພາສີ ໃນຕອນນີ້ ໃຫ້ເປັນ
25 ເປີເຊັນ ດັ່ງທີ່ທ່ານໄດ້ຂົ່ມຂູ່ວ່າຈະກະທຳໃນວັນທີ 1 ມັງກອນ ອີງຕາມຖະແຫຼງການ
ສະບັບນຶ່ງຂອງທຳນຽບຂາວ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ລາຍງານຈາກສຕິຟ ຮາເມັນ