ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ເຈ​ລະ​ຈາ ສ​ຫລ ຈະ​ເດີນ​ທາງ​ໄປຢ້ຽມ​ຢາມ​ຈີນ ອາ​ທິດ​ໜ້າ ໃນ​ການ​ສົນ​ທະ​ນາເລື້ອງການ​ຄ້າ​ຮອບ​ໃໝ່


ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສະຕີ​ເວີນ ມະ​ນູ​ຈິນ ແລະ​ຜູ້​ຕາງ​ໜ້າ​ການ​ຄ້າ ພ້ອມ​ດ້ວຍ​ອາ​ລັກ​ຂາ ກຳ​ລັງ​ອອກ​ຈາກ​ໂຮງ​ແຮມ ໃນ​ປັກ​ກິ່ງ ວັນ​ສຸກ ວັນ​ທີ 29 ມີ​ນາ 2019.
ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສະຕີ​ເວີນ ມະ​ນູ​ຈິນ ແລະ​ຜູ້​ຕາງ​ໜ້າ​ການ​ຄ້າ ພ້ອມ​ດ້ວຍ​ອາ​ລັກ​ຂາ ກຳ​ລັງ​ອອກ​ຈາກ​ໂຮງ​ແຮມ ໃນ​ປັກ​ກິ່ງ ວັນ​ສຸກ ວັນ​ທີ 29 ມີ​ນາ 2019.

ທຳ​ນຽບ​ຂາວ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສດ້ານ​ເສດ​ຖະ​ກິດ​ສອງ​ຄົນ ຈະ​ເດີນ​ທາງ​ໄປ​ຈີນ
​ອາ​ທິດ​ໜ້າ​ນີ້ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ແນ​ໃສ່​ການ​ແກ້​ໄຂ​ສົງ​ຄາມຂອງ ສອງເສດ​
ຖະ​ກິດ​ຍັກໃຫຍ່ທີ່​ຍັງ​ດຳ​ເນີນ​ຢູ່.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ໃນ​ວັນ​ອັງ​ຄານ​ວານ​ນີ້​ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສະ
​ຕີ​ເວີນ ມະ​ນູ​ຈິນ ແລະ​ຜູ້​ຕາງ​ໜ້າ​ການ​ຄ້າ​ສະ​ຫະ​ລັດ ທ່ານ​ໂຣ​ເບີ​ຣ​ຄ໌ ໄລ​ທາຍ​ເຊີ ຈະ​ພົບ
​ປະ​ກັບ​ຮອງ​ປະ​ທານ​ປະ​ເທດ ທ່ານ​ຫຼີວ ຮີ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ໃນ​ວັນ​ທີ 30 ເມ​ສາ.
ທັ​ງ​ສອງ​ຝ່າຍ​ຈະ​ສົນ​ທະ​ນາ​ບັນ​ຫາ​ດັ່ງ​ກ່າວ​ວ່າ ສັບ​ສິນ​ທາງ​ປັນ​ຍາ ການ​ບັງ​ຄັບ​ໃຫ້​ໂອນ
​ເທັກ​ໂນ​ໂລ​ຈີໄປຈີນ ການບໍ່​ໃຫ້ມີສິ່ງກີດຂວາງພາສີ ​ແລະການ​ກະ​ຊິ​ກຳ.

ທຳ​ນຽບ​ຂາວ​ກ່າວ​ວ່າ ຮອງ​ປະ​ທານ​ປະ​ເທດ ທ່ານ​ຫຼີວ ຈະນຳ​ພາ​ບັນ​ດາ​ຜູ້​ຕາງ​ໜ້າ​ຈີນ
ມາຍັງ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອ​ການ​ສົນ​ທະ​ນາເພີ້ມເຕີມ​ໃນ​ອາ​ທິດ​ຕໍ່ໄປ ໃນວັນ​ທີ
8 ພຶດ​ສະ​ພາ. ​

ວໍ​ຊິງ​ຕັນ ແລະ​ປັກ​ກິ່ງ ໄດ້​ພົວ​ພັນ​ຫຼາຍ​ຮອບ​ໃນກ​ານ​ສົນ​ທະ​ນາກັນ ​ ​ເລີ້ມແຕ່​ຕົ້ນ​ປີເພື່ອ
ແກ້​ໄຂ​ສົງ​ຄາມ​ການ​ຄ້າ ທີ່​ໄດ້​ເລີ້ມ​ຂຶ້ນໃນ​ປີ​ກາຍ​ນີ້ ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ ທ​ຣຳ
ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ການ​ເກັບ​ພາ​ສີມູນ​ຄ່າ 250 ພັນ​ລ້ານ​ໂດ​ລາ​ໃສ່​ສິນ​ຄ້າ
​ເຂົ້າຂອ​ງ​ຈີນ ເພື່ອ​ບັງ​ຄັບ​ໃຫ້​ປັກ​ກິ່ງ​ປ່ຽນ​ການ​ປະຕິ​ບັດ​ການ​ຄ້າ​ຂອງ​ຕົນ. ຈີນ​ໄດ້​ຕອບ
​ໂຕ້​ ດ້ວຍ​ການ​ເພີ້ມ​ເກັບ​ພາ​ສີ​ຂອງ​ຕົນຂຶ້ນ​ເຖິງ 110 ພັນ​ລ້ານ​ໂດ​ລາ​ຂອງ​ສິນ​ຄ້າ​ອອກ​
ຂອງສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG