ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຍື່ນຄຳຮ້ອງທຸກ ຕໍ່ອົງການ WTO


ເຄື່ອງໝາຍອົງການໆຄ້າໂລກ
ເຄື່ອງໝາຍອົງການໆຄ້າໂລກ

ຈີນ​ ​ໄດ້​ຍື່ນ​ຄຳຮ້ອງ​ທຸກຕໍ່ອົງການ​ໆ​ຄ້າ​ໂລກ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ທ້າ​ທາຍຕໍ່​ການ​ເກັບ
​ພາສີຂອງ​ສະຫະລັດຕໍ່​ສີນ​ຄ້າ​ຂອງ​ຈີນ ທີ່ວໍ​ຊິງ​ຕັນ​ຖື​ວ່າໄດ້​ຮັບ​ເງິນ​ເກື້ອກູນສະໜັບ​ສະ​ໜຸນ
ແບບ​ບໍ່​ຍຸຕິ​ທໍາ​ນັ້ນ​.

ບັນຫາ​ຂັດ​ແຍ້​ງດັ່ງກ່າວແມ່ນພົວພັນ​ກັບພະ​ລິດຕະ​ພັນ 22 ຊະນິດ ຮວມ​ທັງ​ເຫລັກ ​ແລະ
ແຜ່ນ​ຮັບແສງ​ຕາ​ເວັນ​ໂດຍ​ມີ​ມູນ​ຄ່າ​ໃນ​ການ​ສົ່ງ​ອອກ​ມາ​ຍັງ​ສະຫະລັດໃນແຕ່ລະປີ 7300
​ລ້ານ​ໂດ​ລາ.

ຈີນ ​ໄດ້​ກ່າວ​ຫາສະຫະລັດວ່າ ​ໃຊ້​ມາດ​ຕະການ​ຕໍ່ຕ້ານ​ການ​ທຸ້ມ​ເທ​ສິນຄ້າ ​ເພື່ອປົກ​ປ້ອງ
ບັນດາ​ບໍລິສັດຂອງອາ​ເມຣິ​ກັນຈາກ​ການ​ແຂ່ງຂັນຂອງ​ສິນຄ້າ​ຈີນ.

ຂັ້ນຕອນ​ຂອງ​ການ​ຮ້ອງທຸກ ​ເລີ້ມ​ດ້ວຍການ​ຮ້ອງຂໍຂອງ​ຈີນເພື່ອ​ປຶ​ກສາ​ຫາລື​ກັບສະຫະລັດ
ສຳ​ຫຼັບ​ພະຍາຍາມ​ຊອກ​ຫາຊ່ອງ​ທາງ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ. ​ແຕ່ໃນ​ຂັ້ນຕໍ່​ໄປຈີນ​ອາດຮ້ອງ​ຂໍ​ໃຫ້
ມີ​ການ​ຕັດສິນ​ຊີ້ຂາດ ຖ້າ​ຫາກ​ທັງ​ສອງ​ຝ່າຍ ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້. ຫຼັງຈາກ​ນັ້ນ ອົງ
ການໆ​ຄ້າ​ໂລກສາມາດ​ທີ່​ຈະ​ສັ່ງ​ໃຫ້ ສະຫະລັດຍົກ​ເລີກ​ມາດ​ຕະການ​ທີ່​ພົບເຫັນ​ວ່າລະ​ເມີດ
ຕໍ່​ຂໍ້​ຕົກລົງ​ການຄ້າເສລີ ຫລື​ແມ່ນ​ກະ​ທັງຈ່າຍ​ຄ່າ​ເສຍ​ຫາຍ​ແກ່ປັກ​ກິ່ງ ກໍ​ເປັນ​ໄດ້.

XS
SM
MD
LG