ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ເຕືອນຈີນ ກ່ຽວກັບການຈຳກັດ ການສົ່ງອອກ ແຮ່ທາດທີ່ຫາຍາກ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ​ບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ໄດ້​ເຕືອນ​ຈີນ​
ໃຫ້​ຢຸດ​ວາງ​ຂໍ້​ຈໍາກັດ​ຕໍ່​ການ​ສົ່ງ​ອອກ​ສິນຄ້າທີ່​ເອີ້ນ​ວ່າ ​ແຮ່​ທາດທີ່​ຫາ​ຍາກ ​ເພື່ອ​ໃຊ້​ສ້າງ​ຜະ
ລິດ​ຕະພັນ​ເທັກ​ໂນ​ໂລ​ຈີຊັ້ນ​ສູງ​ນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ເຖິງ​ຂໍ້​ຈຳ​ກັດນີ້ວ່າ ເປັນ​ຂໍ້​ຈຳກັດ​ດ້ານ​ການ​ຄ້າ​ທີ່​ບໍ່​ຍຸຕິ​ທໍາ ​ໂດຍ​ເວົ້າ
ວ່າ ຄູ່ແຂ່ງຂັນ​ຂອງ​ພວກ​ເຮົາ​ຄວນ​ຈະຮູ້​ໄວ້​ວ່າ ບໍ່​ມີ​ໃຜ​ຈະຫຼົບຫລີກ​ໄປ​ໄດ້​ ຈາກ​ການ​ປັບ
ປ່ຽນ​ກົດ​ລະບຽບ​ໃຫ້​ເປັນ​ຜົນ​ດີ​ແກ່​ຕົນ.

ສະຫະລັດ ຍີ່ປຸ່ນ ​ແລະ​ສະຫະພາບ​ຢູ​ໂຣບທີ່​ມີ​ສະມາຊິກ 27 ປະ​ເທດ ​ໄດ້​ຮ່ວມ​ແຮງ​ກັນ
ເມື່ອ​ວັນ​ອັງຄານ​ວານ​ນີ້ແລະ​ຍື່ນ​ຄໍາ​ຮ້ອງ​ຮຽນ​ຢ່າງ​ເປັນທາງ​ການ​ຕໍ່​ອົງການ​ການ​ຄ້າ​ໂລກ
ທີ່​ນະຄອນເຈ​ນີວາ ປະ​ເທດ​ສະ​ວິດ​ເຊີ​ແລນ​ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂຕໍ່​ບັນຫາ​ຂັດ
ແຍ້​ງນີ້. ພວກ​ເຂົາ​ເຈົ້າກ່າວ​ຫາ ວ່າ ຈີ​ນທີ່​ຄວບ​ຄຸມ​ສິນຄ້າ​ປະ​ເພດ​ແຮ່​ທາດຫາ​ຍາກ 95
ເປີ​ເຊັນ​ຂອງ​ໂລກ ​ໄດ້​ວາງ​ຂໍ້​ຈໍາກັດ ​ໃນ​ການ​ສົ່ງ​ອອກ ທີ່​ເປັນ​ການ​ລະ​ເມີດ​ຕໍ່ລະບຽບ​
ຂອງ​ອົງ ການ​ການ​ຄ້າ​ໂລກ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບແຮ່ທາດທີ່ຫາຍາກ ຫລື rare earth minerals:

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ກໍາລັງ​ດຳ​ເນີນ​ການ​ຮ້ອງທຸກດ້ານ ການ​ຄ້າ​ເພື່ອ
ວ່າ​ພວກບໍລິສັດຂອງ​ອາ​ເມ​ລິ​ກາ​ທັງຫລາຍ​ສາມາດ​ແຂ່ງຂັນ​ຢ່າງ​ຍຸຕິ​ທໍາ​ກັບ​ວົງ​ການ​ທຸລະ​
ກິດ​ຕ່າງປະ​ເທດ ​ໃນ​ການ​ຜະລິດ​ສິນຄ້າ​ທີ່​ຈໍາ ​ເປັນ​ຕ້ອງ​ໃຊ້ແຮ່​ທາດ​ທີ່ຫາ​ຍາກ​ນັ້ນ.

ຈີນ​ກ່າວ​ວ່າ ຕົນ​ໄດ້​ຈຳກັດໂຄ​ຕ້າ​ໃນ​ການສົ່ງ​ອອກ​ຂອງ​ຕົນເມື່ອ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​
ເພື່ອ​ໃຫ້​ແຮ່​ທາດ​ດັ່ງກ່າວ​ພຽງພໍກັບ​ຄວາມ​ຕ້ອງການ​ການ​ຜະ ລິດ​ພາຍ​ໃນ​ປະ​ເທດແລະ
ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ເປັນ​ຫ່ວງ​ດ້ານ​ສະພາບ​ແວດ​ລ້ອມຕ່າງໆ​ນັ້ນ ນອກ​ນີ້​ແ​ລ້ວ
ພວກ​ເຈົ້າໜ້າ​ທີ່​ຈີນ​ຍັງໄດ້​ປະຕິ​ເສດ​ຕໍ່ຂໍ້​ຫາ​ທີ່​ວ່າ​ຕົນ​ດຳ​ເນີນກິດ​ຈະ​ກໍາ​ທີ່​ຜິດ​ກົດໝາຍ
ຕ່າງໆ​ນັ້ນນໍາ.

XS
SM
MD
LG