ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ-ຈີນ ໄຂ ກອງປະຊຸມການຄ້າກັນ


ກອງປະຊຸມເຈລະຈາການຄ້າລະຫວ່າງສະຫະລັດແລະຈີນ ທີ່ເມືອງ
Chengdu ປະເທດຈີນ, ວັນທີ 21 ພະຈິກ 2011.
ກອງປະຊຸມເຈລະຈາການຄ້າລະຫວ່າງສະຫະລັດແລະຈີນ ທີ່ເມືອງ Chengdu ປະເທດຈີນ, ວັນທີ 21 ພະຈິກ 2011.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ດ້ານ​ເສດຖະກິດ​ຈີນ​ທ່ານ​ນຶ່ງ ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ ໃນ​ລະຫວ່າງ​ການ​ເຈລະຈາ​ການ​ຄ້າ​ກັບ​ຄະນະ​ຜູ້ຕາງ​ໜ້າສະຫະລັດ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ເມືອງ Chengdu ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ຮອງ​ນາຍົກລັດຖະມົນຕີຈີນ ທ່ານ Wang Qishan ກ່າວ​ເຕືອນ​ພວກ​ຜູ້ຕາງໜ້າ​ສະຫະລັດ​ ຕໍ່ການ​ເອົາເລື້ອງ​ການ​ເຈລະຈາ​ກັນ​ນີ້​ໄປ​ເປັນເລື້ອງການ​ເມືອງ​ ຊຶ່ງ​ທ່ານ​ກ່າວ​ວ່າ ​ໃນ​ປັດຈຸບັນ​ນີ້ ພວກ​ເຮົາ​ກໍາລັງປະ​ເຊີນ​ກັບ​ວິ​ກິດ​ການ​ເສດຖະກິດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ. ການ​ຮັບປະ ກັນ​ສຸຂະພາບຂອງ​ເສດຖະກິດ ​ແມ່ນ​ເປັນຄວາມ​ຮັບຜິດຊອບ​ຂອງ​ທຸກໆ​ປະ​ເທດ. ຄວາມ​ຄືບໜ້າທີ່​ບໍ່​ກໍ້າ​ເກິ່ງ​ກັນ​ແມ່ນ​ດີກ​ວ່າ​ການ​ຕົກ​ຕໍ່າ​ລົງ​ທີ່ກໍ້າ​ເກິ່ງກັນ.

ສ່ວນທ່ານ John Bryson ລັດຖະມົນຕີ​ການ​ຄ້າ​ສະຫະລັດ ກໍ​ເຕືອນວ່າ ທ່າ​ທີຕໍ່​ສາຍ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຈີນ​ກໍາລັງ​ຊຸດ​ໂຊມ​ລົງ​ນັບ​ມື້ທີ່​ກຸງ​ວໍ​ຊິງ​ຕັນ ຊຶ່ງ​ທ່ານ​ກ່າວ​ວ່າ ​ເສດຖະກິດ​ຂອງ​ພວກ​ເຮົາ​ແມ່ນພົວ​ພັນ​ກັນ. ສູ່​ມື້​ນີ້ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ ແມ່ນ​ຢູ່​ໃນ​ລະດັບ​ສູງ​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແຕ່​ຄວາມ​ເປັນ​ຈິງ​ກໍ​ແມ່ນ​ວ່າ ຫລາຍໆ​ຄົນຢູ່​ໃນ​ສະຫະລັດ ຮວມທັງ​ປະຊາ​ຄົມ​ທຸລະ​ກິດ​ແລະ​ລັດຖະສະພາ ກໍາລັງ​ເຄື່ອນ​ໄຫວ​ໄປ​ສູ່​ການ​ມີ​ທັດສະນະໃນ​ທາງ​ລົບ​ກ່ຽວ​ກັບ​ຄວາມ​ສໍາພັນ​ດ້ານ​ການ​ຄ້າ​ຂອງ​ພວກ​ເຮົາ.

ຄະນະ​ກໍາມາ​ທິການ​ຮ່ວມ​ດ້ານ​ພານິ​ດແລະ​ການ​ຄ້າ​ລະຫວ່າງ​ສະຫະລັດແລະ​ຈີນ ທີ່ພົບ​ປະກັນ​ປີ​ນຶ່ງ​ສອງ​ເທື່ອນັ້ນ​ ກໍາລັງ​ພະຍາຍາມ​ຫາ​ທາງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ຄ້າ​ລະຫວ່າງກັນ ​ໂດຍ​ເພ່ງ​ເລັງ​ໃສ່​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ​ໃນ​ດ້ານ​ນະ​ໂຍບາຍ​.

XS
SM
MD
LG