ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ສະຫະລັດ ແລະ ຈີນ ຈະຈັດການເຈລະຈາ ລະດັບສູງ ກ່ຽວກັບການຮ່ວມມືດ້ານການຕໍ່ຕ້ານຢາເສບຕິດ


ແຟ້ມພາບ - ທຸງຊາດຂອງຈີນ ແລະສະຫະລັດ ພັດສະບັດຢູ່ໃກ້ກັບ ເຂດ The Bund, ໃນນະຄອນ ຊຽງໄຮ້ ຂ້ອງ ເມື່ອວັນທີ 30 ກໍລະກົດ 2019.
ແຟ້ມພາບ - ທຸງຊາດຂອງຈີນ ແລະສະຫະລັດ ພັດສະບັດຢູ່ໃກ້ກັບ ເຂດ The Bund, ໃນນະຄອນ ຊຽງໄຮ້ ຂ້ອງ ເມື່ອວັນທີ 30 ກໍລະກົດ 2019.

ສະຫະລັດ ແລະຈີນ ກຽມພ້ອມທີ່ຈະຈັດການເຈລະຈາຫຼາຍຮອບກ່ຽວກັບການຮ່ວມມືໃນການຕໍ່ຕ້ານຢາເສບຕິດ ໃນວັນພະຫັດມື້ນີ້ ລຸນຫຼັງມີຄວາມກ້າວໜ້າໃນວຽກງານສອງຝ່າຍ ເມື່ອອາທິດນີ້ ທີ່ໄດ້ເຫັນທັງສອງຝ່າຍ ຮ່ວມກັນດຳເນີນການຕິດຕາມ ປະຕິບັດການຟ້ອກເງິນທີ່ເຊື່ອມໂຍງກັບການຄ້າຢາເສບຕິດ ຄັ້ງໃຫຍ່, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ສະຫະລັດ ແລະຈີນ ໄດ້ເລີ້ມການເຈລະຈາຄືນໃໝ່ ກ່ຽວກັບການຮ່ວມມືໃນດ້ານການຕໍ່ຕ້ານຢາເສບຕິດ ແລະການບັງຄັບໃຊ້ກົດໝາຍ ເມື່ອຕົ້ນປີນີ້ ແລະກົມຮັກສາຄວາມປອດໄພສາທາລະນະຂອງຈີນ ໄດ້ຊົມເຊີຍກໍລະນີນີ້ວ່າ ເປັນແບບຢ່າງ ທີ່ປະສົບຜົນສຳເລັດ ໃນການຮ່ວມມືຕໍ່ຕ້ານຢ່າເສບຕິດ ລະຫວ່າງສອງປະເທດມະຫາອຳນາດ.

ກະຊວງຍຸຕິທຳຂອງສະຫະລັດ ໃນອາທິດນີ້ໄດ້ກ່າວຫາ ແກັ່ງຄ້າຢາເສບຕິດ ຊິນາລົວ (Sinaloa) ຂອງເມັກຊິໂກ ໄດ້ສົມຮູ້ຮ່ວມຄິດກັບກຸ່ມຕ່າງໆທີ່ມີຖານຢູ່ໃນລັດຄາລີຟໍເນຍ ແລະຕິດພັນກັບທະນະຄານໃຕ້ດິນທີ່ຜິດກົດໝາຍຂອງຈີນ ເພື່ອຟອກເງິນທີ່ໄດ້ມາຈາກການຄ້າຢາເສບຕິດຫຼາຍກວ່າ 50 ລ້ານໂດລາສະຫະລັດ.

ກະຊວງຍຸຕິທຳ ໄດ້ກ່າວວ່າ ຕົນໄດ້ປະສານງານກັບເຈົ້າໜ້າທີ່ປະຕິບັດກົດໝາຍໃນເມັກຊິໂກ ແລະຈີນ ຢ່າງໃກ້ຊິດ. ສື່ມວນຊົນຂອງທາງການຈີນ ໄດ້ກ່າວວ່າ ຈີນໄດ້ຈັບກຸມຜູ້ຕ້ອງສົງໄສໃນກໍລະນີດັ່ງກ່າວ ໂດຍກ່າວຕື່ມວ່າ ມັນກ່ຽວຂ້ອງກັບກິດຈະກຳຕ່າງໆທາງອາຍາ ທີ່ລວມທັງການຄ້າແລກປ່ຽນເງິນຕາຕ່າງປະເທດທີ່ຜິດກົດໝາຍ ນຳດ້ວຍ.

ສະຫະລັດ, ເຊິ່ງເປັນບ່ອນທີ່ການນຳໃຊ້ຢາເຟນຕານອລ (fentanyl) ໃນທາງທີ່ຜິດກົດໝາຍ ໄດ້ເປັນສາເຫດສຳຄັນຂອງການເສຍຊີວິດຢ່າງຫຼວງຫຼາຍ, ໄດ້ຊຸກຍູ້ໃຫ້ມີການຮ່ວມມືໃນການບັງຄັບໃຊ້ກົດໝາຍຢ່າງເລິກເຊິ່ງຂຶ້ນ ລວມເຖິງການຈັດການທາງດ້ານການເງິນທີ່ຜິດກົດໝາຍ ແລະການຄວບຄຸມເພີ້ມຂຶ້ນ ກ່ຽວກັບສານເຄມີຕ່າງໆ ທີ່ສາມາດນຳໃຊ້ເພື່ອຜະລິດຢາເຟນຕານອລ ໄດ້.

The United States and China were set to hold high-level talks on anti-narcotics cooperation on Thursday, following a breakthrough in bilateral work this week that saw them jointly go after a major drug-linked money laundering operation.

The U.S. and China restarted talks on counter-narcotics and law enforcement cooperation at the start of the year and China's public security department lauded the case as a successful example of anti-drug cooperation between the two superpowers.

The U.S. Justice Department alleged this week that Mexico's Sinaloa Cartel conspired with groups based in California and tied to Chinese underground banking to launder drug-trafficking proceeds of more than $50 million.

The Justice Department said it closely coordinated with law enforcement in Mexico and China. Chinese state media said China arrested the suspect in the case, adding it involved criminal activities including the illegal trading of foreign exchange.

The United States, where fentanyl abuse has been a major cause of death, has pushed for deeper law enforcement cooperation, including tackling illicit finance and further controls on the chemicals that can be used to make fentanyl.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG