ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກັບຈີນ ໄຂ ການສົນທະນາ ດ້ານຍຸທະສາດ ແລະເສດຖະກິດ (ວີດິໂອ)


ສະຫະລັດເປີດ ການເຈລະຈາກັບຈີນ ກ່ຽວກັບບັນຫາດ້ານ ຍຸທະສາດ ແລະເສດຖະກິດ ຄັ້ງທີ 5 ທີ່ກຸງວໍຊິງຕັນ, ມື້ນີ້ ວັນທີ 10 ກໍລະກົດ 2013.
ສະຫະລັດເປີດ ການເຈລະຈາກັບຈີນ ກ່ຽວກັບບັນຫາດ້ານ ຍຸທະສາດ ແລະເສດຖະກິດ ຄັ້ງທີ 5 ທີ່ກຸງວໍຊິງຕັນ, ມື້ນີ້ ວັນທີ 10 ກໍລະກົດ 2013.
ບັນດາກຸ່ມປົກປ້ອງສິດທິມະນຸດ ແລະສະມາຊິກ​ລັດຖະສະພາ​ສະ
ຫະລັດຮຽກຮ້ອງໃຫ້ລັດຖະບານຂອງທ່ານໂອບາມາ ໃຫ້ເອົາທ່າ
ທີອັນແຂງຂັນ ໃນວັນພຸດມື້ນີ້ ໃນລະຫວ່າງການພົບປະເຈລະຈາ
ລະດັບສູງປະຈໍາປີກັບເຈົ້າໜ້າທີ່ຈີນ ໃນນະຄອນວໍຊິງຕັນ.

ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະ
ຫະລັດ ແລະທ່ານ Jack Lew ລັດຖະມົນຕີ​ກະຊວງ​ການ​ເງິນ​ ເປັນຜູ້ນໍາພາຄະນະຜູ້ແທນສະຫະລັດ ໃນການສົນທະນາດ້ານ
ຍຸດທະສາດ ແລະເສດຖະກິດ. ຝ່າຍຈີນແມ່ນມີທ່ານ Yang
Jiechiລັດຖະມົນຕີ​ອະ​ວຸໂສ ແລະຮອງ​ນາ​ຍົກ​ລັດຖະມົນຕີ
Wang Yang ເປັນຜູ້ຕາງໜ້າ.

ການພົບປະສົນທະນາດັ່ງກ່າວ ຊຶ່ງປີນີ້ເປັນປີທີ 5 ແລ້ວນັ້ນ ແມ່ນເປັນໂອກາດອັນ​ດີສຳລັບ
ກຸງວໍຊິງຕັນແລະກຸງປັກກິ່ງ ຈະ​ໄດ້​ໂອ້​ລົມ​ກັນ ແລະບາງຄັ້ງຄາວ ກໍໂຕ້ຖຽງກັນ ກ່ຽວກັບບັນ
ຫາຕ່າງໆທັງ​ໃນດ້ານການຮ່ວມມື ແລະຄວາມບໍ່ລົງຮອຍກັນ ລະຫວ່າງສອງ ປະເທດທີ່ມີ
ເສດຖະກິດໃຫຍ່ທີ່ສຸດຂອງໂລກ.

ກ່ອນໜ້າການພົບປະກັນເປັນເວລາສອງມື້ນັ້ນ ມີການຮຽກຮ້ອງໃຫ້ສະຫະລັດ ຍົກເອົາ ຄວາມເປັນຫ່ວງກ່ຽວກັບປະຫວັດດ້ານສິດທິມະນຸດຂອງຈີນ ຊຶ່ງເປັນຫົວຂໍ້ທີ່ຫລໍ່ແຫລມ ສໍາລັບກຸງປັກກິ່ງນັ້ນ ຂຶ້ນມາ​ຫາລື​ກັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ທີ່ຕັ້ງຢູ່ນະຄອນນີວຢອກ ເວົ້າວ່າ
ສະຫະລັດຄວນໃຫ້ຈີນຮັບຜິດຊອບ ຕໍ່ສິ່ງທີ່ອົງການດັ່ງກ່າວເອີ້ນວ່າ “ການຂາດຄວາມ ກ້າວໜ້າ” ຢູ່ໃນດ້ານຕ່າງໆ ເຊັ່ນການປະພຶດປະຕິ​ບັດຕໍ່ພວກທີ່ຕໍານິລັດຖະບານ, ການ
ຈໍາກັດອິດສະຫລະພາບໃນການປາກເວົ້າ ແລະນະໂຍບາຍດ້ານຊົນຊາດຊົນເຜົ່າ.

ນອກນັ້ນ ສະມາຊິກ​ສະພາ​ລັດ​ສະພາ​ອະ​ວຸ​ໂສ​ກຸ່ມ​ນຶ່ງທີ່ມາຈາກສອງພັກການເມືອງຍັງໄດ້
ຮຽກຮ້ອງໃຫ້ສະຫະລັດ ທໍາການກົດດັນຕໍ່ຈີນໃນບັນຫາຫລາຍໆຢ່າງທາງ​ດ້ານ​ເສດຖະກິດ
ລວມທັງການປົກປ້ອງຊັບສິນທາງປັນຍາ ແລະຄໍ້າປະກັນວ່າ ຈີນເປີດຕະຫລາດຂອງຕົນ
ໃຫ້ການແຂ່ງຂັນຈາກຕ່າງປະເທດ ເພີ້ມຂຶ້ນ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

XS
SM
MD
LG