ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເຈລະຈາລະດັບສູງ ສະຫະລັດ-ຈີນ


ພວກເຈົ້າໜ້າທີ່ຈີນ ແລະສະຫະລັດ ພວມສະແດງຄວາມ ຊົມເຊີຍຕໍ່ກັນແລະກັນ ໃນຄວາມສຳພັນທີ່ໃກ້ຊິດລະຫວ່າງ ປະເທດທັງສອງ ຫຼັງຈາກທີ່ໄດ້ເກີດຄວາມເຄັ່ງຕຶງເມື່ອຕົ້ນ ປີນີ້.

ທ່ານ Li Yuanchao ຜູ້ນຳອະວຸໂສຄົນນຶ່ງຂອງຈີນກ່າວ ໃນມື້ວັນຈັນວານນີ້ວ່າ ໄດ້ເກີດບັນຫາລົບກວນບາງຢ່າງຕໍ່ ຄວາມສຳພັນ ລະຫວ່າງປະເທດ ມະຫາອຳນາດທັງສອງ ແຕ່ເວລານີ້ ຄວາມສຳພັນໄດ້ກັບຄືນເຂົ້າສູ່ສະພາບປົກກະຕິ ທີ່ດີຕໍ່ກັນແລ້ວ.

ທ່ານ Li ໃຫ້ທັດສະນະດັ່ງກ່າວ ຕໍ່ເຈົ້າໜ້າທີ່ສະຫະລັດ 2 ທ່ານ ຄືຮອງທີ່ປຶກສາ ວ່າດ້ວຍ ຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານ Thomas Donilon ແລະ ປະທານສະພາ ເສດຖະກິດແຫ່ງຊາດ ຂອງສະຫະລັດ ທ່ານ Larry Summers ທີ່ພວມທຳການຢ້ຽມຢາມ ກຸງປັກກິ່ງ ເປັນເວລາ 4 ມື້ ເພື່ອເຈລະຈາຫາລື ລະດັບສູງ.

ທ່ານ Summers ກ່າວຕໍ່ເຈົ້າໜ້າທີ່ຈີນວ່າ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາ ມາ ໄດ້ກ່າວເນັ້ນ ເຖິງຄວາມສຳຄັນ ໃນການມີຄວາມສຳພັນ ທີ່ເຂັ້ມແຂງກັບປະເທດ ຈີນ ແລະການເດີນທາງໄປຢ້ຽມຢາມສະຫະລັດຄັ້ງຈະມາ ຂອງປະທານປະເທດ ທ່ານຫູຈິນເທົາ.

XS
SM
MD
LG