ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດວ່າ ການສົ່ງທະຫານ ໄປປະຈໍາຢູ່ ອັອສເຕຣເລຍ ບໍ່ກ່ຽວກັບຈີນ


ການເຈລະຈາລະຫວ່າງສະຫະລັດ ແລະຈີນ (8 ທັນວາ 2011)
ການເຈລະຈາລະຫວ່າງສະຫະລັດ ແລະຈີນ (8 ທັນວາ 2011)

ເຈົ້າໜ້າທີ່ອະວຸໂສຂອງກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ແຜນການທີ່ມີການປະ
ກາດເມື່ອໄວໆມານີ້ ກ່ຽວກັບການສົ່ງທະຫານອະເມຣິກັນໄປປະຈຳການຢູ່ອັອສເຕຣເລຍນັ້ນ ບໍ່ມີຈຸດປະສົງແນໃສ່ເພື່ອຄວບຄຸມການຂະຫຍາຍອິດທິພົນຂອງຈີນຢູ່ໃນພູມີພາກແຕ່ຢ່າງໃດ.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບໃນດ້ານນະໂຍ
ບາຍ ທ່ານນາງ Michele Flournoy ກ່າວໃນວັນພະຫັດມື້ນີ້ວ່າ ທ່ານນາງໄດ້ແຈ້ງໃຫ້ຄູ່
ຕຳແໜ່ງຝ່າຍຈີນຊາບວ່າ ການເຄື່ອນໄຫວທີ່ວ່ານີ້ທີ່ຈິງແລ້ວບໍ່ກ່ຽວຫຍັງກັບຈີນເລີຍ.

ໃນມື້ວັນພຸດວານນີ້ ທ່ານນາງ Flournoy ໄດ້ພົບປະກັບພວກເຈົ້າໜ້າທີ່ຈີນ ທີ່ນະຄອນ
ຫຼວງປັກກິ່ງໃນການເຈລະຈາລະດັບສູງເທື່ອທຳອິດນັບແຕ່ປະທານາທິບໍດີບາຣັກໂອບາມາ ໄດ້ປະກາດໃນເດືອນພະຈິກຜ່ານມາກ່ຽວກັບແຜນການສົ່ງທະຫານມາຣີນຫຼາຍເຖິງ 2 ພັນ
500 ຄົນໄປປະຈຳການຢູ່ທີ່ອັອສເຕຣເລຍ.

ທ່ານໂອບາມາກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະຊ່ອຍຮັກສາຄວາມໝັ້ນຄົງໃນເຂດເອເຊຍ-ປາຊີ
ຟິກເຖິງແມ່ນບາງຄົນຄາດການໄວ້ເຊັ່ນກັນວ່າການເຄື່ອນໄຫວທີ່ວ່ານີ້ແມ່ນແນໃສ່ເພື່ອຕ້ານ
ອຳນາດທາງທະຫານທີ່ມີເພີ່ມຂຶ້ນຂອງຈີນ.

ຈີນເອີ້ນການສົ່ງທະຫານໄປປະຈຳການດັ່ງກ່າວຂອງສະຫະລັດວ່າ “ບໍ່ເປັນການສົມຄວນ
ເລີຍ” ໂດຍເວົ້າວ່າ ການຕັດສິນໃຈໃນທຳນອງນີ້ກ່ອນອື່ນໝົດຄວນຈະມີການປຶກສາຫາລື
ກັນໂດຍປະຊາຄົມນາໆຊາດ.

XS
SM
MD
LG