ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຢາກໃຫ້ ຈີນຍຸຕິ ການລັກຂະ​ໂມ​ຍ ທາງອິນເຕີ​ແນັດ (ວີດິໂອ)


ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ຖະແຫລງ ໃນຂະນະທີ່ຮອງປະທານປະເທດຈີນ ທ່ານ Wang Yang ນັ່ງຟັງຢູ່ ໃນກອງປະຊຸມສົນທະນາກັນດ້ານຍຸດທະສາດ ແລະເສດຖະກິດ (S&ED) ລະຫວ່າງສະຫະລັດແລະຈີນ ທີ່ຈັດຂຶ້ນຢູ່ ກະຊວງການຕ່າງປະເທດສະຫະລັດ ໃນວັນທີ 10 ກໍລະກົດ 2013.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ຖະແຫລງ ໃນຂະນະທີ່ຮອງປະທານປະເທດຈີນ ທ່ານ Wang Yang ນັ່ງຟັງຢູ່ ໃນກອງປະຊຸມສົນທະນາກັນດ້ານຍຸດທະສາດ ແລະເສດຖະກິດ (S&ED) ລະຫວ່າງສະຫະລັດແລະຈີນ ທີ່ຈັດຂຶ້ນຢູ່ ກະຊວງການຕ່າງປະເທດສະຫະລັດ ໃນວັນທີ 10 ກໍລະກົດ 2013.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ທໍາການ
ຮຽກຮ້ອງຢ່າງເດັດດ່ຽວ ໃຫ້ຈີນຍຸຕິການລັກຂະ​ໂມ​ຍທາງອິນ
ເຕີ​ແນັດໃນລະຫວ່າງ​ການ​ເຈລະຈາປະຈໍາປີ ເປັນເວລາສອງ
ມື້ ລະຫວ່າງສອງມະຫາອໍານາດຂອງໂລກ ຢູ່ທີ່ກຸງວໍຊິງຕັນ.

ຢູ່ໃນການກ່າວ​ໄຂ​ກອງ​ປະຊຸມ ໃນວັນພຸດວານນີ້ ທ່ານ
Biden ເວົ້າວ່າ ຈີນຕ້ອງຍຸຕິ ການລັກຂະ​ໂມ​ຍຊັບສິນທາງ
ປັນຍາ “ຢ່າງກົງໆ” ຂອງຕົນ​ນັ້ນ ຊຶ່ງລາຍງານເມື່ອມໍ່ໆມານີ້
ເວົ້າວ່າ ສະຫະລັດ ເສຍເງິນຫລາຍພັນລ້ານໂດລາ ຕໍ່ປີ
ຍ້ອນການກະທໍາດັ່ງກ່າວ.

ຄໍາ​ປາ​ໄສ​ຂອງ​ທ່ານ Biden ຍັງ​ໄດ້​ເນ້ນ​ໜັກ​ຫລາຍໆ​ດ້ານທີ່​ທັງ​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ
ຮ່ວມ​ກັນ ​ແຕ່​ກໍ​ບໍ່​ໄດ້​ເມີນ​ເສີຍ​ຕໍ່​ບັນຫາ​ຫຼໍ່​ແຫຼມຕ່າງໆ ​ເຊ່ນ​ເລື້ອງ​ຄວາມ​ເປັນ​ຫ່ວງ​ຂອງ
ສະຫະລັດ​ ກ່ຽວ​ກັບ​ປະຫວັດ​ການ​ນັບຖື​ສິດທິ​ມະນຸດຂອງ​ຈີນ ​ແລະ​ການ​ປະຕິ​ຮູບທາງເສດ
ຖະກິດ ຊຶ່ງ​ໃນ​ເລື້ອງ​ສິດທິ​ມະນຸດ​ນັ້ນ ທ່ານ Biden ຮັບ​ຮູ້​ວ່າ ມີ​ຄວາມ​ເຫັນ​ແຕກ​ຕ່າງກັນ
ຫລາຍ ​ແຕ່​ກໍ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ຈີນ​ຈະ​ເປັນ​ປະ​ເທດ​ເຂ້​ມ​ແຂງຂື້ນ​ກ່ວາ​ເກົ່າ ມີສະຖຽນ​
ລະ​ພາບ​ຫລາຍ​ກ່ວາ​ເກົ່າ ​ແລະ​ມີ​ການ​ປະດິດ​ສ້າງ​ໃໝ່​ໆ ຫລາຍ​ກ່ວາ​ເກົ່າ ຖ້າ​ຫາກ​ວ່າຈີນ
​ເຄົາລົບ​ແລະ​ປະຕິບັດ​ຕາມ​ ກົດ​ເກນ​ຂອງ​ສິດທິ​ມະນຸດ​ສາກົນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:




ການພົບປະກັນດັ່ງກ່າວ ມີຂຶ້ນບໍ່ພໍເທົ່າໃດອາທິດ ລຸນຫລັງທີ່ປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ເປັນເຈົ້າພາບຕ້ອນຮັບການຢ້ຽມຢາມຂອງທ່ານ Xi Jinping
ປະທານປະ​ເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດທີ່ບໍ່ເປັນທາງການ ຢູ່ລັດຄາລິຟໍ
ເນຍ ບ່ອນທີ່ຜູ້ນໍາທັງສອງ​ໄດ້​ໂອ້​ລົມ​ກັນ ຊຶ່ງສ່ວນໃຫຍ່ແລ້ວ​ ໃນ​ລັກສະນະ​ທ່າ​ທາງທີ່
ເປັນມິດ.

ນອກນັ້ນ ຄະນະຜູ້ແທນຂອງຈີນ ແລະສະຫະລັດຍັງມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ບັນຫາເສດຖະກິດຫລາຍຢ່າງ. ສະຫະລັດຢາກໃຫ້ຈີນອະນຸຍາດໃຫ້ເງິນຢວນຂອງຕົນ
ມີຄ່າແຂງ​ຂຶ້ນຕື່ມ. ພ້ອມກັນນັ້ນ ສະຫະລັດຍັງຕໍາໜິຈີນວ່າ ມີການຈໍາກັດການລົງທຶນ
ຈາກຕ່າງປະເທດ.

ເບິ່ງວີດິໂອອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້:

XS
SM
MD
LG