ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຈີນ ໄດ້ສ້າງຄວາມແປກໃຈ ຕໍ່ກອງປະຊຸມສຸດຍອດ ດ້ານສະພາບດິນ​ຟ້າ ອາກາດ ​ໂດຍການອອກ​ຖະແຫຼງການຮ່ວມ


ທູດ​ພິ​ເສດ​ດ້ານ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ລັດ, ທ່ານຈອນ ແຄ​ຣີ ກ່າວ​ຕໍ່ກອງປະຊຸມສຸດຍອດດ້ານສະພາບດິນ​ຟ້າອາກາດ ຫລື COP26 ທີ່​ເມືອງກ​ລາ​ສ​ໂກຂອງ​ສ​ກັອດ​ແລນ, ວັນ​ທີ 10 ພະ​ຈິກ, 2021
ທູດ​ພິ​ເສດ​ດ້ານ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ລັດ, ທ່ານຈອນ ແຄ​ຣີ ກ່າວ​ຕໍ່ກອງປະຊຸມສຸດຍອດດ້ານສະພາບດິນ​ຟ້າອາກາດ ຫລື COP26 ທີ່​ເມືອງກ​ລາ​ສ​ໂກຂອງ​ສ​ກັອດ​ແລນ, ວັນ​ທີ 10 ພະ​ຈິກ, 2021

ສະຫະລັດ ແລະຈີນ ໄດ້ສ້າງຄວາມແປກໃຈຕໍ່ກອງປະຊຸມສຸດຍອດດ້ານສະ ພາບດິນ​ຟ້າອາກາດ​ຫລືຄອບ26 (COP26) ທີ່ເມືອງກ​ລາ​ສ​ໂກ (Glasgow) ໃນວັນພຸດວານນີ້ ໂດຍຖະແຫຼງການຮ່ວມເພື່ອດຳເນີນມາດ ຕະການຈຳກັດພາວະໂລກຮ້ອນໃນທົດສະວັດໜ້າ.

ຖະແຫຼງການດັ່ງກ່າວມີຂຶ້ນ ໃນຂະນະທີ່ບັນດາຜູ້ແທນ ກ້າວເຂົ້າສູ່ບັນ​ດາຊົ່ວ ໂມງສຸດທ້າຍຂອງການເຈລະຈາເພື່ອຕົກລົງກັນກ່ຽວ​ກັບ​ເນື້ອ​ໄນ​ອັນ​ສຸດທ້າຍ ຂອງ​ສັນ​ຍາຢູ່ທີ່ກອງປະຊຸມເພື່ອວາງ​ລາຍລະ​ອຽດອອກ​ມາວ່າຈະເຮັດ​ແນວ​ໃດ ໂລກຈຶ່ງຈະຈໍາກັດການ​ເພີ້ມ​ຂຶ້ນ​ຂອງຄວາມຮ້ອນເອົ້າຂອງໂລກບໍ່ໃຫ້​ເຖິງ​ 1.5 ອົງສາເຊນຊຽສ ​ເໜືອລະດັບຄວາມ​ຮ້ອນໃນກ່ອນສະ​ໄໝອຸດສາຫະກໍາ.​

ຈີນ ​ແລະສະຫະລັດ ​ແມ່ນ​ສອງ​ປະ​ເທດ​ທີ່​ມີການ​ປ່ອຍ​ມົນ​ລະ​ພິດ​ຫລາຍ​ທີ່​ສຸດ​ໃນ​ໂລກ, ​ແລະ​ພວກ​ນັກວິທະຍາສາດ​ກ່າວ​ວ່າ ການ​ກະທຳ​ໃນ​ອະນາຄົດ​ຂອງ​ພວກ​ປະ​ເທດນີ້ ແມ່ນ​ສຳຄັນ​ຫລາຍໃນ​ການ​ຕໍ່ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ການ​ບໍ່​ມີ​ຜູ້ນຳ​ຈີນ, ທ່ານສີ ຈິ້ນ​ຜິງ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ອາທິດ​ແລ້ວ​ນີ້ ​ໄດ້​ຖືກ​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ ຈາກ​ປະທານາທິບໍດີ​ສະຫະ ລັດ, ທ່ານໂຈ ໄບ​ເດັນ.

ທ່ານ Xie Zhenhua, ທູດ​ພິ​ເສດ​ຂອງ​ຈີນ​ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມສຸດຍອດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ ຫລື COP26 ທີ່ Glasgow ຂອງ​ສ​ກັອດ​ແລນ, 10 ພະ​ຈິກ, 2021
ທ່ານ Xie Zhenhua, ທູດ​ພິ​ເສດ​ຂອງ​ຈີນ​ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມສຸດຍອດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ ຫລື COP26 ທີ່ Glasgow ຂອງ​ສ​ກັອດ​ແລນ, 10 ພະ​ຈິກ, 2021

ທູດ​ພິ​ເສດ​ດ້ານ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ລັດ, ທ່ານຈອນ ແຄ​ຣີ (John Kerry) ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່​ເມືອງກ​ລາ​ສ​ໂກ (Glasgow) ໃນ​ວັນ​ພຸດ​ວານນີ້​ວ່າ ຖະແຫຼງການ​ຮ່ວມ​ສ້າງ​ໄດ້ຂຶ້ນບົນ​ພື້ນ​ຖານຖະ​ແຫຼງ​ການ​ຂອງ​ທັງ​ສອງ​ປະ​ເທດໃນ​ເດືອນ​ເມ​ສາຜ່ານ​ມາ.

“ພວກ​ເຮົາ​ຍັງ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຮ່ວມ​ທີ່​ຈະ​ປະສົບ​ຜົນສຳ​ເລັດ​ຢູ່ໃນ ກອງ​ປະ​ຊຸມຄອບ (COP) ນີ້​ກ່ຽວ​ກັບ​ການ​ຫຼຸດຜ່ອນ, ການ​ປັບ​ຕົວ, ການ​ສະໜັບສະໜູນ, ​ແລະ ​ກົງ​ໄປ​ກົງ​ມາ, ທຸກ​ບັນຫາ​ສຳຄັນ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ໂລກ​ຍົກ​ສູງ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ ​ແລະສາມາດ​ແກ້​ໄຂ​ວິ​ກິດ​ການ​ນີ້ໄດ້. ໃນປັດຈຸ ບັນ, ໂດຍ​ທີ່​ມີການປະກາດນີ້, ພວກເຮົາໄດ້ມາຮອດຂັ້ນຕອນໃຫມ່, ແຜນທີ່ເສັ້ນ​ທາງສໍາລັບການຮ່ວມມືຂອງພວກເຮົາໃນປັດຈຸບັນ ແລະໃນອະນາຄົດກ່ຽວກັບເລື່ອງນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ແຄ​ຣີ ທີ່ກ່າວໃນກອງປະຊຸມຖ​ະ​ແຫລງຂ່າວ.

ທ່ານ​ແຄ​ຣີກ່າວຕື່ມວ່າ "ສະຫະລັດແລະຈີນບໍ່ແມ່ນ​ວ່າບໍ່ມີຄວາມ​ເຫັນ​ທີ່ແຕກ ຕ່າງກັນ​ຫລາຍ​ດ້ານ, ແຕ່ວ່າເມື່ອ​ເວົ້າກ່ຽວກັບເລື້ອງສະພາບດິນ​ຟ້າອາກາດ ແລ້ວ, ການຮ່ວມມືກັນແມ່ນວິທີດຽວ ທີ່ຈະເຮັດໃຫ້ວຽກງານນີ້ສໍາເລັດໄດ້. ນີ້ບໍ່ແມ່ນເລື້ອງການດຸນ​ພິ​ນິດ, ເວົ້າຢ່າງກົງໆເລີຍ. ນີ້ແມ່ນເລື້ອງວິທະຍາສາດ. ມັນແມ່ນຄະນິດສາດ ແລະຟີຊິກທີ່ກໍານົດເສັ້ນທາງທີ່ພວກເຮົາຕ້ອງໄດ້ເດີນຕາມ,”

ຫົວໜ້າ​ເຈລະຈາ​ດ້ານ​ດິນ​ຟ້າ​ອາກາດ​ຂອງ​ຈີນ, ທ່ານ ສີ ເຊນ​ຮົວ (Xie Zhenhua) ​ໄດ້​ສະທ້ອນ​ໃຫ້​ເຫັນເຖິງ​ຄວາມ​ຮູ້ສຶກ​ດັ່ງກ່າວ.
“ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາທ້າທາຍ, ເປັນສິ່ງທ້າທາຍຮ່ວມກັນ ທີ່ມະນຸດປະເຊີນໜ້າຢູ່. ມັນຮັບຜິດຊອບຕໍ່ຄວາມສະຫວັດດີພາບ ຂອງລຸ້ນຄົນໃໝ່ໃນອະນາຄົດ. ໃນປັດຈຸບັນ, ການປ່ຽນແປງຂອງດິນຟ້າອາ ກາດແມ່ນມີຄວາມຮີບດ່ວນແລະຮ້າຍແຮງຂຶ້ນ, ເຮັດໃຫ້ມັນເປັນສິ່ງທ້າທາຍໃນອະນາຄົດໄປສູ່ວິກິດການທີ່ມີຈິງ. ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ມີຂໍ້ເຫັນພ້ອມນຳກັນລະຫວ່າງຈີນກັບອາເມຣິກາຫຼາຍກວ່າຄວາມແຕກຕ່າງກັນ, ເຮັດໃຫ້ມັນເປັນເຂດທີ່ມີຄວາມສາມາດຢ່າງຫລວງຫຼາຍສໍາລັບການຮ່ວມມືຂອງພວກເຮົາ. ພວກເຮົາມີພຽງແຕ່ອີກສອງສາມມື້ ກ່ອນກອງປະຊຸມ COP ໃນກລາສໂກ ຈະສິ້ນສຸດລົງ, ສະນັ້ນພວກເຮົາຫວັງວ່າຖະແຫຼງການຮ່ວມນີ້ຈະສາມາດສ້າງການປະກອບສ່ວນຂອງຈີນ-ອາເມຣິກາເຂົ້າໃນຜົນສໍາເລັດຂອງຄອບ26 (COP26),” ນັ້ນຄືຄຳເວົ້າຂອງທ່ານສີ ທີ່ກ່າວຕໍ່ນັກຂ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG