ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີນັກ​ສຶກ​ສາ​ຈີນ ເຂົ້າມາ​ຮຽນຕໍ່ ​ທີ່​ສະຫະລັດ ຫຼາຍຂຶ້ນ (ວີດິໂອ ລາວ/ອັງກິດ)


ເບິ່ງລາຍງານນີ້ ເປັນພາສາລາວ

ຈໍານວນ​ນັກ​ສຶກ​ສາ​ຈີນ ​ທີ່​ເຂົ້າມາ​ຮຽນຕໍ່​ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ຕ່າງໆ​ໃນ​ສະຫະລັດ ​ແມ່ນ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ. ​ອິງ​ຕາມໂຕ​ເລກ​ສະຖິຕິບາງ​ອັນ​ນັ້ນ ຈໍ​ານວນ​ນັກ​ສຶກສາລະ​ດັບ​ປະລິນຍາ​ຕີ ຈາກ​ປະ​ເທດຈີນ ​ແມ່ນໄດ້​ເພີ່ມ​ຂຶ້ນ​ສອງ​ເທົ່າ​ໂຕ ​ໃນ​ໄລຍະ​ສອງ​ປີຜ່ານມາ​ນີ້. ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ​ເປັນ​ຍ້ອນ​ວ່າ ​ປັດຈຸບັນນີ້ ​ຈີນ​ມີ​ຈໍາ​ນວນ​ຊົນ​ຊັ້ນ​ກາງ​ຫຼາຍ​ຂຶ້ນ. Elizabeth Lee ລາຍ​ງານມາຈາກນະຄອນ Los Angeles ​ຊຶ່ງ​ເປັນເຂດ​ນຶ່ງທີ່​ມີ​ນັກ​ສຶກສາ​ຊາວ​ຈີນຫລາຍ​ທີ່​ສຸດ​ໃນ​ສະຫະລັດ ຄື​ມີ​ທັງ​ໝົດຫຼາຍ​ກວ່າ 4000 ຄົນ​. ທອງ​ປານ​ມີລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນດັບ​ຕໍ່​ໄປ

ທີ່​ມະຫາ​ວິທະຍາ​ໄລ Southern California ຫລື​ພາກ​ໃຕ້​ລັດ​ແຄ​ລິ​ຟໍ​ເນຍ ທີ່​ Los Angeles ນັ້ນ ການ​ທີ່​ຈະ​ສັງ​ເກດເບິ່ງ​ວ່າ ​ຜູ້​ໃດ​ເປັນ​ນັກ​ສຶກສາ​ຈາກ​ຈີນ ​ແມ່ນ​ບໍ່​ຍາກ​ປານ​ໃດ. ຄື​ພວກ​ເຂົາ​ເຈົ້າຈະມາ​ເຕົ້າໂຮມ​ກັນ​ໃນ​ງາ​ນສັງຄົມ​ຕ່າງໆ​ເປັນ​ປະ​ຈໍາ ​ເຊັ່ນ ງານ​ບຸນ​ກາງ​ລະດູ​ໃບ​ໄມ້​ຫຼົ່ນ ເປັນ​ຕົ້ນ​.

Sun Wei ນັກ​ສຶກສາ​ວິຊາ​ວິ​ສະ​ວະ​ກໍາ​ສະພາບ​ແວດ​ລ້ອມ ກ່າວ​ວ່າ ລາວ ​ເອງ​ຍັງ​ບໍ່ໄດ້​ພົບ​ພໍ້​ກັບ​ຊາວ​ອະ​ເມຣິກັນ​ຫຼາຍ​ຄົນ​ເທື່ອ ຍ້ອນ​ວ່າ​ມີນັກ​ສຶກສາ ມາ​ຈາກ​ປະ​ເທດ​ຈີນ ເປັນ​ຈໍາ ນວນ​ຫລວງຫລາຍ ​ແຕ່​ນາຍ ​ເຫ​ວ່ ກໍ​ເວົ້າ​ວ່າ ມັນ​ເປັນ​ສິ່ງ​ທີ່​ດີ​ຢູ່.

ນາຍ ຊັນ ​ເວົ້າ​ວ່າ: “ຜົນ​ດີ​ຫຼາຍ​ ກໍ​ແມ່ນ​ວ່າ ເວລາ​ຂ້ອຍ​ມາ​ຕົກ​ຢູ່​ແຫ່ງ​ນີ້​ໃໝ່ໆ ບໍ່​ຕ້ອງ​ໄດ້​ໃຊ້​ເວລາ​ດົນ​ເພື່ອ​ປັບ​ຕົວ ​ເພາະວ່າ​ມີ​ແຕ່​ຊາວ​ຈີນ​ນໍາ​ກັນ​ທັງ​ນັ້ນ.

​ແຕ່​ວ່າ ການ​ເຂົ້າມາສະ​ຫະລັດມັນ​ກໍ​ບໍ່​ແມ່ນ​ເລຶ່ອງງ່າຍ ສໍາລັບ​ນັກສຶກສາ​ຈີນ​ຫຼາຍ​ໆຄົນ.

An Ruopeng, ນັກ​ສຶກສາ​ແພດສາດ ທີ່​ Pardee Rand Graduate School ມະຫາ​ວິທະຍາ​ໄລລະດັບ​ປະລິນຍາ​ໂທ​ກັບ​ເອກ ທີ່​ເມືອງ Santa Monica ລັດ​ແຄ​ລິ​ຟໍ​ເນຍ ກ່າວ​ວ່າ ການ​ໜີຈາກ​ຄອບຄົວ​ມາ ກໍ​ນັບ​ວ່າ​ລໍາບາກ​ພໍ​ສົມຄວນ ​ສໍາລັບ​ລາວ​ເອງ​ແລະ​ພັນ​ລະ​ຍາ.

ນາຍ ອັນ ​ເວົ້າ​ວ່າ: ​“​ພວກເຮົາ​ເປັນ​ລູກ​ຄົນ​ດຽວ​ໃນທັງ​ສອງ​ຄອບຄົວ ​ແລະ​ເວລາ​ພໍ່​ແມ່​ເຖົ້າ​ແກ່​ມາ ພວກ​ເຂົາ​ເຈົ້າຈະ​ຄິດ​ຮອດ​ລູກ​ຫລາ​ຍ ​ແລະ​ກໍ​ຄິດ​ຮອດຫຼານຫຼາຍ.”

​ແຕ່​ນາຍ ອັນ ​ເວົ້າ​ວ່າ ລາວ​ກໍ​ມ່ວນ​ຊື່ນ​ທີ່ໄດ້​ປະສົບ​ກັບ​ວັທະນະ​ທໍາ​ທີ່​ແຕກ ຕ່າງ​ກັນ.

Ferdinando Guerra, ນັກ​ເສດຖະສາດ ປະ​ຈໍາ​ບໍລິສັດພັດທະນາ​ເສດ ຖະກິດ ປະ​ຈໍາ​ເຂດ Los Angeles County ກ່າວ​ວ່າ ບັນດາ​ນັກ​ສຶກສາ​ຈີນ​ໄດ້ຊ່ວຍ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ ​ໂດຍ​ການ​ປະ​ກອບ​ສ່ວນຫຼາຍ​ກວ່າ 100 ລ້ານ​ໂດ​ລາ ​ເຂົ້າ​ໃສ່​ເສດຖະກິດ​ຂ​ອງ ນະຄອນ​ລອສ ​ແອນ​ຈີ​ແລ​ສເມື່ອ​ປີຜ່ານມາ. ​ລາວ​ເວົ້າ​ອີກ​ວ່າ ​ເວົ້າລວມໃນ​ທົ່ວ​ປະ​ເທດ ແລ້ວ​ ນັກ​ສຶກສາ​ຈີນ​ແມ່ນໄດ້ປະກອບສ່ວນ​ຫຼາຍ​ກວ່າ 4500 ​ລ້ານ​ໂດ​ລາ ​ເຂົ້າ​ໃສ່​ໃນ​ເສດຖະກິດ​ສະຫະລັດ

ທ່ານ ​ເກ​ຍຣາ ກ່າວ​ວ່າ: “ຈໍານວນ​ນັກ​ສຶກສາ​ຈີນ​ທີ່​ຮໍ່າຮຽນ​ຢູ່​ໃນ​ສະຫະລັດ ​​ໄດ້​ເພີ່ມ​ຂຶ້ນເກືອບ​ວ່າ​ສາມ​ເທົ່າ​ຕົວ​ໃນ​ໄລຍະ​ສິບ​ປີຜ່ານມາ ​ແລ​ະຫຼາຍ​ກວ່າ ສີ່​ເທົ່າ ນັບຕັ້ງ​ແຕ່​ປີ 1995 ມາ.”

​ນັກ​ເສດຖະສາດ Jim Hosek ​ແຫ່ງ​ບໍລິສັດ Rand ກ່າວ​ວ່າ ການ​ເຕີບ​ໂຕ​ຂອງເສດຖະກິດ​ຈີນ ​ແມ່ນ​ເປັນ​ເຫດ​ຜົນ​ຢູ່​ເບື້ອງ​ຫລັງການ​ເພີ່ມ​ທະວີ​ຂຶ້ນ ​ຢ່າງ​ໃຫຍ່ ໃນ​ຈໍານວນ​ນັກ​ສຶກສາ​ຈີນ.

ທ່ານ ​ໂຮ​ເຊັກ ກ່າວ​ວ່າ: “ມີ​ນັກວິ​ສາ​ຫະກິດຈີນ ນັກທຸລະກິດຊາວ​ຈີນ ​ເກືອບ​ວ່າ​ແທບ​ທຸກ​ຝ່າຍ ຊຶ່ງ​ເປັນຜູ້​ນໍາ​ທາງທຸລະ​ກິດ ທີ່​ລໍ້າ​ລວຍ​ຫຼາຍ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້ ​ແລະ​ກໍ​ມີ​ເງິນ​ສົ່ງ​ລູກ​ຫຼານໄປ​ຮໍ່າຮຽນ​ຕໍ່​ຢູ່ຕ່າງປະເທດ​ໄດ້.”

ນາງ Li Jing ຊາວ​ຈີນໂດຍກໍາ​ເນີ​ດ ​ຮຽນ​ຈົບ​ວິຊາການ​ສຶກສາ​ ຈາກມະຫາ​ວິທະຍາ​ໄລ Southern California ​ກ່າວ​ວ່າ ກ່ອນ​ໜ້າ​ປີ 2004 ນັ້ນ ນັກ​ສຶກສາຈີນແມ່ນ​ໄດ້​ຮັບ​ທຶນ​ການ​ສຶກສາ ຈາກ​ບັນດາ​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ສຫະຫະລັດ.

ນາງ​ລີ ກ່າວ​ວ່າ: “ນັກ​ສຶກສາ​ຈີນ​ສ່ວນ​ໃຫຍ່ແມ່ນໄດ້​ຮັບ​ທຶນ​ການ​ສຶກສາ ​ແຕ່​ມາບັດ​ນີ້ ພວກ​ເຂົາ​ເຈົ້າ​ຕ້ອງ​ຈ່າຍ​ເງິນ​ຕົນ​ເອງ​ເພື່ອເຂົ້າມາ​ສຶກສາ​ຕໍ່​ຢູ່​ທີ່​ນີ້.”

ທ່ານ Varun Soni ຫົວໜ້າ​ພະ​ແນ​ກ ຊີວິດ​ສາສ​ະໜາ ຂອງ​ມະຫາວິທະ ຍາ​ໄລ Southern California ຫລື USC ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ນັກ​ສຶກສາ​ຈີນ​ໂດຍສ່ວນໃຫຍ່​ ຈະ​ນິຍົມ​ກັນ​ຮຽນ​ວິຊາ​ວິ​ສະ​ວະ​ກໍາ ​ຫລືວິທະຍາ ສາດ​ ກໍ​ຕາມ ​ແຕ່​ດຽວ​ນີ້ ພວກ​ເຂົາ​ເຈົ້າເລີ່​ມພາກັນ​ເລືອກຮຽນ ​ວິຊາ​ທຸລະ​ກິດ ການ​ສຶກສາ ​ຫລືສ້າງ​ຮູບ​ເງົາ​.

ທ່ານ​ໂຊ​ນີ ກ່າວ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ນຶ່ງ​ໃນ​ຫຼາຍໆ​ທ່າ​ອຽງ ທີ່​ພວກ​ເຮົາ ​ເຫັນໃນພວກ​ຄົນ​ລຸ້ນປັດຈຸບັນ​ນີ້ ກໍ​ຄືວ່າ ແທ້ໆ​ແລ້ວ ​ພວກເຂົາ​ເຈົ້າ​ແມ່ນພາ ກັນ​ຄິດ​ ກ່ຽວ​ກັບວ່າ​ສິ່ງ​ທີ່ພວກ​ເຂົາ​ເຈົ້າຮຽນ​ຢູ່​ນີ້ ​ຈະ​ຊ່ວຍ​ຫຍັງພວກ​ເຂົາ​ເຈົ້າ ໄດ້ແດ່ ​ເວລາ​ພວກ​ເຂົາ​ເຈົ້າກັບຄືນ​ຈີນ? ​ມັນ​ບໍ່​ແມ່ນ​ແບບ​ວ່າ​ ພວກ​ເຂົາ​ເຈົ້າ ຢາກ​ຈະຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ​ນີ້​ເລີຍ ​ເໝືອນ​ດັ່ງນັກ​ສຶກສາ​ຈີນລຸ້ນກ່ອນໆ”

ນັກ​ເສດຖະສາດ Jim Hosek ກ່າວ​ວ່າ ນັ້ນ​ແຫລະ ​ເຮັດ​ໃຫ້ຊາວ​ອະ​ເມ​ຣິກັນ​ບາງ​ຄົນ​ເປັນ​ຫ່ວງ.

ທ່ານ ​ໂຮ​ເຊັກ ກ່າວ​ວ່າ: “ຄວາມ​ເປັນ​ຫ່ວງ​ອັນ​ດັບ​ນຶ່ງ​ຢູ່​ໃນຈິດ​ໃຈ​ຂອງຄົນ ພວກ​ນັ້ນ ການ​ຫລັ່ງ​ໄຫລ​ໜີ​ຂອງ​ບຸກຄະລາ​ກອນທີ່​ມີ​ຄວາມ​ຮູ້.”

​ແຕ່​ບັນດາ​ສາ​ສະ​ດາ​ຈານ​ແລະ​ນັກ​ເສດຖະສາດ ຄື​ກັນ​ກັບ​ ທ່ານ Varun Soni ​ແຫ່ງ​ມະຫາວິທະຍາໄລ USC ກ່າວ​ວ່າ ສະຫະລັດ​ສາມາດ​ໄດ້​ຮັບ ຜົນ​ປະ​ໂຫຍ​ດ ຈາກ​ການ​ມີໜ້າພວກນັກ​ສຶກສາ​ຈີນ​.

ທ່ານ ​ໂຊ​ນີ ກ່າວ​ວ່າ: “ຂ້າ​ພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ລວມຕົວ​ກັນ​ຫຼາຍ​ຂຶ້ນ ​ໃນດ້ານ​ວັທະນະ​ທໍາ ປະ​ເທດ​ຊາດ ຊຶ່ງ​ເຮັດ​ໃຫ້​ມີ​ໂອກາດ​ສໍາລັບ​ການ​ຮ່ວມ​ມື ​ຄວາມໂປ່​ງ​ໃສ ​ແລະ​ບັນລຸ​ຜົນ​ຫຼາຍ​ຂຶ້ນ.”

ສໍາລັບ​ເວລາ​ນີ້ ນັກ​ສຶກສາ​ຈີນ​ສ່ວນ​ໃຫຍ່​ແມ່ນເພ່ງ​ເລັງ ​ໃສ່​ການ​ໃຊ້​ຊີວິດ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ໃໝ່ ​ໃຫ້ດີ​ທີ່​ສຸດ ​ແລະ​ຮຽນ​ໃຫ້​ໄດ້​ດີ ​ເພື່ອ​ໃຫ້​ພໍ່​ແມ່​ພູມ​ໃຈ.

ເບິ່ງວີດິໂອເລື້ອງນັກສຶກສາຈາກຈີນໃນສະຫະລັດ

XS
SM
MD
LG