ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະຫະລັດ ​ແລະ​ຈີນ ເລີ້ມຫາລື ປະຈຳປີ ເປັນເວລາ 2 ມື້ ທີ່ປັກກິ່ງ (ວີດີໂອ)


US China Talks CNPK
please wait
Embed

No media source currently available

0:00 0:02:26 0:00

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ສະຫະລັດ​ແລະ​ຈີນ ​ ​ກ່າວເນັ້ນເຖິງການ
ຮ່ວມມືໃນຂະນະທີ່​ພວກທ່ານ​ເລີ້ມ​ການເຈລະຈາຫາລືປະຈຳ​ປີ
​ເປັນ​ເວລາ2 ມື້ ​ທີ່ນະຄອນຫຼວງ​ປັກ​ກິ່ງ ​ໃນ​ວັນ​ພຸດ​ມື້​ນີ້.

​ໃນ​ການ​ເປີດ​ພິທີ “ການ​ສົນທະນາ​ທາງ​ດ້ານການ​ຍຸດ​ທະ​ສາດ
​ແລະ​ການ​ເສດຖະກິດ”
​ຂອງ​ປີ​ນີ້ ​ປະທານ​ປະ​ເທດ​ຈີນ ທ່ານ Xi
Jinping ​ໄດ້​ກ່າວວ່າ ການ​ປະເຊີນ​ໜ້າ​ກັນ ລະຫວ່າງ​ສະຫະລັດ​
ແລະ​ຈີນ ຈະ “​ແນ່ນອນ ເປັນຄວາມຫາຍຍະນະ.”

ຄວາມຮູ້ສຶກດັ່ງກ່າວ ​ໄດ້​ຢ້ຳຄືນອີກ​ໂດຍລັດ​ຖະມົນຕີ​ການ​ຕ່າງ
ປະ​ເທດສະຫະລັດ ທ່ານ John Kerry ​ແລະ​ລັດ​ຖະມົນຕີ​ການເງິນ
ທ່ານ Jack Lew ຊຶ່ງ​ເປັນ​ຜູ້ນຳ​ພາ​ຄະນະຜູ້ຕາງໜ້າຝ່າຍ​ສະຫະລັດ.

ທ່ານ Kerry ​ໄດ້​ກ່າວ​ວ່າ ສະຫະລັດ ບໍ່ໄດ້ພະຍາຍາມທີ່ຈະຄວບຄຸມຈີນ ແຕ່ຫວັງວ່າ
“ມັນ​ຈະ​ເປັນ​ໄປ​ດ້ວຍຄວາມສະ​ງົບ ລາບ​ລື່ນ​ແລະ​ປະສົບ​ຜົນສຳ​ເລັດ”​ ແລະມີສ່ວນຕໍ່
ການສ້າງ​ສະ ຖຽນ​ລະ​ພາບໃນຂົງ​ເຂດນຳ​ດ້ວຍ.

ທ່ານ Kerry ກ່າວ​ວ່າ: “​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ແຕກ​ຕ່າງ​ກັນ, ປະ​ເທດທັງ​ສອງ​ຂອງ​ພວກ​ເຮົາແມ່ນ​ມີ​ຄວາມ​ສາມາດ​ ທີ່​ຈະ​ຊອກ​ຫາພື້ນຖານ​ຮ່ວມກັນ ຊຶ່ງ​ນັ້ນ​ແມ່ນ​ພື້ນຖານ​ ​ທີ່ພວກເຮົາ ຈຳ​ເປັນ​ຕ້ອງໄດ້ເສີມສ້າງຄວາມ​ອຸດົມຮັ່ງມີ ​ໃນ​ຫຼາຍ​ທົດ​ສະ​ວັດໃນອະນາ
ຄົດ ພ້ອມ​ທັງ​ການ​ເສີມສ້າງຄວາມເປັນໄປໄດ້ໃນການມີສະຖຽນ​ລະ​ພາບ​ແລະ​ສັນຕິພາບ ​ໃນ​ເວລາ​ດຽວ​ກັນ.”

ການ​ປະກາດໃນລັກສະນະທີ່ເປັນມິດ​ຕໍ່ສາທາລະນະ​ແບບ​ນີ້ ​ແມ່ນ​ຖືວ່າເປັນ​ເລື້ອງປົກກະຕິ ​ໃນ​ການ​ເປີດ​ການ​ສົນທະນາປະຈຳປີ ​ແຕ່​ໃນການ​ພົບ​ປະກັນ​ສ່ວນ​ຕົວນັ້ນ ​ທັງ​ສອງ​ຝ່າຍຈະ ໄດ້ໂອ້ລົມກັນ ກ່ຽວ​ກັບ​ບັນຫາ​ຫຼໍ່​ແຫຼມສຳຄັນ​ຕ່າງໆ ທີ່​ເປັນ​ການ​ທ້າ​ທາຍ​ຕໍ່​ສາຍພົວພັນ​ສອງ​ຝ່າຍ.

XS
SM
MD
LG