ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ເວົ້າວ່າ ຕົນບໍ່ຢ້ານກົວ ຕໍ່ການນາບຂູ່ ຂອງຈີນ ຢູ່ທະເລຈີນໃຕ້


ຢູ່ໃນພາບທີ່ຖ່າຍໃນວັນທີ 9 ພຶດສະພາ 2018 ທະຫານມາຣີນ ຂອງຟີລິບປິນ ແລະຂອງສະຫະລັດ ພາກັນບຸກຂຶ້ນ ຫາດຊາຍແຄມຝັ່ງທະເລ ຊຶ່ງເປັນສ່ວນນຶ່ງຂອງ
ການຊ້ອມລົບ ທີ່ປະກອບມີ ການຊ້ອມຢູ່ເທິງບົກ ແລະທາງນໍ້າ ເປັນເວລາສອງອາທິດ ຢູ່ໃນທະເລຈີນໃຕ້ ໃນເຂດຂອງຟີລິປິນ.
ຢູ່ໃນພາບທີ່ຖ່າຍໃນວັນທີ 9 ພຶດສະພາ 2018 ທະຫານມາຣີນ ຂອງຟີລິບປິນ ແລະຂອງສະຫະລັດ ພາກັນບຸກຂຶ້ນ ຫາດຊາຍແຄມຝັ່ງທະເລ ຊຶ່ງເປັນສ່ວນນຶ່ງຂອງ ການຊ້ອມລົບ ທີ່ປະກອບມີ ການຊ້ອມຢູ່ເທິງບົກ ແລະທາງນໍ້າ ເປັນເວລາສອງອາທິດ ຢູ່ໃນທະເລຈີນໃຕ້ ໃນເຂດຂອງຟີລິປິນ.

ການ​ຫັນ​ເອົາເກາະ​ທຽມໃຫ້​ກາຍເປັນ​ບ່ອນ​ປະຕິບັດ​ການ​ທາງ​ທະຫານ​ຂອງ​ຈີນຢູ່​ໃນ​
ທະ​ເລ​ຈີນ​ໃຕ້ ຈະ​ບໍ່​ສ້າງຄວາມຢ້ານກົວ​ໃຫ້​ສະຫະລັດ ທີ່​ໃຫ້​ສັນຍາ​ວ່າ​ຈະ​ສືບຕໍ່ດໍາ​ເນີນ​
ການ ໃນທີ່​ເອີ້ນວ່າ ​ອິດສະຫລະພາບ​ໃນ​ການ​ເດີນ​ເຮືອນັ້ນ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​
ນາບຂູ່​ເພີ້ມຂຶ້ນນັບ​ມື້ກໍ​ຕາມ.

"ຂ້າພະ​ເຈົ້າຈະ​ເວົ້າພຽງ​ແຕ່​ວ່າ ກອງທັບສະຫະລັດມີ​ປະສົບ​ການ​ຢ່າງ​ຫລວງຫລາຍ​ຢູ່
ໃນເຂດ​ມະຫາ​ສະໝຸດປາຊີ​ຟິກຕາ​ເວັນ​ຕົກ ​ເມື່ອ​ເວົ້າ​ເຖິງ​ການທໍາລາຍ​ເກາະ​ນ້ອຍ​ຕ່າງໆ​
ໃຫ້ໝົດ​ໄປ" ນັ້ນຄືຄໍາ​ເວົ້າຂອງ​ທ່ານ​ນາຍ​ພົນໂທທະຫານ​ເຮືອ ​ເຄນ​ເນັດ ​ແມກ​ເຄັນ​ຊີ
(Kenneth McKenzie) ຫົວໜ້າຜູ້ບັນຊາການ​ຮ່ວມ ​ເມື່ອ​ທ່ານ​ຖືກ​ຖາມ​ວ່າ ສະຫະລັດ​
ຈະ​ສາມາດທຳລາຍໃຫ້ໝູ່​ເກາະ​ທີ່​ຈີນ​ສ້າງຂຶ້ນເຫລົ່ານີ້​ສະຫລາຍຕົວ​ໄປ​ໄດ້​ຫລືບໍ່.

ທ່ານແມ​ກ​ເຄັນ​ຊີ (McKenzie) ວ່າ "ພວກ​ເຮົາ​ມີ​ປະສົບ​ການ​ຢ່າງ​ຫລວງຫລາຍ​ໃນ​
ສົງຄາມ​ໂລກ​ຄັ້ງທີ​ສອງ ​ໃນ​ການ​ທຳລາຍບັນດາ​ເກາະ​ນ້ອຍໆ ທີ່ຢູ່​ເປັນ​ຈຸດດ່ຽວໆ ​ໃຫ້
ໝົດ​ໄປ​ໄດ້. ສະນັ້ນ, ນັ້ນກໍ​ຄື​ຄວາມ​ສາມາດ​ອັນ​ຫລັກໆຂອງ​ກອງທັບ​ສະຫະລັດ" ​ແຕ່
​ທ່ານ​ກໍ​ໄດ້​ກ່າວ​ເພີ້ມອີກ​ວ່າ ຈີນ "ບໍ່ຄວນ​ອ່ານ​ອັນ​ໃດ​ນອກ​ເໜືອ​ໄປ​ຈາກ​ຄໍາ​ເວົ້າທີ່​ງ່າຍໆ
ທີ່​ເປັນຂໍ້​ມູນ​ແທ້​ຈິງ ​ທາງ​ປະຫວັດສາດ​ອັນ​ນັ້ນ.”

ກອງທັບ​ເຮືອຂອງ​ສະຫະລັດ​ໄດ້​ດໍາ​ເນີນ​ການ​ເປັນລຳດັບມາ ​ເພື່ອ​ແນ​ໃສ່ທ້າທາຍ​ການ
ອ້າງ​ເອົາກຳມະສິດຂອງທາຍ​ຈີນ ທີ່​ເວົ້າວ່າ ເຂດ​ຕ່າງໆຂອງ​ທະ​ເລ​ຈີນ​ໃຕ້​ແມ່ນ​ເປັນ
ສ່ວນ​ນຶ່ງ​ຂອງ​ໜ່ານນໍ້າຂອງ​ຕົນ, ຊຶ່ງ​ໃນໝໍ່ໆສຸດ​ນີ້ ​ໄດ້​ທ້າ​ທາຍ​ໂດຍ​ການ​ສົ່ງ​ເຮືອ​ລົບ​
ສອງ​ລໍາ​ຂອງ​ສະຫະລັດ ເຂົ້າ​ໄປ​ໃກ້​ໆກັບໝູ່​ເກາະ​ພາຣາ​ແຊ​ລ ທີ່ຢູ່​ນອກ​ແຄມຝັ່ງທະ​ເລ​ຂອງຫວຽດນາມ.

ສ່ວນຝ່າຍຈີນກໍ​ໄດ້​ຕັ້ງຄຳ​ຖາມ​ ກ່ຽວກັບ​ການ​ເດີນ​ເຮືອ​ດັ່ງກ່າວ​ໃນ​ເຊົ້າວັນ​ພະຫັດ​ວານ​ນີ້ ​
ໂດຍ​ໄດ້​ອ້າງ​ວ່າ ຈີນ​ໄດ້​ຫັນ​ເອົາທະ​ເລ​ຈີນ​ໃຕ້ ໃຫ້​ເປັນ​ເຂດ​ທະ​ຫານ​ນັ້ນ ​ເປັນ​ເລື້ອງ “ທີ່
ໜ້າຢາກ​ຫົວ”. ນາງ ຮົວ ຈຸນ​ຢິງ ​ໂຄ​ສົກປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າຢູ່​ໃນ​
ກອງ​ປະຊຸມ​ນັກ​ຂ່າວວ່າ “ອັນ​ນີ້ຄ້າຍຄື​ກັນ​ກັບ​ຄົນຂີ້ລັກ ຮ້ອງ​ໃຫ້​ຂຶ້ນວ່າ “ຢຸດຄົນຂີ້ລັກ” ​ເພື່ອ​ປົກ​ປິດ​ການ​ກະທໍາ​ອັນ​ບໍ່ດີ​ຂອງ​ຕົນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG