ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນພ້ອມທີ່ຈະເຂົ້າຮ່ວມ ເຈລະຈາບັນຫາຂັດແຍ້ງ ໃນເຂດທະເລຈີນໃຕ້ແລ້ວ (ວີດີໂອລາວ/ອັງກິດ)


​ເມື່ອ​ວັນ​ພະຫັດ​ອາທິດ​ຜ່ານ​ມາ​ນີ້ ປະກົດ​ວ່າ ​ຈີນ​​ໃກ້​ຈະ​ຕົກລົງ​​ໄດ້​ແລ້ວ​ໃນ​ການເຈລະຈາ ​ກ່ຽວ​ກັບ​ກົດ​ປະຕິບັດ​ ​ເພື່ອ​ແກ້​ໄຂ​ບັນຫາ​ຍາດ​ແຍ່ງ​​ໃນການ​​ອ້າງ​ເອົາກໍາມະ​ສິດ ​​ໃນ​ເຂ​ດທະ​ເລ​ຈີນ​ໃຕ້. ການ​ປະ​ເຊີນໜ້າ​ກັນ ແມ່ນ​​ໄດ້​ ກາຍ​ເປັນ​ຫົວ​ຂໍ້​ຄອບ​ງຳ ຢູ່​ໃນກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດລະ ດັບ​ຂົງ​ເຂດ​ທີ່ກໍາປູ​ເຈຍ. Scott Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ກະຊວງ​ຕ່າງປະ​ເທດສະຫະລັດມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ຈາກ​ກຳປູ​ເຈຍ ຊຶ່ງທອງ​ປານຈະ​ນຳ​ເອົາ ລາຍ​ລະອຽດ​ ມາສະ​ເໜີ​ທ່ານ​.

ວີດີໂອພາສາລາວ:

ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກ​ສະມາຄົມບັນດາ​ປະຊາ​ຊາດໃນ​ເຂດເອ​ເຊຍ​ຕາ​ເວັນອອກ
ສຽງ​ໃຕ້ຫຼື​ອາ​ຊ່ຽນ ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ວິທີ​ການ​ທີ່ເປັນອັນນຶ່ງ​ອັນ​ດຽວ​ກັນ ໃນ
​ການ​ຕັ້ງ​ກົດ​ປະຕິບັດ​ເພື່ອ​ຄຸ້ມຄອງການ​ແກ້​ໄຂ​ບັນຫາ​ການ​ປະ​ເຊີນໜ້າ​ກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

​ແຕ່​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ກ່າວ​ວ່າ ຕາມ​ທີ່​ທ່ານ Yang Jiechi ລັດ​ຖະມົນຕີ​ຕ່າງປະ​ເທດ​
ຈີນ​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ​ເຫັນວ່າ ປັກກິ່ງ​ເຕັມ​ໃຈ​ທີ່​ຈະ​ເຂົ້າຮ່ວມ​
ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ກົດ​ປະ​ຕິບັດດັ່ງກ່າວ. ທ່ານ​ນາງຄລິນ​ຕັນກ່າວ​ວ່າ ມີກໍລະ
ນີ​ທີ່​ໜ້າ​ເປັນ​ຫ່ວງຂອງ​ການບີບ​ບັງຄັບ ທາງ​ເສດຖະກິດ ​ແລະ​ການ​ໃຊ້​ກໍ່າ​ປັ່ນ​ທະຫານ​ຢູ່​ໃນ​ບັນ
ຫາ​ຂັດ​ແຍ້​ງ ຂອງ​ພວກໝູ່ຊາວ​ປະມົງ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ “ບໍ່​ມີ​ປະ​ເທດ​ໃດ​ທີ່​ຈະ​ບໍ່​ເປັນ​ຫ່ວງ​ນໍາເລຶ່ອງຄວາມ​ເຄັ່ງ​ຕຶງ​ທີ່
​ເພີ່ມ​ທະວີ​ຂຶ້ນ ​ນຳ​ການ​ປະ​ເຊີນ​ໜ້າ​ໂດຍ​ການໃຊ້ຄຳ​ເວົ້າ​ໂຈມ​ຕີກັນ ​ແລະ​ຄວາມ​ບໍ່ລົງ​ຮອຍ
ກັນຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ນຳໃຊ້​ຊັບພະຍາກອນ​ເພື່ອ​ຜົນປະໂຫຍ​ດສ່ວນ​ຕົວນັ້ນ.”

ກໍ່າ​ປັ່ນ​ສອດ​ແນມ​ຂອງ​ກອງທັບ​ເຮືອ​ຈີນທໍາ​ການ​ລາດ​ຕະ​ເວນ​ຕາມ​ປົກກະຕິ​ ຢູ່​ໃນ​ເຂດ​ທະ​ເລ​
ຈີນ​ໃຕ້ ອັນ​ເປັນ​ພາກສ່ວນໃນຄວາມ​ພະຍາຍາມ​ຂອງ​ປັກ​ກິ່ງ​ເພື່ອສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່
ການ​ອ້າງເອົາອະທິປະ​ໄຕ ​ແລະ​ຂອບ​ເຂດ​ອໍານາດ​ຂອງ​ສານຢູ່​ໃນ​ບໍລິ​ເວນ​ດັ່ງກ່າວຊຶ່ງ​ເປັນ​ເຂດ​
ນ່ານນໍ້າ​ຂອງເສັ້ນ​ທາງ ເດີນ​ເຮືອແລະ​ການ​ຂົນ​ສົ່ງ​ທາງ​ເຮືອທີ່​ມີ​ເຮືອ​ໄປມາຫຼາຍ​ທີ່​ສຸດ​ໃນ​ໂລກ
ພ້ອມ​ທັງອຸດົມສົມບູນດ້ວຍ​ນໍ້າມັນ​ແລະ​ແກັ​ສທໍາ​ມະ​ຊາດ. ການ​ອ້າງ​ເອົາ​ກໍາມະ​ສິດ​ຂອງ​ຈີນໃນ
​ເຂດ​ນ່ານນໍ້າ​ເກືອບ​ທັງ​ໝົດນັ້ນ​ ພາ​ໃຫ້ເກີດຂັດ​ແຍ້​ງ​ກັນ​ຂຶ້ນໂດຍໄຕ້ຫວັນ ຟິລິບ​ປິນ ຫວຽດ
ນາມ ບຣູ​ໄນ ​ແລະ​ມາ​ເລ​ເຊຍ

“ພວກ​ເຮົາ​ເຊື່ອ​ວ່າ​ປະ​ເທດ​ຕ່າງໆ​ຢູ່ໃນຂົງ​ເຂດ ໜ້າຈະ​ດຳ​ເນີນ​ງານ​ຮ່ວມກັນ​ທາງ​ການ​
ທູດແລະຮ່ວມໄມ້​ຮ່ວມມື​ກັນແກ້​ໄຂ​ບັນ ຫາ​ຂັດ​ແຍ້​ງ ໂດຍ​ປາດ​ສະ​ຈາກ​ການບີບ​ບັງຄັບ
ປາດ​ສະ​ຈາກການ​ນາບ​ຂູ່​ຮາວີ ປາດ​ສະ​ຈາກ​ການຂົ່ມຂູ່​ໃດໆ​ກໍ​ຕາມ ແລະ​ແນ່ນອນ​ທີ່​ສຸດ
​ປາດ​ສະ​ຈາກ ການ​ໃຊ້ກໍາລັງ​ທະຫານກັນ”

ວີດີໂອພາສາອັງກິດ:

ທ່ານ Michael Wesley ຈາກ​ສະ​ຖາ​ບັນ​ ນະ​ໂຍບາຍ​ນາໆ​ຊາດ Lowy ​ ທີ່ນະຄອນ Sydney
ປະ​ເທດ​ອອສ​ເຕຣ​ເລຍ​ໄດ້​ເຕືອນ ກ່ຽວ​ກັບຄວາມ​ສ່ຽງ​ຂອງການປະ​ເຊີນ​ໜ້າ​ກັນ ທີ່​ກໍາລັງ​ເພີ່​ມ
ທະວີ​ຂຶ້ນ​ນັບ​ມື້.

“ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ກໍ​ໜ້າ​ຈະ​ອົດ​ເປັນ​ຫ່ວງນໍາ​ບໍ່​ໄດ້ ຄື​ພວກ​ເຮົາ​ເລີ່​ມຈະ​ເຫັນ​
ການ​ປະ​ເຊີນ​ໜ້າກັນຢ່າງ​ແທ້​ຈິງ ​ແລະ​ການ​ປະ​ເຊີນ​ໜ້າ​ດ້ວຍ​ອາວຸດ ທີ່​ກໍາລັງ​ເລີ່​ມ​ເກີດ​
ຂຶ້ນ​ລະຫວ່າງ​ທະຫານ​ຍາມ​ຝັ່ງ ​ແລະ​ທະຫານ​ເຮືອ​ຂອງ​ບາງ​ປະ​ເທດ​ທີ່​ອ້າງ​ເອົາ​ກໍາມະ
ສິດ​ນີ້​ແລ້ວ. ມີ​ຄວາມເປັນ​ໄປ​ໄດ້​ຫຼາຍ​ທີ່​ບາງ​ສິ່ງຈະ​ເກີດ​ຂຶ້ນຢ່າງ​ຜິດພາດ ການ​ຕັດສິນ​
ໃຈ​ທີ່ຜິດພາດຂອງ​ບຸກຄົນ​ໃດ​ບຸກຄົນ​ນຶ່ງຊຶ່ງ​ທີ່ຈິງ​ແລ້ວ​ແມ່ນສູງ​ຫຼາຍ​ສົມຄວນ.”

ທ່ານ Ian Storey ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຄົນ​ນຶ່ງ​ປະ​ຈໍາ​ສະ​ຖາ​ບັນ​ການ​ສຶກສາ​ກ່ຽວ​ກັບຂົງ​ເຂດ
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ສິງ​ຄະ​ໂປ ກ່າວ​ວ່າ ການ​ປະ​ເຊີນໜ້າ​ກັນ​ຍືດເຍື້ອ​ອອກໄປ​ດົນ
​ເທົ່າ​ໃດ ກໍ​ຍິ່ງ​ຈະ​ເຮັດ​ໃຫ້ການ​ແກ້​ໄຂ​ບັນຫາ​ໃນ​ເລຶ່ອງນີ້​ລໍາບາກຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

“ປະ​ເທດ​ທັງ​ໝົດ​ທີ່​ອ້າງ​ເອົາ​ກໍາມະສິດ​ນັ້ນ ​ແມ່ນໄດ້ຖື​ເອົາ​ຂອບ​ເຂດ​ອໍານາດ​ຂອງ
​ພວກ​ຕົນ ​ຕາຍ​ຕົວ​ເດັດຂາດ​ ​ແບບ​ຖອນ​ຕົວ​ບໍ່​ໄດ້​ ​ແລະ​ນີ້ກໍ​ໝາຍ​ຄວາມ​ວ່າ ການ
​ປະນີ​ປະນ​ອມກັນ​ໃດໆ​ກໍ​ຕາມ ທີ່ຈຳ​ເປັນເພື່ອ​ໃຫ້​ບັນລຸ​ການຕົກລົງ​ດ້ວຍ​ການເຈລະ
ຈາ​ກັນນັ້ນ ​ແທບ​ວ່າ​ຈະ ​ເອື້ອມ​ບໍ່​ເຖິງ​ເລີຍ.”

ທ່ານ Yang Jiechi ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ບອກ​ທ່ານ​ນາງຄລິນ​ຕັນ ລັດຖະມົນຕີ
​ຕ່າງປະ​ເທດ​ສະຫະລັດ​ວ່າ ການ​ເຈລະຈາ​ກັນ​ເລຶ່ອງກົດ​ເກນ​ປະຕິບັດ ອາດ​ສາມາດ​ເລີ່​ມຕົ້ນ​
ຢ່າງ​ໄວ​ໃນ​ເດືອນ​ກັນຍາ ກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາປະມຸກ​ສະ​ມາ​ຄົມ​ອາ​ຊ່ຽນ​
ໃນ​ເດືອນ​ພະຈິກ​ຢູ່​ທີ່​ກໍາປູ​ເຈຍ​ນັ້ນ.

XS
SM
MD
LG