ສະຫະລັດແລະຈີນກ່າວວ່າ ຕົນຈະເປີດການເຈລະຈາຮອບໃໝ່ກ່ຽວກັບເລື່ອງສິດທິມະນຸດໃນ
ອາທິດໜ້ານີ້.
ກະຊວງການຕ່າງປະເທດສະຫະລັດ ແລະສື່ມວນຊົນຂອງທາງການຈີນແຈ້ງໃຫ້ຊາບ ໃນວັນ
ສຸກມື້ນີ້ວ່າ ການເຈລະຈາຫາລືດັ່ງກ່າວຈະຈັດຂຶ້ນທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 23 ຫາ
24 ກໍລະກົດ.
ຝ່າຍສະຫະລັດ ແມ່ນຈະຢູ່ພາຍໃຕ້ການນຳພາ ຂອງທ່ານ Michael Posner ລັດຖະມົນຕີ
ຊ່ອຍວ່າການກະຊວງການຕ່າງປະເທດ ຮັບຜິດຊອບໃນເລື່ອງປະຊາທິປະໄຕ ສິດທິມະນຸດ
ແລະແຮງງານ. ສ່ວນຝ່າຍຈີນແມ່ນນຳພາໂດຍທ່ານ Chen Xu ເຈົ້າໜ້າທີ່ກະຊວງການຕ່າງ
ປະເທດຂອງຈີນ.
ການເຈລະຈາຫາລືດັ່ງກ່າວນີ້ຈະເປັນການເຈລະຈາຮອບທີ 17. ການເຈລະຈາເທື່ອແລ້ວໄດ້ມີ
ຂຶ້ນໃນເດືອນເມສາປີກາຍນີ້.