ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະຈີນ ເປີດການເຈລະຈາ ເລື່ອງສິດທິມະນຸດ


ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ທ່ານ Michael Posner
ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ທ່ານ Michael Posner

ກະຊວງການຕ່າງປະເທດສະຫະລັດກ່າວວ່າພວກນັກການທູດຂອງຕົນຈະອອກເດີນທາງໄປ
ຍັງນະຄອນຫຼວງປັກກິ່ງ ໃນສັບປະດາໜ້າເພື່ອທຳການເຈລະຈາຫາລືກ່ຽວກັບເລື່ອງສິດທິ
ມະນຸດ ທ່າມກາງທີ່ມີການປາບປາມພວກຄັດຄ້ານລັດຖະບານຢູ່ຈີນ.

ຖະແຫຼງຂ່າວສະບັບນຶ່ງຂອງກະຊວງການຕ່າງປະເທດສະຫະລັດແຈ້ງໃຫ້ຊາບວ່າ ລັດຖະມົນ
ຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງປະຊາທິປະ
ໄຕ ສິດທິມະນຸດແລະແຮງງານທ່ານ Michael Posner ຈະນຳພາຄະນະຜູ້ແທນຂອງພະ
ແນກການກ່ຽວຂ້ອງໄປຮ່ວມການສົນທະນາຫາລື ໃນດ້ານສິດທິມະນຸດເປັນເວລາ 2 ມື້ລະ
ຫວ່າງສະຫະລັດກັບຈີນ.

ການສົນທະນາຫາລືຊຶ່ງຈະເລີ່ມຂຶ້ນໃນມື້ວັນພຸດອາທິດຈະມາແມ່ນຈະເພັ່ງເລັງໃສ່ການເຄື່ອນ ໄຫວກ່ຽວກັບເລື່ອງສິດທິມະນຸດຮວມທັງແນວໂນ້ມຫຼືທ່າອຽງເມື່ອໄວໆມານີ້ໃນການບີບບັງ
ຄັບໃຫ້ຫາຍສາບສູນການຄຸມຂັງແບບຮວບຮັດຕັດຕອນຫຼືນອກເໜືອກົດໝາຍຕະຫຼອດທັງ
ການຈັບກຸມແລະການຕັດສິນໂທດຕ່າງໆ.

XS
SM
MD
LG