ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄຶ່ອນໄຫວຈີນ ທີ່ຕາພິການ ພ້ອມແລ້ວ ຈະເດີນທາງ ມາສະຫະລັດ (ວີດີໂອ)


ນາຍ Cheng Guangcheng (ກາງ) ຂະນະຢູ່ ທີ່ໂຮງໝໍແຫ່ງນຶ່ງທີ່ປັກກິ່ງ
ນາຍ Cheng Guangcheng (ກາງ) ຂະນະຢູ່ ທີ່ໂຮງໝໍແຫ່ງນຶ່ງທີ່ປັກກິ່ງ

ນາຍ Cheng Guangcheng ນັກ​ເຄຶ່ອນ​ໄຫວ​ຊາວ​ຈີນຕາ​ພິການ ກ່າວ​ວ່າ ​ເອກະສານ​ທຸກ​ຢ່າງແມ່ນຄົບ​ຖ້ວນ​ແລະ​ພ້ອມ​ແລ້ວ ​ສໍາລັບ​ການ​ເດີນ ທາງມາ​ຍັງ​ສະຫະລັດ ​ແລະ​ເວລາ​ນີ້ ​ມີ​ແຕ່​ລໍຖ້າ​ໄດ້​ຮັບ​ໜັງສື​ເດີນທາງ​ຫລື​ພາສປອດ​ຂອງ​ລາວ ຈາກ​ເຈົ້າໜ້າ​ທີ່ຈີນ​ເທົ່າ​ນັ້ນ.

ນາຍ Chen ​ໄດ້​ລົມ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ມື້​ນີ້​ ຈາກໂຮງໝໍ​ແຫ່ງ​ນຶ່ງ ຢູ່ປັກ​ກິ່ງ ບ່ອນ​ທີ່​ລາວ​ໄດ້​ຮັບ​ການ​ປິ່ນປົວ​ບາດ​ແຜ​ທີ່​ໄດ້​ຮັບ ​ໃນ​ລະຫວ່າງ​ການເອົາ​ຕົວຫລົບ​ໜີ​ອອກ​ຈາກ​ການ​ຖື​ກກັກ​ບໍລິ​ເວນນັ້ນ.

ນາຍ Cheng ກ່າວ​ອີກ​ວ່າ ລາວໝັ້ນ​ໃຈ​ວ່າ ​ລັດ​ຖະບານ​ຈີນ​ຈະ​ອະນຸຍາດ​ໃຫ້ລາວ​ອອກ​ນອກ​ປະ​ເທດ​ໄດ້​ ພາຍ​ໃຕ້​ການ​ຈັດແຈງ​ທີ່​ທາງວໍ​ຊິງ​ຕັນ ​ແລະ​ປັກ​ກິ່ງ ໄດ້​ປະກາດໃຫ້​ຊາບເມື່ອອາທິດ​ຜ່ານ​ມາ​ນັ້ນ. ນາຍ Cheng ທະນາຍຄວາມ​ທີ່​ຮຽນ​ເອາ​ເອງ ​ອາຍຸ 40 ປີ ໄດ້​ຖືກ​ສະ​ເໜີ​ໃຫ້​ທຶນ​ການ​ສຶກສາ ທີ່​ມະຫາ​ວິ​ທະຍາ​ໄລ​ກົດໝາຍ​ແຫ່ງ​ນະຄອນ​ນີວຢ໊ອກ.

ຫລັງ​ຈາກ​ໄດ້​ຫລົບໜີ​ຈາກ​ການ​ຖືກ​ກັກ​ບໍລິ​ເວນນັ້ນ ນາຍ Cheng ​ໄດ້​ໄປ​ຂໍ​ພັກ​ເຊົາ​ຢູ່ທີ່​ສະຖານທູດ​ສະຫະລັດ​ທີ່​ປັກ​ກິ່ງ​ເປັນ​ເວລາຫົກ​ມື້ ທີ່​ໄດ້​ຍັງຜົນໃຫ້​ພວກເຈົ້າໜ້າ​ທີ່​ຈີນຈົ່ມ​ວ່າໃນ​ທັນທີ​ວ່າ ​ເປັນ​ການ​ແຊກ​ແຊງ​ໂດຍສະຫະລັດ.

XS
SM
MD
LG