ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທູດສະຫະລັດຮຽກຮ້ອງຈີນ ໃຫ້ປ່ອຍຕົວ ທະນາຍຄວາມດ້ານສິດທິມະນຸດ


ທະນາຍຄວາມ Ni Yulan ​ທີ່ພິການ ຍ້ອນຖືກຕໍາຫລວດຈີນ ທໍລະມານ
ທະນາຍຄວາມ Ni Yulan ​ທີ່ພິການ ຍ້ອນຖືກຕໍາຫລວດຈີນ ທໍລະມານ

ເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ​
ປະ​ຈໍາ​ປະ​ເທດຈີນ​ ​ຮຽກຮ້ອງ​ໃຫ້​
ຈີນ​ຈົ່ງ​ປ່ອຍຕົວທ່ານນາງ Ni
Yulan ​ທະນາຍຄວາມດ້ານ​ສິດ
ທິມະນຸດ ທີ່ພິການ​ແລະ​ສາມີ​
ຂອງ​ທ່ານ​ນາງທີ່​ຖືກ​ຈໍາ​ຄຸກເມື່ອ
ອາທິດ​ຜ່ານ​ມາ ​ໃນ​ຂໍ້​ຫາ​ສ້າງ​
ຄວາມປັ່ນ​ປ່ວນ ​ແລະ​ຫລອກ​ລວງ.

ສານ​ປັກ​ກິ່ງ​ແຫ່ງ​ນຶ່ງ ​ໄດ້​ຕັດສິນ
​ທະນາຍ​ອາຍຸ 51 ປີ ຄົນ​ນີ້ ​ເມື່ອ
​ວັນ​ອັງຄານ​ຜ່ານ​ມາ ​ໃຫ້ຈໍາ​ຄຸກ
​ສອງ​ປີ ກັບ​ແປດ​ເດືອນ. ສາມີ
​ຂອງ​ທ່ານ​ນາງ ຄື Dong Jiqin
ກໍ​ໄດ້ຖືກ​ຕັດສິນ​ຈໍາ​ຄຸກສອງ​ປີ ​
ໃນ​ຂໍ້​ຫາ​ທໍານອງ​ດຽວ​ກັນ.

ທ່ານ Gary Locke ເອກ​ອັກຄະ​ລັດຖະທູດສະຫະລັດໄດ້​ອອກ​ຖະແຫຼງການ​ສະບັບ​ນຶ່ງເມື່ອ
ວັນ​ຈັນ​ວານ​ນີ້ ເວົ້າວ່າ ທ່ານ​ເປັນ​ຫ່ວງ​ຫລາຍ​ກ່ຽວ​ກັບ ຄໍາ​ພິພາກສາ​ດັ່ງ​ກ່າວ​ຂອງ​ສານ​ນັ້ນ
ຍ້ອນ​ສຸ​ຂະ​ພາບ​ແລະ​ສະ​ວັດ​ດີ​ພາບ​ຂອງທະນາຍ Ni ​ໂດຍ​ສະ​ເພາະແລ້ວ ກໍ​ແມ່ນ​ຕໍ່ໜ້າ​ການ
ຖືກປະຕິບັດ​ຕໍ່ ຢ່າງ​ຮຸນ​ແຮງ ​ທີ່​ທ່ານ​ນາງໄດ້​ຮັບ ​ໃນ​ອະດີດ​ຜ່ານ​ມາ​ນັ້ນ.

ເອກ​ອັກຄະ​ລັດຖະທູດ Locke ກ່າວ​ວ່າ ນອກ​ນີ້ ທ່ານຍັງ​ເປັນ​ທຸກ​ຮ້ອນ​ນໍາ​ລູກ​ສາວຂອງ
ສາມີ​ພັນ​ລະ​ຍາດັ່ງກ່າວ ທີ່​ຖືກກັກ​ບໍລິ​ເວນ ​ໂດ​ຍບໍ່​ໄດ້​ກະທໍາ​ຜິດຫຍັງນັ້ນ.

XS
SM
MD
LG