ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນປ້ອງກັນ ນະໂຍບາຍການເງິນຂອງຕົນ


ນາຍົກລັດຖະມົນຕີຈີນທ່ານເຫວັນ ເຈຍບາວ ໄດ້ປະຕິເສດ ຕໍ່ການຮ້ອງທຸກຂອງສະມາຊິກລັດຖະສະພາສະຫະລັດທີ່ວ່າ ການຄວບຄຸມເງິນຕາ ຢ່າງເຄັ່ງຄັດຂອງຈີນ ຄືສາເຫດທີ່ພາ ໃຫ້ສະຫະລັດຂາດດຸນການຄ້າໃນມູນຄ່າມະຫາສານກັບຈີນ.

ທ່ານເຫວັນ ກ່າວຕໍ່ພວກຜູ້ນຳທຸລະກິດກຸ່ມນຶ່ງ ທີ່ນະຄອນ ນິວຢອກ ໃນມື້ວັນພຸດວານນີ້ວ່າ ສາເຫດສຳຄັນໃນຄວາມ ບໍ່ກໍ້າເກິ່ງທາງດ້ານການຄ້າ ກໍຄືໂຄງສ້າງໃນດ້ານການລົງ ທຶນ ແລະການຄ້າ. ທ່ານກ່າວວ່າ ປັກກິ່ງບໍ່ມີຄວາມຕັ້ງໃຈ ທີ່ຈະຊອກສະແຫວງຫາ ການໄດ້ປຽບທາງດຸນການຄ້າກັບ ສະຫະລັດ.

ຈີນໄດ້ຕຶງຄ່າເງິນຢວນ ໃສ່ເງິນໂດລາຂອງສະຫະລັດ ເລີ້ມ ມາແຕ່ປີ 2008 ຊຶ່ງເປັນການເຄື່ອນໄຫວທີ່ເຮັດໃຫ້ສິນຄ້າ ຂອງຈີນ ຢູ່ໃນຕະຫຼາດໂລກ ມີລາຄາຖືກກວ່າ. ບັນດາ ສະມາຊິກລັດຖະສະພາ ແລະພວກຜູ້ນຳທຸລະກິດ ຂອງ ສະຫະລັດ ກ່າວວ່າ ການກະທຳດັ່ງກ່າວ ເຮັດໃຫ້ຈີນໄດ້ປຽບ ທາງດ້ານການຄ້າ ຢ່າງ ບໍ່ຍຸດຕິທຳ.

ຄະນະກຳມະການ ຮັບຜິດຊອບກ່ຽວກັບເລື່ອງພາສີ ຂອງສະພາຕໍ່າສະຫະລັດຈະລົງຄະແນນ ສຽງຮັບຮອງເອົາ ຮ່າງກົດໝາຍສະບັບນຶ່ງ ໃນວັນສຸກມື້ອື່ນນີ້ທີ່ແນໃສ່ເພື່ອບັງຄັບໃຫ້ຈີນຂຶ້ນ ຄ່າເງິນຕາຂອງຕົນ.

ທ່ານເຫວັນກ່າວວ່າ ການເພີ້ມຄ່າເງິນຢວນ ຂຶ້ນຢ່າງສຳຄັນໃດໆກໍຕາມ ຈະເຮັດໃຫ້ຫລາຍໆ ບໍລິສັດ ພາຍໃນປະເທດຂອງຈີນ ລົ້ມລະລາຍ.

XS
SM
MD
LG