ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດກ່າວວ່າ ຈີນທຳການ ເຄື່ອນໄຫວ ແບບຂາດ ຄວາມຮັບຜິດຊອບ ໃນເຂດທະເລຈີນໃຕ້ (ວີດີໂອ)


US, China Raise Tensions Over Maritime Issues
please wait

No media source currently available

0:00 0:03:23 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel
ກ່າວ​ວ່າ ຈີນ​ໄດ້ສະ​ແດງ​ປະຕິກິລິຍາ​ແບບ​ບໍ່​ມີ​ຫຽັງດີ ​ແລະ​ຂາດ​
ຄວາມ​ຮັບຜິດຊອບ ​ໃນ​ລະຫວ່າງມີການຈຶ້ງ​ທ່າ​ໃສ່​ກັນ​ ​ກັບ​ເຮືອ​
ກອງທັບ​ເຮືອ​ສະຫະລັດ​ລຳ​ນຶ່ງ​ ໃນ​ທະ​ເລ​ຈີນ​ໃຕ້​ ໃນ​ເດືອນ​ນີ້.

ທ່ານ Hagel ​ໄດ້​ຖະ​ແຫຼ​ງ​ເຊັ່ນ​ນັ້ນ​ໃນ​ກອງ​ປະຊຸມນັກ​ຂ່າວ
​ທີ່​ທຳນຽບຫ້າ​ແຈ ​ໃນ​ວັນ​ພະຫັດວານ​ນີ້. ທ່ານ​ໄດ້​ກ່າວ​ເຖິງ​ເຫດການ ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ
5 ທັນວາເດືອນ​ນີ້ ຊຶ່ງ​ເຮືອລາດ​ຕາ​ເວັນຕິດ​ລູກ​ສອນ​ໄຟຂອງ​ສະຫະລັດ​ລຳ​ນຶ່ງ ​ເກືອບແລ່ນ
​ຕຳກັນ​ກັບ​ເຮືອ​ລົບ​ລຳ​ນຶ່ງ​ຂອງ​ຈີນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ເຮືອ​ລາດ​ຕາ​ເວັນ USS Cowpens ຈຳເປັນຕ້ອງ
ຫາທາງຫຼີກ ເພື່ອຫຼີກເວັ້ນການຕຳກັນເວລາເຮືອລົບຂອງຈີນ ທີ່ແລ່ນຕັດໜ້າ. ທ່ານ
Hagel ກ່າວຕື່ມວ່າ ເຫດການດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຕ້ອງ
ການທາງການທູດຢ່າງຈະແຈ້ງ ລະຫວ່າງທະຫານຈີນແລະສະຫະລັດ ເພື່ອຫຼີກລ່ຽງການ
ປະທະກັນທີ່ສາມາດເກີດຂຶ້ນໄດ້ໃນຂົງເຂດນັ້ນ.

ສະຫະລັດກ່າວວ່າ ເຮືອລາດຕາເວັນຂອງຕົນ ກໍາລັງປະຕິບັດການຢູ່ໃນເຂດນ່ານນ້ຳ
ສາກົນ ເວລາເຮືອຂອງຕົນຈຳເປັນຕ້ອງ ທຳການເຄື່ອນໄຫວຫາທາງຫຼີກ​ເວັ້ນຈາກການ
ຕຳກັນກັບເຮືອລົບຈີນ ຊຶ່ງແລ່ນໄປກັບກຳປັ່ນບັນທຸກເຮືອບິນລຳໃໝ່ Liaoning ຂອງຈີນນັ້ນ.
XS
SM
MD
LG