ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະ ຈີນ ເກັບພາສີ ຕອບໂຕ້ກັນ ຮອບໃໝ່ ໃນສົງຄາມການຄ້າ


ທ່າເຮືອເກັບຕູ້ສິນຄ້າ ໃນນະຄອນ ຊຽງໄຮ້, ວັນທີ 11 ສິງຫາ 2009. ການໄດ້ປຽບດຸນການຄ້າຂອງຈີນ ຕໍ່ສະຫະລັດ ໄດ້ເພີ້ມສູງຂຶ້ນ ໃນເດືອນມິຖຸນາ ແຕ່ບັນດານັກວິເຄາະ ຄາດວ່າ ການຄ້າໃນສອງສາມເດືອນຂ້າງໜ້າ ຈະບໍ່ຄ່ອຍດີ ສຳລັບ ຈີນ.
ທ່າເຮືອເກັບຕູ້ສິນຄ້າ ໃນນະຄອນ ຊຽງໄຮ້, ວັນທີ 11 ສິງຫາ 2009. ການໄດ້ປຽບດຸນການຄ້າຂອງຈີນ ຕໍ່ສະຫະລັດ ໄດ້ເພີ້ມສູງຂຶ້ນ ໃນເດືອນມິຖຸນາ ແຕ່ບັນດານັກວິເຄາະ ຄາດວ່າ ການຄ້າໃນສອງສາມເດືອນຂ້າງໜ້າ ຈະບໍ່ຄ່ອຍດີ ສຳລັບ ຈີນ.

ການຕອບໂຕ້ກັນກັບໄປກັບມາ ດ້ວຍການວາງມາດຕະການເກັບພາສີ ຮອບໃໝ່ ຕໍ່
ສິນຄ້າຂອງແຕ່ລະຝ່າຍ ໂດຍສະຫະລັດ ແລະຈີນ ນັ້ນ ແມ່ນໄດ້ມີຜົນບັງຄັບໃຊ້ ໃນ
ວັນພະຫັດມື້ນີ້.

ສະຫະລັດ ໄດ້ປະກາດເມື່ອຕົ້ນເດືອນນີ້ ວ່າ ຕົນຈະວາງມາດຕະການເກັບພາສີ 25
ເປີເຊັນ ຕໍ່ສິນຄ້າຕ່າງໆຂອງຈີນ ໃນມູນຄ່າ 16 ຕື້ໂດລາ ບວກໃສ່ກັບການເກັບພາສີ
25 ເປີເຊັນ ທີ່ຕົນໄດ້ວາງໄປແລ້ວ ໃນມູນຄ່າ 34 ຕື້ໂດລາຕໍ່ຜະລິດ ຕະພັນຕ່າງໆ
ຂອງຈີນ ໃນຕົ້ນເດືອນກໍລະກົດຜ່ານມານີ້. ສ່ວນປັກກິ່ງ ກໍໄດ້ວາງມາດຕະການເກັບ
ພາສີ ຕອບໂຕ້ຄືນຂອງຕົນ ເຊິ່ງໃນແຕ່ລະກໍລະນີ ກໍມີສັດສ່ວນເທົ່າໆກັນ.

ກະຊວງການຄ້າຂອງຈີນ ໄດ້ອອກຖະແຫລງການສະບັບນຶ່ງ ໃນວັນພະຫັດມື້ນີ້ ໂດຍ
ຕຳໜິມາດຕະການເກັບພາສີ ຂອງສະຫະລັດ ວ່າ ເປັນການລະເມີດກົດລະບຽບ ຂອງ
ອົງການການຄ້າໂລກ ຫຼື WTO ແລະວ່າ ຕົນຈະຍື່ນຟ້ອງ ພາຍໃຕ້ກົນໄກການແກ້ໄຂ
ຂໍ້ຂັດແຍ້ງຂອງ ອົງການ WTO.

ການເກັບພາສີຮອບໃໝ່ດັ່ງກ່າວ ມີຜົນບັງຄັບໃຊ້ ນຶ່ງວັນ ຫຼັງຈາກທີ່ ຄະນະຜູ້ແທນ
ຈາກທັງສອງປະເທດ ໄດ້ພົບປະກັນ ຢູ່ໃນນະຄອນຫຼວງວໍຊິງຕັນ ໃນມື້ທຳອິດ ຂອງ
ການເຈລະຈາສອງວັນ ທີ່ແນໃສ່ເພື່ອແກ້ໄຂບັນຫາຂັດແຍ້ງ ເຊິ່ງເປັນການປຶກສາ ຫາລືກັນຢ່າງເປັນທາງການ ຄັ້ງທຳອິດ ນັບຕັ້ງແຕ່ເດືອນມິຖຸນາ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ້ ໃນ
ການໃຫ້ສຳພາດ ໃນສັບປະດານີ້ວ່າ ທ່ານຄາດວ່າ ຈະບໍ່ມີຄວາມກ້າວໜ້າຫຍັງຫຼາຍ
ຈາກການປຶກສາຫາລືກັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG