ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະສະຫະລັດ ຕິດຕັ້ງເຄຶ່ອງຈັບ ກໍາມັນຕະພາບສັງສີ ທີ່ທ່າເຮືອໃຫຍ່ຂອງຈີນ


ແຜນທີ່ຈີນແຜ່ນດິນໃຫຍ່
ແຜນທີ່ຈີນແຜ່ນດິນໃຫຍ່

ສະຫະລັດ​ແລະ​ຈີນ​ເປີ​ດ​ເຜີຍ​ລະບົບ​ຈັບກໍາ​ມັນ​ຕະພາບ​ລັງສີ ທີ່ທ່າເຮືອ​ໃຫຍ່ Shanghai
ອັນ​ເປັນ​ພາກສ່ວນ​ນຶ່ງ ໃນການດຳເນີນຄວາມ​ພະຍາ ຍາມ​ຂອງໂລກ​ເພື່ອ​ປ້ອງ​ກັນບໍ່ໃຫ້ມີ
ການ​ຂົນ​ສົ່ງ​ວັດ​ຖຸສ້າງ​ອາວຸດ​ນີວ​ເຄລຍຕ່າງໆ ​ຢ່າງ​ຜິດ​ກົດໝາຍ.

ລະບົບ​ດັ່ງກ່າວ​ນີ້ ຈະ​ສະໜອງ​ການ​ກວດກາ​ສິນຄ້າຮອບດ້ານ​ທີ່​ທ່າ​ເຮືອ​ນໍ້າ​ເລິກ Yang
shan ຊຶ່ງ​ເປັນ​ທ່າ​ເຮືອ​ທີ່​ຮອງ​ຮັບຕູ້​ບັນທຸກ​ສິນຄ້າທີ່ ຫລາຍ​ທີ່​ສຸດ​ແຫ່ງນຶ່ງຂອງ​ໂລກ.

ການ​ເຄຶ່ອນ​ໄຫວ​ນີ້ ​ເປັນ​ພາກສ່ວນ​ການ​ລິ​ເລີ່​ມຢ່າງ​ນຶ່ງ​ທີ່​ນໍາພາ​ໂດຍ​ສະຫະ ລັດ ​ເພື່ອ​ຕິດ
ຕັ້ງ​ອຸບປະກອນ​ໃສ່​ທ່າ​ເຮືອ 100 ​ແຫ່ງທີ່​ໃຫຍ່​ທີ່​ສຸດຂອງ​ໂລກ ​ເພື່ອ​ກວດກາກາ​ນຂົນ​ສົ່ງສິນ
ຄ້າ​ຂອງ​ໂລກ​ໃຫ້ໄດ້ປະມານ 50 ​ເປີ​ເ​ຊັນພາຍ​ໃນປີ 2015.

ໃນ​ພິທີ​ນຳໃຊ້​ລະບົບ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການນັ້ນ ທ່ານ Thomas D’Agostino ຫົວໜ້າ
ບໍລິຫານຄວບ​ຄຸມຄວາມ​ໝັ້ນຄົງ​ດ້ານ​ນີວ​ເຄລຍ​ແຫ່ງ​ຊາດ​ຂອງສະຫະລັດ ​ໄດ້​ຍ້ອງ​ຍໍຄວາມ​
ໝັ້ນ​ໝາຍ​ຂອງ​ລັດຖະບານ​ຈີນ ​ໃນ​ການ​ກວດ​ຫາ​ວັດຖຸ​ນີວ​ເຄລຍ​ແລະ​ການ​ປາບ​ປາມ​ການ​ກໍ່
ການ​ຮ້າຍດ້ວຍ​ນີວ ​ເຄລຍນັ້ນ.

XS
SM
MD
LG