ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ເຕືອນ
ຈີນວ່າ ສະຫະລັດອາດຈະສົ່ງກຳລັງທະຫານອະເມຣິກັນ
ໄປປະຈຳການຢູ່ໃນເຂດເອເຊຍ ນອກຈາກວ່າຈີນຈະເອົາ
ທ່າທີທີ່ເຂັ້ມງວດຕື່ມຂຶ້ນ ກັບເກົາຫຼີເໜືອ.
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງລັດຖະບານທ່ານໂອບາ
ມາກ່າວຕໍ່ໜັງສືພິມ New York Times ວ່າທ່ານໂອ
ບາມາໄດ້ເຕືອນປະທານປະເທດຈີນ ທ່ານຫູຈີນເຖົາໃນ
ສັບປະດານີ້ ໃນລະຫວ່າງທີ່ພວກຜູ້ນຳທັງສອງ ຮັບປະ
ທານອາຫານຄໍ່າໃນງານລ້ຽງທີ່ຈັດຂຶ້ນເປັນການສ່ວນໂຕ
ຢູ່ທີ່ທຳນຽບຂາວໃນມື້ວັນອັງຄານຜ່ານມາ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທ່ານຫູໄດ້ເດີນທາງ
ມາເຖິງສະຫະລັດ.
ອີງຕາມເຈົ້າໜ້າທີ່ໆບໍ່ໄດ້ລະບຸຊື່ຂອງສະຫະລັດທ່ານນີ້ແລ້ວ ທ່ານໂອບາມາກ່າວວ່າ ຖ້າປັກ
ກິ່ງຫາກບໍ່ຊ່ອຍຄວບຄຸມ ຄວາມມັກໃຫຍ່ໄຝ່ສູງຂອງເກົາຫຼີເໜືອແລ້ວ ສະຫະລັດກໍຈະຕ້ອງ ໄດ້ຈັດແຈງກອງກຳລັງຂອງຕົນໃໝ່ ເພື່ອໃຫ້ການປົກປ້ອງຄຸ້ມຄອງບໍ່ໃຫ້ເກົາຫຼີເໜືອທຳການ
ໂຈມຕີຕໍ່ຜືນແຜ່ນດິນຂອງສະຫະລັດທີ່ອາດມີຂຶ້ນນັ້ນ.