ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ສຫລ ສະໜັບສະໜູນ ການມອບລາງວັນໂນແບລ ໃຫ້ Liu Xiabao


ພະນັກງານຜູ້ນຶ່ງກຳລັງແຂນປ້າຍຮູບຜູ້ຄັດຄ້ານລັດຖະບານຈີນ ທ່ານ Liu Xiabao ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ເພື່ອກຽມພິທີມອບລາງວັນໂນແບລດັ່ງກ່າວ ນະຄອນອອສໂລ, ປະເທດນໍເວ.
ພະນັກງານຜູ້ນຶ່ງກຳລັງແຂນປ້າຍຮູບຜູ້ຄັດຄ້ານລັດຖະບານຈີນ ທ່ານ Liu Xiabao ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ເພື່ອກຽມພິທີມອບລາງວັນໂນແບລດັ່ງກ່າວ ນະຄອນອອສໂລ, ປະເທດນໍເວ.

ຢູ່​ທີ່​ສະຫະລັດ​ນີ້ ​ສະພາ​ຕໍ່າສະ
ຫະລັດ ​ໄດ້​ຮັບຜ່ານ​ມະຕິດ້ວຍ
ຄະ​ແນນ​ສຽງ​ສະໜັບສະໜຸນ​
ຢ່າງຖ້ວມ​ລົ້ນ​ ສະ​ແດງ​ຄວາມ
ຊົມ​ເຊີຍຕໍ່ຜູ້ຄັດ​ຄ້ານ​ລັດຖະ
ບານຈີນ ທ່ານ Liu Xiabao ທີ່​ໄດ້ຮັບລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິພາບນັ້ນ.

ມະຕິ​ດັ່ງກ່າວ​ ທີ່​ບໍ່ມີ​ເງື່ອນ​ໄຂ​ຜູກ​ມັດ ​ແລະ​ໄດ້​ຖືກຮັບຜ່ານ​ດ້ວຍ​ຄະ​ແນນ​ສຽງການເຫັນ​ດີ 402 ສຽງ ຕໍ່ 1 ສຽງ​ຄັດຄ້ານນັ້ນ ​ຮຽກຮ້ອງ​ໃຫ້​ຈີນ​ປ່ອຍ​ຕົວ​ທ່ານ Liu Xiabao ຈາກ​ການ​ຄຸມ​ຂັງ ​ແລະ ​ໃຫ້​ເຊົາ​ຄອຍຄວບ​ຄຸມກວດກາ​ຂ່າວ​ກ່ຽວກັບການ​ໃຫ້​ລາງວັນ​ແກ່​ຜູ້​ກ່ຽວ.

ພິທີ​ມອບລາງວັນ​ໂນ​ແບ​ລຈະ​ມີຂຶ້ນ​ໃນ​ວັນ​ສຸກ​ມື້ອື່ນ​ນີ້ ທີ່ນະ​ຄອນອອສ​ໂລ, ປະ​ເທດ​ນໍເວ.

ໃນ​ເຊົ້າວັນ​ພຸດ​ວານ​ນີ້ ສະຫະພາບ​ຢູໂຣບ ກໍ​ໄດ້​ຕຳໜິຕິຕຽນປະ​ເທດ​ເຊີ​ເບຍ​ທີ່​ໄດ້​ຕັດສິນໃຈ​ໄປຮ່ວມກັບຈີນ ຄັດຄ້ານພິທີມອບ​ລາງວັນໂນ​ແບ​ລດັ່ງກ່າວ. ພວກ​ເຈົ້າ ໜ້າທີ່ ສະຫະພາບ​ຢູໂຣບ ຫລື EU ​ເວົ້າວ່າ ​ພວກ​ເຂົາ​ເຈົ້າບໍ່​ໄດ້​ຄາດ​ຄິດ​ມາ​ກ່ອນ​ວ່າ ຈະ​ມີ​ການຕັດ​ສິນ​ໃຈ​ຄັດ ຄ້ານ​ແບບ​ນັ້ນ ຈາກ​ປະ​ເທດ​ນຶ່ງ​ທີ່​ມີ​ຄວາມ​ປາດ​ຖະໜາຈະ​ເຂົ້າຮ່ວມກຸ່ມສະຫະພາບຢູໂຣບ​ນັ້ນ.

XS
SM
MD
LG