ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ, ຈີນ ຈັດ​ການ​ເຈ​ລະ​ຈາ ດ້ານ​ການ​ຄ້າ ຄັ້ງ​ໃໝ່


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ​ພວກ​ເພິ່ນ ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ ຢູ່​ກອງ​ປະ​ຊຸມ​ສຸດຍອດ G-20. ນະ​ຄອນຫຼວງ ບູ​ແອ​ນັອ​ສ ແອ​ເຣັ​ສ, ປະ​ເທດ ອາ​ເຈັນ​ຕີ​ນາ. 1 ມັງ​ກອນ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ​ພວກ​ເພິ່ນ ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ ຢູ່​ກອງ​ປະ​ຊຸມ​ສຸດຍອດ G-20. ນະ​ຄອນຫຼວງ ບູ​ແອ​ນັອ​ສ ແອ​ເຣັ​ສ, ປະ​ເທດ ອາ​ເຈັນ​ຕີ​ນາ. 1 ມັງ​ກອນ, 2018.

ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ແລະ ຈີນ ໄດ້​ຈັດ​ການ​ສົນທະນາດ້ານກ​ານ​ຄ້າ​ໃນ​ວັນ​
ຈັນມື້ນີ້ ທີ່ນະຄອນຫຼວງ ປັກກິ່ງ ໃນຂະນະທີ່ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດ
ຂອງໂລກ ພະຍາຍາມຫາທາງແກ້ໄຂບັນຫາ ກ່ຽວກັບ ການຕໍ່ສູ້ດ້ານການເກັບພາສີທີ່
ກຳລັງດຳເນີນຢູ່.

ການ​ປະ​ຊຸມ​ຕ່າງ​ໆ​ແມ່ນ​ມີ​ກຳ​ນົດຈະ​ຈັດ​ຂຶ້ນ​ສອງວັນ, ແລະ ທັງ​ສອງ​ຝ່າຍ​ກໍ​ໄດ້​ສະ​ແດງ​
ທ່າທີໃນແງ່ບວກ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ, “ຂ້າ​
ພະເຈົ້າຄິດວ່າ ພວກເຮົາຈະມີຂໍ້ຕົກລົງກັບ ຈີນ,” ໃນຂະນະທີ່ລັດຖະມົນຕີກະຊວງການ
ຕ່າງປະເທດ ຈີນ ທ່ານ ລູ ຄັງ ໄດ້ກ່າວວ່າ ບັນດານັກເຈລະຈາຈະທຳການປຶກສາຫາລື
ໃນທາງທີ່ “ເປັນແງ່ບວກ ແລະ ສ້າງສັນ.”

ປີ​ກາຍນີ້, ທ່ານ ທ​ຣຳ ໄດ້​ຂຶ້ນ​ພາ​ສີ​ເຖິງ 25 ເປີ​ເຊັນ​ຕໍ່​ສິນ​ຄ້າ ຈີນ ທີ່​ມີ​ມູນ​ຄ່າ 250 ຕື້​ໂດ​
ລາ. ການເຄື່ອນໄຫວດັ່ງກ່າວໄດ້ກໍ່ໃຫ້ ຈີນ ຕ້ອງຕອບໂຕ້ດ້ວຍການຂຶ້ນພາສີຕໍ່ສິນຄ້າ
ສະຫະລັດ ເຊີ່ງມີມູນຄ່າ 110 ຕື້ໂດລາ.

ທ່ານ ທ​ຣຳ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ຕົກ​ລົງ​ທີ່​ຈະ​ຢຸດ​ການຂຶ້ນພາ​
ສີໄວ້ 90 ວັນ ເລີ່ມແຕ່ວັນທີ 1 ມັງກອນທີ່ຜ່ານມາ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG