ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນວັນອັງຄານວານນີ້ ວ່າ “ຍັງບໍ່ທັນມີ
ການຕົກລົງກັນ” ເທື່ອ ທີ່ຈະຍົກເລີກ ການຫ້າມຂາຍອຸບປະກອນ ທີ່ຜະລິດໂດຍ
ສະຫະລັດ ໃຫ້ແກ່ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ ຊີທີອີ (ZTE) ຂອງຈີນ ແຕ່ກໍອາດ
ຈະມີການຕົກລົງກັນ ອັນເປັນສ່ວນນຶ່ງ ຂອງການເຈລະຈາ ທາງດ້ານ ການຄ້າ ທີ່ກຳລັງ
ດຳເນີນຢູ່ ໃນເວລານີ້ ລະຫວ່າງສອງປະເທດ ທີ່ມີເສດຖະກິດໃຫຍ່ສຸດຂອງໂລກ.
ປະທານາທິບໍດີທຣຳກ່າວຕໍ່ພວກນັກຂ່າວ ທີ່ທຳນຽບຂາວວ່າ ທ່ານສາມາດເຫັນ ການ
ປັບໃໝ 1 ພັນ 300 ລ້ານໂດລາ ຕໍ່ບໍລິສັດ ZTE ທີ່ໄດ້ລະເມີດການຫ້າມຄ້າຂາຍ ຂອງ
ສະຫະລັດ ກັບອີຣ່ານ ແລະເກົາຫຼີເໜືອ ການແຕ່ງຕັ້ງຄະນະບໍລິຫານງານ ແລະ ກຳມະ
ການໃໝ່ ຂອງ ບໍລິສັດ ZTE ແລະການປະກາດໃຊ້ ມາດຕະການທາງດ້ານຄວາມປອດ
ໄພ ທີ່ເຄັ່ງຄັດທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ມີການລັກຂະໂມຍຊັບສິນທາງດ້ານສະຕິປັນຍາ
ແລະຄວາມລັບກ່ຽວກັບຄວາມປອດໄພແຫ່ງຊາດຂອງສະຫະລັດ.
ທ່ານທຣຳ ກ່າວວ່າ “ພວກເຮົາຈັບໄດ້ ວ່າພວກເຂົາໄດ້ເຮັດໃນສິ່ງທີ່ບໍ່ດີ.”
ທ່ານທຣຳ ກ່າວວ່າ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ຮ້ອງຂໍໃຫ້ ທ່ານສືບສວນເບິ່ງ
ຊະຕາກຳຂອງບໍລິສັດ ZTE ຫຼັງຈາກບໍລິສັດດັ່ງກ່າວເວົ້າວ່າ ທາງບໍລິສັດ ຕ້ອງໄດ້ປິດ
ການຜະລິດຂອງຕົນລົງ ຍ້ອນສະຫະລັດ ໄດ້ຫ້າມບໍ່ໃຫ້ຂາຍອຸບປະກອນທີ່ເຮັດໂດຍ
ສະຫະລັດ ທີ່ບໍລິສັດ ZTE ນຳໄປໃຊ້ໃນການຜະລິດ ເຄື່ອງອີເລັກໂທຣນິກຫຼາຍໆຢ່າງ
ຈົນຮອດປີ 2025 ທ່ານທຣຳກ່າວວ່າ ນອກນັ້ນທ່ານຍັງໄດ້ຍິນວ່າ ມີການປະທ້ວງຂອງ
ບໍລິສັດສະຫະລັດ ທີ່ຂາຍອຸບປະກອນຕ່າງໆໃຫ້ແກ່ບໍລິສັດ ZTE.
ທ່ານທຣຳໄດ້ປະກາດວ່າ ທ່ານຍັງບໍ່ພໍໃຈເທື່ອ ກ່ຽວກັບສະພາບໃນການເຈລະຈາ ທາງ
ດ້ານການຄ້າຂອງ ສະຫະລັດ ກັບຈີນ ຫຼັງຈາກທີ່ໄດ້ມີການເຈລະຈາໃນອາທິດແລ້ວນີ້
ລະຫວ່າງ ພວກເຈົ້າໜ້າທີ່ ທີ່ນະຄອນຫຼວງວໍຊິງຕັນ. ຈີນໄດ້ຕົກລົງ ທີ່ຈະຫລຸດການໄດ້
ປຽບທາງດ້ານການຄ້າ ກັບສະຫະລັດ ໃນມູນຄ່າ 375 ພັນລ້ານໂດລາ ໃນແຕ່ລະປີລົງ
ຢ່າງຫລວງຫຼາຍ ດ້ວຍການຊື້ສິນຄ້າຂອງ ສະຫະລັດເພີ້ມອີກ ແຕ່ກໍບໍ່ໄດ້ກ່າວເຖິງ
ເປົ້າໝາຍ ໃນການນຳເຂົ້າທີ່ສະເພາະເຈາະຈົງໃດໆຢູ່ໃນຖະແຫຼງການທີ່ທັງສອງ
ປະເທດ ໄດ້ຕົກລົງກັນ.
ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ທ່ານວິລເບີ ຣັອສ ຈະເດີນທາງໄປປະເທດ
ຈີນ ໃນອາທິດໜ້າ ເພື່ອເປີດການເຈລະຈາ ທາງດ້ານການຄ້າເພີ້ມຕື່ມ.
ປະທານາທິບໍດີທຣຳ ໃຫ້ຄວາມເຫັນ ກ່ຽວກັບກໍລະນີຂອງບໍລິສັດ ZTE ຂະນະທີ່ ອົງການ
ຂ່າວຕ່າງໆ ຂອງສະຫະລັດ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ ທີ່ກ່າວວ່າ ການຕົກລົງກັນ
ແມ່ນໃກ້ຈະມີຂຶ້ນແລ້ວ.