ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ແລະຈີນ ຕົກລົງ ​ຈະເຈລະຈາ ກ່ຽວກັບ ການລົງທຶນ (ວີດີໂອ)


ລິງໂດຍກົງ

ສະຫະລັດ ແລະຈີນ ເລີ້ມເຈລະຈາ ການລົງທຶນ

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ແລະຈີນ ​ໄດ້​ຕົກລົງ​ ທີ່​ຈະ​ເລີ້ມ
ການ​ເຈລະຈາ ກ່ຽວ ກັບສົນທິສັນຍາ​ການລົງທຶນສອງ​ຝ່າຍ
ຊຶ່ງ​ເປັນ​ການເຄື່ອນ​ໄຫວທີ່​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກກຸງ​ວໍ​ຊິງ​
ຕັນວ່າ​ ເປັນ “ຄວາມ​ກ້າວໜ້າ​ທີ່​ສໍາຄັນ” ທີ່​ອາດຈະ​ຂະຫຍາຍ
ຕະຫຼາດຈີນ ​ໃຫ້​ພວກ​ນັກ​ລົງທຶນ​ໃນສະຫະລັດ ​ເຂົ້າ​ໄປ​ເຖິງ​ໄດ້​
ຫຼາຍຂຶ້ນ.

ລັດຖະມົນຕີການ​ຄ້າ​ຈີນ ທ່ານ Gao Hucheng ​ໄດ້​ເປີດ​ເຜີຍ
ກ່ຽວ​ກັບ​ການ​ຕົກ ລົງ​ດັ່ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ນອກກອງ
​ປະຊຸມ ວ່າ​ດ້ວຍຄວາມ​ປອດ​ໄພ ​ແລະ​ເສດຖະກິດລະຫວ່າງ
ສະຫະ​ລັດ ​ແລະ​ຈີນ ທີ່​ກຸງ​ວໍ​ຊິງ​ຕັນ. ທ່ານ Gao ບໍ່​ໄດ້ແຈ້ງ​ໃຫ້
ຊາບກ່ຽວ​ກັບວັນ​ເວລາ ທີ່​ຈະ​ເລີ້ມການ​ເຈລະຈາ ​ແຕ່​ທ່ານກໍ​ໄດ້​
ກ່າວ​ວ່າ ຈະ​ເລີ້ມ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ລັດຖະມົນຕີ​ກະຊວງ​ການ​ເງິນສະຫະລັດ ທ່ານ Jacob Lew
​ໄດ້​ຍ້ອງຍໍ​ການ ຕົກລົງນີ້ ​ໂດຍ​ກ່າວ​ວ່າ ​ເປັນ​ຄັ້ງ​ທໍາ​ອິດ​ທີ່ກຸງ​ປັກ
​ກິ່ງ ​ໄດ້ເຫັນ​ດີ​ໃນ​ການ​ເຈ​ລະ​ຈາ ກ່ຽວ​ກັບສົນທິສັນຍາ​ທີ່ກວມ​
ເອົາ​ “ທຸກໆ​ພາກສ່ວນ​ແລະ​ຂັ້ນຕອນຂອງ​ການ​ລົງທຶນ ກັບອີກ​ປະ​ເທດ​ນຶ່ງ.

ຈີນ ​ແລະ ສະຫ​ະລັດ ​ໄດ້​ເລີ້ມການ​ເຈລະຈາ​ກ່ຽວ​ກັບ​ສົນທິສັນຍາດັ່ງກ່າວ ​ໃນ​ປີ 2008
ພາຍ​ໃຕ້​ລັດຖະບານ ​ຂອງອະ​ດີດປະທານ​າທິບໍດີ George W. Bush. ​ແຕ່​ການ​ເຈລະ
ຈາ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ​ໃນ​ຂະນະ​ທີ່ ປະທານ​າທິບໍດີ Barack Obama ​
ເຂົ້າ​ຮັບ​ຕໍາ​ແໜ່​ງ.

ປັກ​ກິ່ງ ​ໄດ້​ຕົກລົງ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາກ່ອນ​ໜ້ານີ້​ກ່ຽວກັບສົນທິສັນຍາ ​ດັ່ງກ່າວ
ຖ້າ​ຫາກ​ວ່າ ພາກສ່ວນ​ບໍລິການ​ຂອງ​ອຸດສາຫະກໍາ​ຈີນ​ໄດ້​ຮັບ​ການ​ຍົກ​ເວັ້ນ. ບັນດາ​ເຈົ້າ​
ໜ້າ​ທີ່ສະຫະລັດກ່າວ​ວ່າ ຈີນ ​ໄດ້​ຍົກ​ເລີກຄໍາ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ລະຫວ່າງ​ການ​ເຈລະຈາ ​ຮອບ​ປັດຈຸບັນ​.
XS
SM
MD
LG