ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ນາຍພົນ Odierno ກ່າວວ່າ ສຫລ ມີຈຸດໝາຍ ຮ່ວມກັນ ກັບຈີນ (ວີດີໂອ ກ່ຽວຂ້ອງ)


ນາຍພົນ Ray Odierno ໃຫ້ການຕໍ່ຄະນະກຳມະການກອງທັບ ຂອງສະພາຕໍ່າສະຫະລັດ ທີ່ກຸງວໍຊິງຕັນ (18 ກັນຍາ 2013)
ນາຍພົນ Ray Odierno ໃຫ້ການຕໍ່ຄະນະກຳມະການກອງທັບ ຂອງສະພາຕໍ່າສະຫະລັດ ທີ່ກຸງວໍຊິງຕັນ (18 ກັນຍາ 2013)
ນາຍທະຫານຊັ້ນສູງທ່ານນຶ່ງ ຂອງກອງທັບບົກສະຫະລັດ ໃຫ້ຄຳ
ໝັ້ນສັນຍາວ່າຈະມີການສົນທະນາຫາລືກັນຫຼາຍຂຶ້ນກ່ຽວກັບຈຸດ
ໝາຍຮ່ວມກັນ ໃນຂະນະທີ່ທ່ານພົບປະກັບພວກນາຍພົນຈີນ ທີ່
ກຸງປັກກິ່ງ.

ນາຍພົນ Ray Odierno ເສນາທິການ ກອງທັບບົກສະຫະລັດ
ໄດ້ຖືກຕ້ອນຮັບດ້ວຍກອງກຽດຕິຍົດຢ່າງເຕັມອັດຕາ ທີ່ກະຊວງ
ປ້ອງກັນປະເທດຈີນ ໃນວັນສຸກມື້ນີ້.

ການເດີນທາງໄປຢ້ຽມຢາມຂອງທ່ານ ມີຂຶ້ນທ່າມກາງການຕຳໜິ
ຕິຕຽນນະໂຍບາຍຈີນຕໍ່ບັນດາປະເທດເພື່ອນບ້ານກ່ຽວກັບການ
ອ້າງເອົາກຳມະສິດ ໃນເຂດທະເລຈີນຕາເວັນອອກ ແລະທະເລຈີນຕອນໃຕ້.

ແຕ່ກ່ອນການພົບປະ ແບບປິດລັບນັ້ນ ນາຍພົນ Odierno ກ່າວວ່າ ທ່ານຈະເພັ່ງເລັງໃສ່
ຄວາມວິຕົກກັງວົນ ທີ່ທັງສອງຝ່າຍມີຮ່ວມກັນ.

ນາຍພົນ Odierno ເວົ້າວ່າ “ພວກເຮົາມີຈຸດມຸ່ງໝາຍຮ່ວມກັນຫລາຍຢ່າງກ່ຽວກັບ
ປະເທດຂອງພວກເຮົາ ດັ່ງນັ້ນຂ້າພະເຈົ້າຈຶ່ງຄິດວ່າ ມັນເປັນເລື່ອງສຳຄັນ ທີ່ຈະ
ຕ້ອງມີການສົນທະນາຫາລືກັນແບບນີ້ ປະເທດຂອງພວກເຮົາທັງສອງ ຕ່າງກໍມີ
ທະຫານມືອາຊີບ ທີ່ເກັ່ງກ້າສາມາດ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງຫວັງວ່າ ຈະມີ
ການສົນທະນາຫາລືກັນຢ່າງຫຼວງຫຼາຍທັງບັນຫາລະດັບພູມີພາກແລະສາກົນ.”


ສ່ວນພົນໂທ Wang Ning ແຫ່ງກອງທັບຈີນ ກໍກ່າວວ່າ ການສົນທະນາຫາລື ລະຫວ່າງ
ກອງທັບກັບກອງທັບ ແມ່ນພາກສ່ວນສຳຄັນ ຂອງຄວາມສຳພັນລະຫວ່າງ ສະຫະລັດກັບ
ຈີນ.

ນາຍພົນ Wang Ning ເວົ້າວ່າ “ພວກເຮົາຫວັງວ່າຈະມີການສືບຕໍ່ພັດທະນາ ໃນ
ຄວາມສຳພັນແບບໃໝ່ລະຫວ່າງກອງທັບຈີນແລະສະຫະລັດ. ໃນເວລານີ້ພວກ
ເຮົາຍັງຄາດຫວັງວ່າຈະສືບຕໍ່ພັດທະນາກ່ຽວກັບການແລກປ່ຽນແລະການຮ່ວມ
ມື ລະຫວ່າງກອງທັບຂອງປະເທດເຮົາທັງສອງ.”


ເຖິງແມ່ນທັງສອງຝ່າຍໄດ້ກ່າວຢໍ້າເຖິງການຮ່ວມມືກັນໃນການປະຊຸມແບບເປີດເຜີຍຂອງ
ສອງຝ່າຍກໍຈິງ ແຕ່ຄວາມເຄັ່ງຕຶງ ແລະຄວາມບໍ່ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນປະກົດວ່າ ພວມເພີ້ມທະວີຂຶ້ນ.

ກ່ອນໜ້ານີ້ ນັກການທູດອະວຸໂສທ່ານນຶ່ງ ຂອງສະຫະລັດ ຮຽກຮ້ອງໃຫ້ປັກກິ່ງ ໃຫ້ຄວາມ
ກະຈ່າງແຈ້ງ ຫຼືດັດແກ້ການອ້າງເອົາກຳມະສິດຢ່າງກວ້າງຂວາງຂອງຕົນຢູ່ໃນເຂດທະເລ
ຈີນໃຕ້ບ່ອນທີ່ເພື່ອນບ້ານຫຼາຍໆປະເທດຂອງຈີນໄດ້ກ່າວຫາປັກກິ່ງວ່າດຳເນີນການແບບ ຮຸກຮານຫຼາຍຂຶ້ນນັ້ນ.

ວີດີໂອ: ສະຫະລັດກັບຈີນ ອາດຈະຮ່ວມມືກັນ ຄົ້ນຄ້ວາ ອາວະກາດ

US and China May Cooperate in Space Exploration
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG