ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວຫາຈີນ ທຳການຈາລະກຳ ທາງອິນເຕີແນັດ


ສະຫະລັດກ່າວຫາຈີນ ໃນລາຍງານປະຈຳປີຂອງທຳນຽບຫ້າແຈ ຕໍ່ລັດຖະສະພາສະຫະລັດວ່າ ໃຊ້ການຈາລະກຳທາງອິນ ເຕີແນັດ ເພື່ອປັບປຸງເສດຖະກິດແລະຂະຫຍາຍກອງທັບຂອງຕົນ (19 ພຶດສະພາ 2012)
ສະຫະລັດກ່າວຫາຈີນ ໃນລາຍງານປະຈຳປີຂອງທຳນຽບຫ້າແຈ ຕໍ່ລັດຖະສະພາສະຫະລັດວ່າ ໃຊ້ການຈາລະກຳທາງອິນ ເຕີແນັດ ເພື່ອປັບປຸງເສດຖະກິດແລະຂະຫຍາຍກອງທັບຂອງຕົນ (19 ພຶດສະພາ 2012)

ທຳນຽບຫ້າ​ແຈ​ຂອງ​ສະຫະລັດ​ໄດ້​ກ່າວຫາ​ຈີນ​ໃນມື້​ວັນ​ສຸກວານ​ນີ້ວ່າ ​ໃຊ້​ການ​ຈາລະກຳ​ທາງ​
ອິນ​ເຕີ​ແນັດ ​ເພື່ອ​ປັບປຸງ​ເສດຖະກິດຂອງ​ຕົນໃຫ້​ດີ​ຂຶ້ນ ແລະ​ຂະຫຍາຍກອງທັບ.

​ໃນ​ລາຍ​ງານ​ປະຈຳ​ປີ​ຕໍ່​ລັດຖະສະພານັ້ນ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ພວກ​
ນັກສະ​ແດງ​ຈີນ​ແມ່ນເປັນ​ຜູ້​ກໍ່​ການ​ຈາລະ​ກຳ​ທາງ​ດ້ານ​ເສດຖະກິດ​ທີີ່​ກະຕືລືລົ້ນ​ແລະ​ທົນ​ທານ
​ທີ່ສຸດ​ໃນ​ໂລກ. ລາຍ​ງານ​ກ່າວ​ຕໍ່​ໄປ​ວ່າ ການ​ສອດ​ແນມ​ຂອງຈີນ​ຈະ​ດຳ​ເນີນ​ຕໍ່​ໄປ​ຊຶ່ງ​ຈະ​ເປັນ​ໄພ​
ຂົ່ມຂູ່​ຫຼາຍຂຶ້ນ ຕໍ່​ຄວາມ​ໝັ້ນຄົງ​ທາງ​ດ້ານ​ເສດຖະ​ກິດ​ຂອງ​ສະຫະລັດ.

ທຳນຽບຫ້າ​ແຈ​ເວົ້າວ່າ ຈຸດ​ເພັ່ງ​ເລັງ​ທີ່​ສຳຄັນ​ທີ່​ສຸດ ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແມ່ນ
​ຍັງ​ສືບ​ຕໍ່ການ​ກະກຽມ ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ທີ່​ຈະ​ເກີດ​ສົງຄາມ ຢູ່ໃນ​ບໍລິ​ເວນ​
ຊ່ອງ​ແຄບໄຕ້​ຫວັນ ຊຶ່ງ​ໃນ​ນັ້ນ​ແມ່ນ​ຮວມທັງ​ການ​ຂັດຂວາງບໍ່​ໃຫ້​ສະຫະລັດ​ເຂົ້າ​ແຊ​ກ​ແຊງ​ໃນ​
ກໍລະນີ​ທີ່​ເກີດ​ບັນຫາ​ຂັດ​ແຍ້​ງກັບ​ໄຕ້​ຫວັນ ທີ່ປັກກິ່ງ​ຖື​ວ່າ​ເປັນ​ແຂວງ​ນຶ່ງ​ຂອງ​ຕົນ​ນັ້ນ.

ຈີນ​ໄດ້​ໂຄສະນາກ່ຽວ​ກັບ​ຄວາ​ມທະ​ເຍີ​ທະຍານທາງ​ດ້ານ​ທະຫານ​ໄລຍະ​ຍາວ​ຂອງຕົນ​ດ້ວຍ​
ການ​ນຳ​ສະ​ແດ​ງ ອາວຸດ​ຍຸດ​ໂທ​ປະກອນ​ຊະນິດ​ໃໝ່ ຮວມທັງການ​ທົດ​ລອງບິນ ​ເທື່ອ​ທຳ​ອິດ​
ຂອງ​ເຮືອບິນ​ລົບອາຍ​ພົ່ນ​ທີ່​ເຣດ້າຈັບ​ບໍ່​ໄດ້​ໃນຕົ້ນປີ​ກາຍ ແລະການເຂົ້າປະຈຳການ​ຂອງ​ກຳ
​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທຳ​ອິດ​ໃນ​ເດືອນ​ສິງຫາ​ແລ້ວນີ້.

XS
SM
MD
LG