ຈີນໄດ້ຕອບໂຕ້ດ້ວຍຄວາມໂກດແຄ້ນ ຕໍ່ລາຍງານສະບັບໃໝ່ຂອງກະຊວງປ້ອງກັນປະເທດ ສະຫະລັດທີ່ກ່າວວ່າການປັບປຸງກອງທັບໃຫ້ທັນສະໄໝຂອງຈີນນັ້ນ ເປັນໄພຂົ່ມຂູ່ຕໍ່ຄວາມ ກໍ້າເກິ່ງທາງດ້ານທະຫານຢູ່ໃນພູມີພາກ.
ໃນບົດວິຈານທີ່ພິມເຜີຍແຜ່ໃນວັນພະຫັດມື້ນີ້ອົງການຂ່າວຊິນຫົວຂອງທາງການຈີນບໍ່ໄດ້
ໃຫ້ຄວາມສຳຄັນໃດໆຕໍ່ຄໍາສະເໜີແນະດັ່ງກ່າວໂດຍເວົ້າວ່າມັນເປັນເລື່ອງທີ່ບໍ່ມີມູນຄວາມ
ຈິງໂດຍສິ້ນເຊີງ ອີງຕາມການຄາດເດົາທີ່ໂລເລ ແລະການຊັ່ງຊາທີ່ບໍ່ມີເຫດຜົນ. ນອກນັ້ນ
ຊິນຫົວຍັງໃຫ້ຂໍ້ສັງເກດວ່າການໃຊ້ຈ່າຍທາງທະຫານຂອງສະຫະລັດແມ່ນລື່ນຈີນຕັ້ງຫຼວງ
ຫຼາຍ.
ລາຍງານຂອງທຳນຽບ 5 ແຈຕໍ່ລັດຖະສະພາສະຫະລັດໄດ້ນຳອອກເຜີຍແຜ່ທີ່ກຸງວໍຊິງຕັນ
ໃນມື້ວັນພຸດວານນີ້. ລາຍງານໃຫ້ຂໍ້ສັງເກດວ່າຈີນໄດ້ທໍາຄວາມກ້າວໜ້າທີ່ສຳຄັນຫຼາຍຢ່າງ
ໃນຮອບປີຜ່ານມາ ຮວມທັງການພັດທະນາ ເຮືອບິນລົບ Stealth ທີ່ເຣດ້າຈັບບໍ່ໄດ້ແລະ
ການນຳເອົາກຳປັ່ນບັນທຸກເຮືອບິນ ລຳທຳອິດຂອງຕົນ ອອກທະເລ ເພື່ອທົດລອງແລ່ນ.
ທ່ານ Michael Schiffer ເຈົ້າໜ້າທີ່ຂອງທຳນຽບ 5 ແຈກ່າວຕໍ່ພວກນັກຂ່າວວ່າ ມີທ່າ
ທາງວ່າຈີນຈະກາຍເປັນມະຫາອຳນາດທາງທະຫານພາຍໃນທົດສະວັດນີ້.
ລາຍງານເວົ້າວ່າ ເປັນທີ່ປາກົດວ່າການເສີມສ້າງແສນຍານຸພາບຂອງຈີນແມ່ນແນໃສ່ເພື່ອ
ປ້ອງກັນມະຫາອຳນາດຈາກພາຍນອກ ເຂົ້າໄປແຊກແຊງໃນບັນຫາຂັດແຍ້ງໃດໆກໍຕາມ
ກັບໃຕ້ຫວັນໃນອະນາຄົດຂ້າງໜ້າ ແຕ່ໃນຂະນະດຽວກັນຈີນກໍພວມເສີມສ້າງຄວາມອາດ ສາມາດໃນການຂະຫຍາຍອຳນາດຂອງຕົນໄປ ຍັງເຂດມະຫາສະມຸດປາຊີຟິກຕາເວັນຕົກ
ນຳດ້ວຍ.