ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເສີມສ້າງແສນຍານຸພາບ ທາງທະຫານ


ກຳປັ່ນລົບຈີນ
ກຳປັ່ນລົບຈີນ

ລາຍງານສະບັບນຶ່ງ ທີ່ພິມເຜີຍແຜ່ ໃນມື້ວັນຈັນວານນີ້ ໂດຍກະຊວງປ້ອງກັນປະເທດຂອງສະຫະລັດ ແຈ້ງວ່າ ຈີນຍັງສືບຕໍ່ ເສີມສ້າງຄວາມສາມາດ ທາງດ້ານທະຫານ ໄລຍະໄກ ຂະນະທີ່ຈີນພວມຊອກສະແຫວງຫາຊ່ອງທາງ ເພື່ອຈະກາຍເປັນມະຫາອຳນາດ ທາງດ້ານທະຫານ ທີ່ມີ ອິດທິພົນໂດດເດັ່ນ ຢູ່ໃນເຂດເອເຊຍ ຊຶ່ງນັ້ນເປັນຕຳ ແໜ່ງ ທີ່ສະຫະລັດ ພວມກຳຢູ່ໃນປັດຈຸບັນ ແລະເຈົ້າ ໜ້າທີ່ກ່າວວ່າ ສະຫະລັດຕັ້ງໃຈ ທີ່ຈະຮັກສາຕຳແໜ່ງ ດັ່ງກ່າວນີ້ ໄວ້ຕໍ່​ໄປ.

ລາຍງານປະຈຳປີ ທີ່ຕ້ອງສົ່ງໃຫ້ ລັດຖະສະພາສະຫະລັດນັ້ນ ແຈ້ງວ່າ ຈີນພວມສ້າງກຳ ປັ່ນດຳນໍ້າ ກຳປັ່ນລົບ ແລະ ລູກສອນໄຟ ທີ່ມີລັດສະໝີຍິງໄດ້ ໃນໄລຍະຕ່າງໆ ທີ່ທັນ ສະໄໝຫລາຍຂຶ້ນ ໂດຍມີເປົ້າໝາຍ ທີ່ຈະໃຫ້ເປັນກອງກຳລັງ ທີ່ສາມາດຄົງໂຕຢູ່ໄດ້ ໃນເຂດນ່ານນໍ້າ ທີ່ໄກໄປຈາກປະເທດຂອງຕົນ. ໂຕຢ່າງອັນນຶ່ງ ທີ່ເຈົ້າໜ້າທີ່ ທຳນຽບຫ້າແຈ ໄດ້ຍົກຂຶ້ນມາອ້າງ ໃນລາຍງານສະບັບນີ້ ກໍແມ່ນການປະກອບສ່ວນຂອງຈີນ ເຂົ້າໃນການດຳ ເນີນຄວາມພະຍາຍາມ ຕໍ່ຕ້ານພວກໂຈນທະເລຂອງນາໆຊາດ ຢູ່ນອກແຄມຝັ່ງຂອງອາຟຣິກາ.

ລາຍງານສະບັບນີ້ ກະປະມານວ່າ ຈີນໄດ້ໃຊ້ຈ່າຍເງິນ 150 ພັນລ້ານໂດລາ ໃນປີກາຍ ຊຶ່ງ​ແມ່ນ​ຫລາຍເກືອບຮອດ 2 ເທົ່າ ຂອງໂຕເລກ ທີ່ໄດ້ປະກາດ ຢ່າງເປັນທາງການ.

ໃຕ້ຫວັນ ຍັງສືບຕໍ່ເປັນຈຸດເພັ່ງເລັງ ໃນການເສີມສ້າງ ແສນຍານຸພາບທາງດ້ານທະຫານ ຂອງຈີນ ຊຶ່ງລາຍງານເວົ້າວ່າ ໄດ້ສືບຕໍ່ເພີ້ມທະວີຂຶ້ນ ແບບບໍ່ມີການຫຼຸດນ້ອຍຖອຍລົງ ແຕ່ປະການໃດນັ້ນ. ລາຍງານເວົ້າວ່າ ຄວາມກໍ້າເກິ່ງທາງດ້ານ ກໍາລັງທະຫານ ຢູ່ໃນບໍລິເວນ ຊ່ອງແຄບໃຕ້ຫວັນນັ້ນ ຍັງສືບຕໍ່ຫັນປ່ຽນ ໄປສູ່ ການໄດ້ປຽບຂອງຝ່າຍຈີນ ແຜ່ນດິນໃຫຍ່.

XS
SM
MD
LG