ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດວ່າ ຈີນກໍາລັງເສີມຂະຫຍາຍ ສະມັດຖະພາບທາງທະຫານ ໃຫ້ກວ້າງໄກອອກໄປອີກ


ລາຍງານຂອງກະຊວງປ້ອງກັນປະເທດສະຫະລັດ ກ່ຽວກັບກອງທັບຈີນທີ່ກາຍກໍານົດອອກມາ​ຫ້າ​ເດືອນ​ເຄິ່ງນັ້ນ ເວົ້າວ່າ ຈີນຍັງສືບຕໍ່ສ້າງສະມັດ ຖະພາບ​ໃນລະຍະ​ໄກກວ່າ​ເກົ່າ​ ​ໂດຍ​ແນ​ໃສ່ເພື່ອເສີມຂະຫຍາຍອໍານາດຂອງຕົນ​ໃນ​ຂອບ​ເຂດ​ທີ່ກວ້າງ​ໄກ​ອອກ​ໄປອີກ ເພື່ອຊັກຈູງການ ຂັດແຍ່ງກັນ​ໃນສ່ວນພູມິພາກ ເພື່ອຂະຫຍາຍອານາເຂດນ່ານນໍ້າຂອງຕົນ ອອກໄປກາຍ​ເຂດ​ ນ່ານນໍ້າສາກົນ ແລະເພື່ອກີດ​ກັນພວກປະເທດທີ່ເປັນປໍລະປັກກັບ​ຕົນ ບໍ່​ໃຫ້ໃຊ້ທາງເດີນເຮືອ ທະເລ ແລະ​ເຂດນ່ານຟ້າ ຕະຫລອດທັງເຂດອາວະກາດ ແລະວົງການອິນເຕີ​ແນັດນໍາ.

ລາຍງານດັ່ງກ່າວ ທີ່ຕ້ອງ​ເຮັດ​ອອກ​ມາຕາມ​ຄໍາ​ສັ່ງ​ຂອງ ສະພາຄອງແກຣສ ຫລື​ລັດຖະສະພາ​ສະຫະລັດ​ນັ້ນ ເວົ້າວ່າ ເວລານີ້ຈີນກໍາລັງພັດທະນາລູກ​ສອນ​ໄຟ ຂີປະນາວຸດລະຍະ ຍາວ ຕໍ່ຕ້ານກໍາ​ປັ່ນ ແລະພ້ອມກັບກຽມນໍ​າ​ເອົາ​ກໍາ​ປັ່ນບັນ ທຸກ​ເຮືອບິນ ອອກ​ປະ​ຈໍາ​ການຫລາຍລໍາໃນທ້າຍທົດສະວັດ ນີ້ ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມຂອງຕົນ ທີ່ຈະກາຍ​ມາ​ເປັນ ​ອໍານາດທາງທະຫານທີ່​ໂດດ​ເດ່​ນ ຢູ່ໃນ ຂົງເຂດເອເຊຍອັນ​ເປັນ​ຕໍາ​ແໜ່ງ ທີ່ສະຫະລັດ ກໍາລັງຄອບ​ຄອງຢູ່ໃນເວລານີ້ ແລະຕັ້ງ​ໃຈ​ທີ່​ຈະ​ຄອບ​ຄອງ​ຢູ່​ຕໍ່​ໄປ ອິງ​ຕາມພວກເຈົ້າໜ້າທີ່ສະຫະລັດ.

ລາຍງານເວົ້າຕໍ່ໄປວ່າ ນອກນີ້ແລ້ວ ຈີນກໍາລັງສ້າງເຮືອດໍານໍ້າທີ່ກ້າວ​ໜ້າ​ທັນ​ສະ​ໄໝ ຫລາຍຂື້ນ​ເລື້ອຍໆ ສ້າງກຳ​ປັ່ນປະເພດຕ່າງໆແລະລູກ​ສອນ​ໄຟທີ່​ຍິງ​ໄດ້​ໃນລະຍະຕ່າງໆ ແລະພ້ອມດຽວ​ກັນກໍກໍາລັງພັດທະນາສະມັດຖະພາບໃນ​ການ​ດໍາ​ເນີນ “ສົງຄາມດ້ານຂໍ້ມູນ” ນັ້ນ.

ເຈົ້າໜ້າທີ່ລະດັບສູງທ່ານນຶ່ງຂອງກະຊວງປ້ອງກັນປະເທດສະຫະລັດ ທີ່ກ່າວກ່ຽວກັບລາຍ ງານສະບັບ​ນີ້​ໂດຍ​ບໍ່​ໃຫ້​ບອກ​ຊື່​ນັ້ນ​ເວົ້າ​ວ່າ ເວລານີ້ ຈີນກຳລັງດໍາ​ເນີນ​ການ ​ເພື່ອຫຍັບຊ່ອງ ວ່າງໃຫ້ແຄບເຂົ້າລະຫວ່າງ ຄວາມໄຝ່​ຝັນ​ ແລະສະມັດຖະພາບຂອງຕົນ.

ອີງຕາມລາຍງານດັ່ງກ່າວ ກໍແມ່ນວ່າ ຄວາມ​ໄຝ່​ຝັນເຫລົ່ານັ້ນຂອງຈີນ ແມ່ນມີໂຮມທັງ ການຊອກຫາ​ທາງເຂົ້າ​ຊົມ​ໃຊ້​ແຕ່​ພຽງ​ຜູ້​ດຽວ ພວກຊັບພະຍາກອນທຳມະຊາດຕ່າງໆ ທີ່ຢູ່​ໄກຝັ່ງທະເລຂອງຕົນອອກ​ໄປໃນເຂດທະເລຈີນໃຕ້ນັ້ນ ແລະຄວາມສາມາດ​ໃນ​ການຊັກຈູງ ການຂັດແຍ່ງກັນ​ຢູ່​ໃນສ່ວນພູມິ ພາກ​ ເພື່ອ​ໃຫ້​ເປັນ​ປະ​ໂຫຍ​ດ​ແກ່ຕົນ​ເອງ ໂດຍສະເພາະ​ ໃນ​ເລື້ອງ​ທີ່ກ່ຽວກັບອະນາຄົດຂອງເກາະໃຕ້ຫວັນນັ້ນ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດທ່ານນຶ່ງກ່າວວ່າ ການປະກອບສ່ວນມາ​ເປັນ ​ເວລາ​ຍາວ​ນານຂອງຈີນ ໃນຄວາມພະຍາຍາມຂອງ​ສາ​ກົນ ​ເພື່ອ​ຕໍ່ຕ້ານປາບ​ປາມ​ພວກໂຈນ ສະລັດ ຢູ່​ນອກຝັ່ງອາຟຣິການັ້ນ ສະແດງໃຫ້ເຫັນເຖິງຄວາມ​ສາມາດຂອງຈີນ ​ໃນ​ການຮັກ ສາກຳລັງທະຫານ​ໄວ້ ຢູ່ໄກຈາກ​ເຂດນ່ານນໍ້າຂອງຕົນໄດ້. ລາຍງານຂອງປີກາຍ​ນີ້ ເວົ້າວ່າ ຈີນອາດຈະໃຊ້ເວລາດົນຈົນເຖິງປີ 2020 ກ່ວາຈະສາມາດກະທໍາດັ່ງນັ້ນໄດ້ໃນ​ລະດັບ​ໃຫຍ່​ສົມຄວນ.

ຄວາມເຫັນ​ຢ່າງ​ເປັນ​ທາງ​ການ​ອັນ​ດຽວ ຂອງກະຊວງປ້ອງກັນປະເທດສະຫະລັດ ກ່ຽວກັບ ລາຍງານສະບັບ​ນີ້ ແມ່ນມາຈາກໂຄສົກ Bryan Whitman ຊຶ່ງທ່ານກ່າວວ່າ:

“ອັນ​ນີ້​ແມ່ນ​ລາຍ​ງານ​ທີ່​ ພວກ​ເຮົາ​ໄດ້​ເລືອກ​ໃຊ້​ພາສາຢ່າງ​ລະ​ມັດ​ລະວັງ​ທີ່​ສຸດ ຢູ່​ໃນ​ລາຍ​ງານນັ້ນ ດັ່ງ​ທີ່​ພວກ​ທ່ານ​ຮູ້ຈັກ​ຫັ້ນ​ແຫລະ. ພວກເຮົາ​ຢາກ​ຄຶດ​ວ່າ​ ລາຍ​ງານ​ສະບັບ​ນີ້​ມີ​ຄໍາ​ອະທິບາຍ​ຂອງ​ມັນ​ຢູ່​ໃນ​ໂຕ​ແລ້ວ​ພວກ​ເຮົາບໍ່​ພະຍາຍາມ​ ​ເປັນ​ປະ​ຈໍາ​ຢູ່​ແລ້ວ ທີ່​ຈະໃຫ້​ຄໍາ​ຊີ້​ແຈງ​ກ່ຽວ​ກັບ​ລາຍ​ງານໃດ​ນຶ່ງ ຢ່າງ​ລະອຽດ​ເກີນ​ໄປ ຫລື​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ໃນ​ທໍານອງ​ນັ້ນ.”

ລາຍງານສະບັບນີ້ປະເມີນວ່າ ຈີນ​ໄດ້ໃຊ້ເງິນປະມານ 150 ພັນລ້ານໂດລາໃສ່ການປ້ອງກັນ ເມື່ອປີຜ່ານມານີ້ ຄືເກືອບວ່າສອງເທົ່າຂອງງົບປະມານ ປະຈຳປີ ທີ່ຕົນໄດ້ປະກາດອອກໄປ ຢ່າງ​ເປັນ​ທາງ​ການ. ​ແຕ່ບໍ່​ວ່າ​ຈະ​ເປັນ​ໂຕ​ເລກ​ຂອງ​ທາງການຈີນ ຫລືຂອງສະຫະລັດກໍ​ຕາມ ການໃຊ້ຈ່າຍໃນການປ້ອງກັນປະເທດຂອງຈີນ ກໍ​ໄດ້​ເພິ່ມຂຶ້ນຢ່າງໜ້ອຍ 4 ເທົ່າຕົວ ນັບຕັ້ງ ແຕ່ປີ 1996 ເປັນຕົ້ນມາ. ສະຫະລັດເອງແມ່ນໃຊ້ຈ່າຍສໍາລັບ​ການປ້ອງກັນປະເທດຂອງ ຕົນ ຫລາຍກວ່າ 500 ພັນລ້ານໂດລາໃນ​ແຕ່ລະ​ປີ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດ ຜູ້ທີ່​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ລາຍ​ງານ​ນີ້ ​ໂດຍ​ມີ​ເງື່ອນ​ໄຂບໍ່ໃຫ້​ບອກ​ຊື່​ນັ້ນ ​ໄດ້ຮຽກຮ້ອງອີກ​ຄັ້ງ​ນຶ່ງ ໃຫ້ຈີນຮື້​ຟື້ນການ​ຕິດ​ຕໍ່​ທາງທະຫານ ກັບ ສະຫະລັດ ຊຶ່ງຈີນໄດ້ໂຈ໊ະໄວ້ ຫລັງຈາກທີ່ສະຫະລັດ​ໄດ້ຂາຍອາວຸດໃຫ້ໃຕ້ຫວັນເທື່ອລ່າສຸດ ເມື່ອເດືອນ ມັງກອນຕົ້ນ​ປີ​ນີ້. ເຈົ້າໜ້າທີ່ທ່ານ​ນີ້ກ່າວວ່າ ການສືບຕໍ່ເສີມຂະຫຍາຍສະມັດຖະ ພາບທາງທະຫານຂອງຈີນ​ ເຮັດ​ໃຫ້ການ​ຕິດ​ຕໍ່​ກັນ​ແບບ​ນັ້ນ ມີຄວາມສຳຄັນ​ເປັນ​ພິ​ເສດ ​ເພື່ອຫລີກລ່ຽງຄວາມເຂົ້າໃຈຜິດກັນ ແລະການຄຳນວນທີ່ຜິດພາດ ທີ່ອາດພາໃຫ້ເກີດການ ຂັດແຍ້ງກັນໄດ້ນັ້ນ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດກ່າວວ່າລາຍງານສະບັບດັ່ງກ່າວນີ້ ແມ່ນເກີນ ກໍານົດນໍາ​ອອກ​ເຜີຍ​ແຜ່ມາໄດ້ເກືອບເຄິ່ງປີ ຍ້ອນບັນ ຫາຫລາຍ​ຢ່າງຫລາຍ​ປະການ ທີ່ທ່ານ ບໍ່ຍອມ​ໃຫ້​ລາຍ​ລະອຽດ.

XS
SM
MD
LG