ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນບໍ່ພໍໃຈການຊ້ອມລົບ ຂອງສະຫະລັດ ກັບຟິລິບປິນ ແລະຫວຽດນາມ


ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງສະຫະລັດ ກັບ ຜູ້ບັນຊາການທະຫານສູງສຸດຈີນ ນາຍພົນ Chen Bingde
ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງສະຫະລັດ ກັບ ຜູ້ບັນຊາການທະຫານສູງສຸດຈີນ ນາຍພົນ Chen Bingde

ຜູ້ບັນຊາການທະຫານສູງສຸດຂອງຈີນ ​ໄດ້​ກ່າວຕໍາໜິຕິຕຽນສະຫະລັດ ອອກ​ມາ​ຢ່າງ​ກົງໆ ທີ່​ໄດ້ທໍາການຊ້ອມລົບຢູ່ໃນເຂດທະເລຈີນໃຕ້ ແລະພ້ອມກັບທໍາການບິນສອດແນມເທິງນ່ານຟ້າ ນອກຝັ່ງທະເລຂອງຕົນ.

ພົນເອກ Chen Bingde ໄດ້ຖະແຫລງເລຶ່ອງນີ້​ໃນວັນຈັນມື້ນີ້ ໃນຕອນໃຫ້ສໍາພາດ​ແກ່ສື່ ມວນຊົນ ຮ່ວມກັບຄູ່ຕໍາແໜ່ງຂອງທ່ານຈາກ​ສະຫະລັດ ກໍຄື ພົນເຮືອເອກ Mike Mullen. ນາຍພົນ Chen ກ່າວວ່າການຊ້ອມ ລົບຂອງສະຫະລັດເມື່ອໝໍ່ໆມານີ້ ກັບຟິລິບປິນ ແລະ ຫວຽດນາມຖືວ່າ​ເປັນການບໍ່ເໝາະສົມຢ່າງທີ່ສຸດ ຍ້ອນ​ມີ​ຂຶ້ນໃນໄລຍະທີ່​ວ່າ ຈີນກໍາລັງມີການ ຂັດແຍ້ງກັນ​ຢ່າງເຄັ່ງຕຶງກັບທັງສອງປະເທດດັ່ງກ່າວ ກ່ຽວ​ກັບເລຶ່ອງອານາເຂດຢູ່ນັ້ນ.

ນອກນີ້ ຫລັງຈາກການໂອ້ລົມກັບທ່ານມູລເລິນ ແລ້ວນັ້ນ ນາຍພົນ Chen ຍັງໄດ້ກ່າວຫາ ອີກວ່າ ​ເຮືອບິນສອດແນມສະຫະລັດ ກໍາລັງບິນຢູ່ເທິງນ່ານຟ້າ ຢູ່ພາຍໃນ 25 ຫລັກກິໂລ ແມດຈາກເຂດຊາຍແດນຂອງຈີນ. ນາຍພົນ Chen ຮຽກຮ້ອງໃຫ້ສະຫະລັດຈົ່ງເຫັນແກ່ ຄວາມຮູ້ສຶກຂອງປະຊາຊົນຈີນແດ່

ພົນເຮືອເອກ ມູລເລິນ ທີ່ກໍາລັງຢູ່ໃນລະ​ຫວ່າງການຢ້ຽມຢາມຈີນເປັນເວລາສີ່ວັນນັ້ນ ຕອບ ຈີນຄືນໄປວ່າ ສະຫະລັດແມ່ນໄດ້ທໍາ​ການຊ້ອມລົບກັບພວກ ປະເທດເພື່ອນມິດແລະພັນທະ ມິດຂອງຕົນຢູ່ໃນຂົງເຂດດັ່ງກ່າວມາໄດ້ ຫລາຍສິບປີແລ້ວ ແລະກໍຍັງຈະດໍາເນີນຕໍ່ໄປ ເລື້ອຍໆ. ທ່ານ ມູລເລິນ ກ່າວອີກວ່າ ​ແລະສະຫະລັດກໍຈະສືບຕໍ່ທໍາການບິນສອດແນມຢູ່ຕໍ່ ໄປ ​ເພາະວ່າ​ການບິນ​ດັ່ງກ່າວ​ແມ່ນຢູ່ພາຍໃນກົດການ​ປະພຶດ​ປະຕິບັດ​ຂອງສາກົນຢູ່ແລ້ວ.

XS
SM
MD
LG