ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ຈັບ​ຕາ​ເບິ່ງ ​ຢ່າງ​ໃກ້ຊິດ ວ່າຈີນ​ ປະຕິບັດ​ຕາມ ​ຄຳ​ໝັ້ນ​ໝາຍຂອງ​ຕົນ ຫລືບໍ່


ສະຫະລັດ ປະທະກັນກັບຈີນ ເປັນເວລາຫລາຍປີ ກ່ຽກັບ ອິນເຕີແນັດ ເພື່ອຜົນປະໂຫຍດ ດ້ານການຕ້າ.
ສະຫະລັດ ປະທະກັນກັບຈີນ ເປັນເວລາຫລາຍປີ ກ່ຽກັບ ອິນເຕີແນັດ ເພື່ອຜົນປະໂຫຍດ ດ້ານການຕ້າ.

ບັນດາ​ເຈົ້າ​ໜ້າທີ່​ສະຫະລັດ​ກ່າວ​ວ່າ ​ເຂົາ​ເຈົ້າ​ກຳລັງຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ ​ເພື່ອ​ຄໍ້າປະກັນ ​ວ່າ ​ຈີນ​ປະຕິບັດ​ຕາມ ​ຄຳ​ໝັ້ນ​ໝາຍຂອງ​ຕົນ ​ໃນ​ການ​ຄຸ້ມຄອງ​ຄວາມ​ປອດ​ໄ​ພທາງອິນ​ເຕີ ​ແນັດ ຫລັງ​ຈາກ​ກອງ​ປະຊຸມ​ເທື່ອ​ທຳ​ອິດລ​ະຫ​ວ່າງສອງ​ຝ່າຍ ​ນັບ​ແຕ່ເຂົາ​ເຈົ້າໄດ້ບັນລຸ​ການ ຕົກລົງ ຕໍ່​ຕ້ານການເຈາະ​ຂໍ້ມູນ ໃນ​ເດືອນ​ກັນ​ຍາ​ປີ​ກາຍ​ນີ້.

​ໃນ​ວັນ​ພຸດຜ່ານ​ມານີ້ ​ບັນດາ​ເຈົ້າ​ໜ້າ​ທີ່​ຈີີນ ​ແລະ​ສະຫະລັດ​ກຸ່ມ​ນຶ່ງ ​ໄດ້​ພົບ​ປະ​ກັນເພື່ອ​ຫາ ລືກ່ຽວ​ກັບ “​ແບບແຜນ​ສາກົນກ່ຽວ​ກັບການປະ​ພຶດ​ຂອງ​ປະ​ເທດ” ​ແລະ​ບັນຫາ​ອື່ນໆ. ກະ ຊວງຕ່າງປະ​ເທດ​ຈີນ ກ່າວ​ເຖິງກອງ​ປະຊຸມ ​ໃນອັນ​ທີ່​ຮ້ອງ​ວ່າ ກຸ່ມ​ນັກຊ່ຽວຊານ​ຂັ້ນ​ສູງ ຫາລື​ກ່ຽວ​ກັບແບບ​ແຜນສາກົນ ​ແລະ​ບັນຫາ​ທີ່​ພົວພັນ​ອື່ນໆ​ວ່າ ​ໄປໄປ “​ໃນ​ທາງ​ບວກ ລົງ ​ເລິກ​ ​ແລະສ້າງ​ສັນ.”

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ໃຫ້​ລາຍ​ລະອຽດ​ໜ້ອຍ​ນຶ່ງ​ກ່ຽວ​ກັບ​ການ​ສົນທະນາຫາລື ແລະ​ເຂົາ​ເຈົ້າ​ໄດ້​ປະຕິ​ເສດ​ທີ່​ຈະ​ “​ໃຫ້​ຄະ​ແນນ​ແກ່​ຈີນ ຜ່ານການ​ປະຕິບັດ ຫລັງ​ຈາກ​ໄດ້​ ໃຫ້​ຄວາມ​ໝັ້ນ​ໝາຍ​ທາງ​ອິນ​ເຕີ​ແນັດ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ດີ​ກະຊວງ​ຕ່າງປະ​ເທດ​ສະຫະ ລັດ ຮ້ອງ​ກອງ​ປະຊຸມ​ນີ້​ວ່າ “​ເປັນ​ຮ່ອງຮອຍ​ທີ່​ດີ ທີ່​ພວກ​ເຮົາ​ຍັງ​ສືບ​ຕໍ່​ພົວພັນ.”

US Loses $300B Annually to Intellectual Property Theft
please wait

No media source currently available

0:00 0:00:44 0:00

ໂຄສົກ​ກະຊວງ​ຕ່າ​ງປ​ະ​ເທດສະຫະລັດ ທ່ານ​ນາງ Elizabeth Trudeau ກ່າວໃນ​ລະ ຫວ່າງ​ການ​ຖະ​ແຫຼງຂ່າວ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “​ເຂົາ​ເຈົ້າ​ໄດ້​ໂອ້ລົມ​ກັນກ່ຽວ​ກັບ​ຄວາມ ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ກ່ຽວ​ກັບ​ກົດໝາຍ​ສາກົນ ​ໃນ​ຄວາມ​ປະພຶດ​ຂອງ​ປ​ະ​ເທດ​ໃນ​ດ້ານອິນ​ເຕີແນັດ ການ​ອາສາ​ສະໝັກ​ໃນ​ແບບ​ແຜນສາກົນ ກ່ຽວ​ກັບ​ຄວາມ​ປະ​ພຶດຂອງ​ປະ​ເທດ ການ​ສ້າງ​ມາດຕະຖານຄວາມ​ເຊື່ອໝັ້ນ​ໃ​ນດ້ານ​ອິນ​ເຕີ​ແນັດ​.”


ການ​ເຈລະຈາ​ຫາລື​ດັ່ງກ່າວ​ມີ​ຂຶ້ນ​ກ່ອນ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ​ແລະ​ລັດຖະມົນ​ຕີ​ການ​ເງິນ ທ່ານ​ Jack Lew ມີ​ກຳນົດ​ເຂົ້າ​ຮ່ວມກອງ​ປະຊຸມປະຈຳ​ປີລະດັບ​ ສູງດ້ານຍຸດ​ທະ​ສາດ ​ແລະ​ສົນທະນາ​ດ້ານເສດຖະກິດ ທີ່​ຈະ​ຈັດ​ຂຶ້ນໃນ​ນະຄອນ​ປັກ​ກິ່​ງ.

ອ່ານຂ່າວນີ້ເປັນພາສາອັງກິດ

US China Security
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG