ຈີນກ່າວວ່າ ນັກເຄື່ອນໄຫວຕາບອດ Chen Guangchen ອາດຂໍໄປຮຽນຕໍ່ຢູ່ຕ່າງປະເທດ
ທ່າມກາງທີ່ມີຮ່ອງຮອຍ ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ກ່ຽວກັບບັນຫາຂັດແຍ້ງດ້ານ
ການທູດທີ່ເລີ່ມຂຶ້ນເວລາຜູ້ກ່ຽວຫຼົບໜີຈາກການກັກບໍລິເວນແລະຂໍເຂົ້າໄປລີ້ໄພຢູ່ສະຖານທູດ
ສະຫະລັດ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຕໍ່ ພວກນັກຂ່າວ
ທີ່ນະຄອນຫຼວງປັກກິ່ງໃນວັນສຸກວານນີ້ວ່າ ທ່ານນາງໄດ້ມອງເຫັນຄວາມກ້າວໜ້າ ໃນເລື່ອງ
ຂອງທ່ານ Chen ແລະມີກຳລັງໃຈກ່ຽວກັບການເອົາທ່າທີຫຼ້າສຸດຂອງຈີນ. ລັດຖະມົນຕີການ
ຕ່າງປະເທດສະຫະລັດເດີນທາງໄປຍັງນະຄອນຫຼວງຂອງຈີນເພື່ອເຂົ້າຮ່ວມກອງປະຊຸມປະຈຳ
ປີລະດັບສູງ ຊຶ່ງສ່ວນໃຫຍ່ແລ້ວແມ່ນໄດ້ຖືກບົດບັງໂດຍເລື່ອງຂອງທ່ານ Chen.
ເຈົ້າໜ້າທີ່ສະຫະລັດ ໄດ້ໃຫ້ການຢືນຢັນກ່ຽວກັບລາຍງານຂ່າວທີ່ວ່າທ່ານ Chen ໄດ້ຮັບຈົດ
ໝາຍສະບັບນຶ່ງຈາກມະຫາວິທະຍາໄລອາເມຣິກັນສະເໜີໃຫ້ທຶນການສຶກສາແກ່ທ່ານໄປຮຽນ
ຕໍ່ທີ່ນັ້ນ. ນຶ່ງໃນບັນດາໝູ່ເພື່ອນຂອງທ່ານເວົ້າວ່າ ສະຖາບັນດັ່ງກ່າວ ແມ່ນມະຫາວິທະຍາໄລ
ນິວຢອກແລະນັກເຄື່ອນໄຫວຕາບອດທ່ານນີ້ ຫວັງວ່າຈະໄດ້ເດີນທາງມາຍັງສະຫະລັດຊົ່ວໄລ
ຍະນຶ່ງ ກ່ອນທີ່ຈະເດີນທາງກັບຄືນໄປຈີນ.
ຂະນະທີ່ເຫດການຫຼ້າສຸດພວມປະກົດອອກມາໃຫ້ເຫັນນັ້ນ ທ່ານ Chen ກ່າວຕໍ່ພະແນກພາ
ສາຈີນກາງຂອງວີໂອເອໂດຍທາງໂທລະສັບວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຄົນນຶ່ງໄດ້
ສົ່ງດອກໄມ້ສົດໄປຍັງຫ້ອງທີ່ທ່ານພັກຢູ່ໃນໂຮງໝໍກຸງປັກກິ່ງ.
ທ່ານ Liu Weimin ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ທ່ານ Chen ສາມາດຍື່ນ
ຄຳຮ້ອງເພື່ອເດີນທາງອອກຈາກຈີນໄປຮຽນຕໍ່ຕ່າງປະເທດໄດ້ ຄືກັນກັບພົນລະເມືອງຈີນຄົນ
ອື່ນໆ.
ການປະກາດທີ່ວ່ານີ້ ໄດ້ມີຂຶ້ນລຸນຫຼັງການຮ້ອງຮຽນເປັນລຳດັບມາໂດຍທ່ານ Chen ທີ່ກ່າວ
ວ່າ ທ່ານເປັນຫ່ວງກ່ຽວກັບເລື່ອງຄວາມປອດໄພຂອງທ່ານ ແລະຢາກເດີນທາງມາຍັງສະຫະ
ລັດໃນເວລານີ້.
ຕົ້ນຕໍແລ້ວ ທ່ານ Chen ໄດ້ຮັບເອົາການຕົກລົງທີ່ບັນລຸໂດຍເຈົ້າໜ້າທີ່ສະຫະລັດກັບເຈົ້າໜ້າ
ທີ່ຈີນທີ່ຈະອຳນວຍໃຫ້ຜູ້ກ່ຽວ ໄປຢູ່ໃນສະຖານທີ່ປອດໄພແຫ່ງນຶ່ງໃນປະເທດຈີນ ແລະສຶກສາ
ດ້ານກົດໝາຍແຕ່ທ່ານໄດ້ປ່ຽນໃຈບໍ່ເທົ່າໃດຊົ່ວໂມງລຸນຫຼັງໄດ້ອອກໄປຈາກການຄຸ້ມຄອງຂອງ
ສະຫະລັດແລ້ວ ໂດຍເວົ້າວ່າ ຄອບຄົວຂອງທ່ານໄດ້ຖືກຂົ່ມຂູ່.