ຈີນກ່າວວ່າ ນັກເຄື່ອນໄຫວຕາບອດ Chen Guangcheng ມີສິດ ທີ່ຈະຂໍໄປຮຽນຕ່າງປະ
ເທດໄດ້ຊຶ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າອາດເປັນຊ່ອງທາງແກ້ໄຂຕໍ່ບັນຫາຂັດແຍ່ງທາງ
ດ້ານການທູດທີ່ໄດ້ເລີ່ມຂຶ້ນເວລານັກເຄື່ອນໄຫວທ່ານນີ້ຫຼົບໜີຈາກການຖືກກັກບໍລິເວນແລະ
ເຂົ້າໄປຫຼົບລີ້ຢູ່ໃນສະຖານທູດສະຫະລັດ ໃນນະຄອນຫຼວງປັກກິ່ງ.
ການປະກາດໃນວັນສຸກມື້ນີ້ມີຂຶ້ນຫຼັງຈາກທ່ານ Chen ໄດ້ຮ້ອງຮຽນເປັນລຳດັບມາໂດຍກ່າວ
ວ່າ ທ່ານເປັນຫ່ວງເລື່ອງຄວາມປອດໄພຂອງທ່ານ ແລະໃນເວລານີ້ຕ້ອງການເດີນທາງມາສະ
ຫະລັດ. ທ່ານ Chen ແຈ້ງໃຫ້ພວກນັກຂ່າວຊາບ ໂດຍຜ່ານທາງໂທລະສັບຈາກໂຮງໝໍແຫ່ງ
ນຶ່ງໃນນະຄອນຫຼວງປັກກິ່ງໃນວັນສຸກມື້ນີ້ວ່າ ທ່ານບໍ່ສາມາດພົບປະ ກັບເຈົ້າໜ້າທີ່ສະຫະລັດ
ໄດ້ນັບແຕ່ມື້ວັນພຸດເປັນຕົ້ນມາເວລາທ່ານອອກໄປຈາກສະຖານທູດບ່ອນທີ່ທ່ານໄດ້ລີ້ໄພຢູ່ເປັນ
ເວລາເກືອບນຶ່ງອາທິດນັ້ນ.
ກ່ອນໜ້ານີ້ ທ່ານກ່າວຕໍ່ສະມາຊິກລັດຖະສະພາໃນລະຫວ່າງການໂທລະສັບໄປໃຫ້ການສົດ
ຕໍ່ການຮັບຟັງຄຳໃຫ້ການ ຂອງລັດຖະສະພາສະຫະລັດໃນມື້ວານນີ້ວ່າ ທ່ານຫວັງວ່າຈະໄດ້
ພົບກັບລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ທີ່ໄປຮ່ວມການ
ເຈລະຈາລະດັບສູງປະຈຳປີ ລະຫວ່າງສະຫະລັດກັບຈີນ ທີ່ນະຄອນຫຼວງປັກກິ່ງ.
ຈີນໄດ້ທວງໃຫ້ສະຫະລັດຂໍຂະມາໂທດ ຕໍ່ອັນທີ່ຈີນເຫັນວ່າ ເປັນການແຊກແຊງຂອງສະຫະ
ລັດ ໃນກໍລະນີຂອງທ່ານ Chen ແຕ່ທ່ານ Liu Weimin ໂຄສົກກະຊວງການຕ່າງປະເທດ
ຈີນ ກ່າວໃນວັນສຸກມື້ນີ້ວ່າ ທ່ານ Chen ສາມາດຍື່ນຄຳຮ້ອງຂໍໄປຮຽນຢູ່ຕ່າງປະເທດໄດ້ຖ້າ
ຜູ້ກ່ຽວຫາກດຳເນີນການຜ່ານຂັ້ນຕອນຕ່າງໆຕາມປົກກະຕິຄືກັນກັບປະຊາຊົນຄົນອື່ນໆ.
ແຕ່ພວກນັກເຄື່ອນໄຫວສິດທິມະນຸດບາງຄົນກ່າວວ່າ ສະຫະລັດຄວນຈະສົງໄສໃນການໃຫ້
ການຄໍ້າປະກັນຂອງລັດຖະບານຈີນກ່ຽວກັບຄວາມປອດໄພຂອງທ່ານ Chen. ທ່ານ Phe-
lim Kine ນັກຄົ້ນຄວ້າອະວຸໂສກ່ຽວກັບເຂດເອເຊຍຂອງກຸ່ມປົກປ້ອງສິດທິມະນຸດ Human
Rights Watch ກ່າວຕໍ່ວີໂອເອວ່າ ທ່ານກຳລັງລໍຖ້າເບິ່ງຢູ່ວ່າ ຈີນຈະປະຕິບັດຕາມຄຳໝັ້ນ
ສັນຍາກ່ອນໜ້ານີ້ຫຼືບໍ່ກ່ຽວກັບຄວາມປອດໄພຂອງທ່ານ Chen.
ຕົ້ນຕໍແລ້ວ ທ່ານ Chen ໄດ້ຮັບເອົາການຕົກລົງ ທີ່ບັນລຸໂດຍເຈົ້າໜ້າທີ່ສະຫະລັດ ແລະເຈົ້າ
ໜ້າທີ່ຈີນ ທີ່ຈະອະນຸຍາດໃຫ້ທ່ານໄປຢູ່ໃນສະຖານທີ່ປອດໄພໃນປະເທດຈີນ ແລະຮຽນກົດ
ໝາຍໄດ້. ແຕ່ທ່ານໄດ້ປ່ຽນໃຈບໍ່ເທົ່າໃດຊົ່ວໂມງຕໍ່ມາຫຼັງຈາກໄດ້ອອກໄປຈາກການຄຸ້ມຄອງ
ຂອງສະຫະລັດແລ້ວ ໂດຍເວົ້າວ່າ ຄອບຄົວຂອງທ່ານໄດ້ຖືກຂົ່ມຂູ່.