ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ອະທິບາຍວິໄສທັດໃໝ່ ສຳລັບລະບຽບຂອງໂລກ ທ່າມກາງການຂັດແຍ້ງກັນ ດ້ານສິດທິມະນຸດ


ທຸງຊາດ ອາເມຣິກາ ແລະ ຈີນ ປິວສະບັດຢູ່ສວນຫິມະ ໃນແຂວງ ຊາງເຈຍກູ, ຈີນ, 2 ກຸມພາ 2022.
ທຸງຊາດ ອາເມຣິກາ ແລະ ຈີນ ປິວສະບັດຢູ່ສວນຫິມະ ໃນແຂວງ ຊາງເຈຍກູ, ຈີນ, 2 ກຸມພາ 2022.

ໃນຂະນະທີ່ບັນດາຜູ້ນຳໂລກເຕົ້າໂຮມກັນໃນນະຄອນ ນິວຢອກ ສຳລັບກອງປະຊຸມສະມັດຊາໃຫຍ່ ສະຫະປະ ຊາຊາດຄັ້ງທີ 78 ໃນເດືອນນີ້, ສະຫະລັດ ແລະ ຈີນ, ທີ່ໄດ້ມີການຂັດແຍ້ງກັນໃນການແຂ່ງຂັດຢ່າງດຸເດືອດສຳ ລັບການຂະຫຍາຍອິດທິພົນຢູ່ໃນໂລກແລ້ວນັ້ນ, ໄດ້ເປີດເຜີຍວິໄສທັດທີ່ໂດດເດັ່ນສຳລັບລະບຽບຂອງສາກົນໃນຍຸກສະໄໝໃໝ່.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ອະທິບາຍແຜນການທີ່ກະຕືລືລົ້ນຂອງລັດຖະບານທ່ານ ໄບເດັນ ສຳລັບອະນາຄົດໃນວັນພຸດທີ່ຜ່ານມາວ່າ “ຍຸກສະໄໝນຶ່ງແມ່ນໃກ້ຈະໝົດໄປ ແລະ ອັນໃໝ່ແມ່ນກຳລັງຈະເລີ່ມຂຶ້ນ.”

ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ແມ່ນກຳລັງສ້າງພັນທະມິດເພື່ອເສີມຂະຫຍາຍປະຊາທິປະໄຕ, ສົ່ງເສີມສິດທິມະນຸດ ແລະ ຍົກລະດັບການພັດທະນາເສດຖະກິດ.

ທ່ານກ່າວວ່າ “ພວກເຮົາຈະພັດທະນາວິໄສທັດນີ້ ນຳທາງໂດຍຄວາມຮູ້ສຶກ ກ່ຽວກັບ ຜົນປະໂຫຍດສ່ວນຕົວທີ່ແຈ່ມແຈ້ງທີ່ໄດ້ກະຕຸ້ນການນຳພາຂອງ ສະຫະລັດ ໃນມາດຕະການທີ່ສູງທີ່ສຸດມາແຕ່ດົນນານ.”

ໃນການປະນາມ ຈີນ ສຳລັບການສະໜັບສະໜູນລະບອບການປົກຄອງຜະເດັດ ການທົ່ວໂລກ ແລະ ຣັດເຊຍ ສຳລັບການເປີດສົງຄາມທີ່ບໍ່ຍຸດຕິທຳຕໍ່ ຢູເຄຣນ ນັ້ນ, ທ່ານ ບລິງເຄັນ ໄດ້ປະກາດຄຳໝັ້ນສັນຍາຂອງ ສະຫະລັດ ເພື່ອເບິ່ງແຍງບັນດາພັນທະມິດທີ່ສົ່ງເສີມປະຊາທິປະໄຕ, ສະໜັບສະໜູນສິດທິມະນຸດ ແລະ ສະໜັບສະໜູນການພັດທະນາເສດຖະກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG